![]() |
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn) |
ສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການຕາມສິດອຳນາດຂອງຕົນຮີບເຮັ່ງປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນຢູ່ບັນດາແຂວງ, ນະຄອນທີ່ໄດ້ຮັບການສ້າງຕັ້ງຫຼັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວແຕ່ວັນທີ 01 ກໍລະກົດ 2025 ຢ່າງເປັນທາງການ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ຢັ້ງຢືນວ່າ:
“ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ບັນດາສະມາຊິກສະພາແຫ່ງຊາດມີຄວາມເປັນເອກະພາບສູງໂດຍຖືວ່າ ນີ້ແມ່ນແຜນນະໂຍບາຍໃຫຍ່ ແມ່ນເຫດການສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍທາງດ້ານປະຫວັດສາດ ແລະ ການເມືອງອັນສັກສິດທີ່ສຸດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ”.
ທ່ານນາງ ຫງວຽນທິທູຮ່າ ສະມາຊິກສະພາແຫ່ງຊາດ ແຂວງ ກວາງນິງ ຖືວ່າ:
“ບັນດາແຂວງພາຍຫຼັງໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂທຳມະຊາດ ແລະ ແຫຼ່ງກຳລັງທີ່ຫຼາກຫຼາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງພັດທະນເສດຖະກິດ - ສັງຄົມທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນຢ່າງແຮງກວ່າ, ຈັດຕັ້ງຄືນພື້ນທີ່ຜະລິດ ແລະ ການບໍລິຫານຢ່າງເໝາະສົມ ແລະ ຍືນຍົງ.”
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ຫວຽດນາມ-ໂຮມເຂາຍງເຫອ-34-ແຂວງ-ນະຄອນ-ຢາງເປນທາງການ-1399589.vov
![]() | ເຫດການ “ວັນວັດທະນະທຳຫວຽດນາມ ຢູ່ Tyumen” ຖືກຈັດຂຶ້ນເປັນຄັ້ງທຳອິດ ຍສໝ - ເມື່ອບໍ່ດົນມານີ້, ກົງສຸນໃຫຍ່ຫວຽດນາມ ປະຈໍາ Ekaterinburg ສົມທົບກັບອຳນາດການປົກຄອງແຂວງ Tyumen (ສະຫະພັນລັດເຊຍ) ໄດ້ຈັດຕັ້ງເຫດການ “ວັນວັດທະນະທໍາຫວຽດນາມ ຢູ່ Tyumen” ເປັນຄັ້ງທຳອິດຢູ່ຫໍສາກົນ - ສູນປະຊຸມຂອງສວນເຕັກໂນໂລຢີ Tuymen. ນີ້ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ລັດເຊຍ. |
![]() | ທ່ານລັດຖະມົນຕີການຕ່າງປະເທດລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຍສໝ - ວັນທີ 12 ກຸມພາ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໂດຍຕອບຮັບຄຳເຊີນຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 – 14 ກຸມພາ. |
ຕາມ vovworld.vn