ທິວທັດທຳມະຊາດ ແຂວງ ຮ່ານາມ

00:00 | 11/08/2023

ແຂວງ ຮ່ານາມ ຫ່າງຈາກ ຮ່າໂນ້ຍ ປະມານ 60 ກິໂລແມັດ ໄປທາງທິດໃຕ້. ເຖິງວ່າບໍ່ມີຊື່ສຽງ ຄືບັນດາສະຖານທີ່ທ່ອງທ່ຽວອື່ນໆກໍ່ຕາມ ແຕ່ແຂວງ ຮ່ານາມ ຍັງຄົງໄດ້ຄວາມຊົມຊອບຈາກນັກທ່ອງທ່ຽວ ຍ້ອນທິວທັດທຳມະຊາດງົດງາມ ມີຫຼາຍກິດຈະກຳສະຖາປັດຕະຍະກຳປະຫວັດສາດ, ການທ່ອງທ່ຽວຈິດວິນຍານ ແລະ ບັນດາທັດຊະນີຍະພາບ ມໍລະດົກວັດທະນະທຳ

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ
ທິວທັດທຳມະຊາດ ແຂວງ ຮ່ານາມ
ເຂດທ່ອງທ່ຽວ ຕາມຈຸກໃນແຂວງຮ່ານາມ

ໂດຍນອນຢູ່ໃນອູ່ຂອງພື້ນຖານອະລິຍະທຳເຂົ້ານາທາມແມ່ນ້ຳ ແດງ, ແຂວງ ຮ່ານາມ ເຕົ້າໂຮມຫຼາກຫຼາຍສີສັນວັດທະນະທຳອັນເປັນປະເພນີ ຢູ່ເຂດທົ່ງພຽງ ແຕ່ກໍ່ມີຈຸດພິເສດສະເພາະ ຂອງດິນແດນເຄິ່ງພູເຄິ່ງດິນ ອັນໄດ້ສ້າງເປັນລະບົບທັດຊະນີຍະພາບທິວທັດທຳມະຊາດ ທີ່ເປັນເອກະລັກຢູ່ແຜນທີ່ທ່ອງທ່ຽວ ຫວຽດນາມ. ເມື່ອມາຄົ້ນຫາດິນແດນແຫ່ງນີ້ ກໍ່ບໍ່ອາດພາດໂອກາດແວ່ຢາມ ບັນດາສະຖານທີ່ທ່ອງທ່ຽວຈິດວິນຍານ ຄືເຂດທ່ອງທ່ຽວ ຕາມຈຸກ, ວັດວ້ອງຕຽນ, ວັດເດັຍຕ້າງຟີລາຍ, ພະວິຫານພະແມ່ ກິ໋ວຕິງ.

ວັດວ້ອງຕຽນ ຕັ້ງຢູ່ບໍລິເວນບ້ານ ໂດຍງາງ ເທດສະບານ ເຕິນແທັງ ເມືອງ ແທັງລຽມ ແຂວງ ຮ່ານາມ ເຊິ່ງໄດ້ມີມາກ່ອນນີ້ປະມານ 350 ປີ. ທ່ານ ຫງວຽນວັນຈາກ ສັງກັດຄະນະອະທິການວັດ ວ້ອງຕຽນ ໃຫ້ຮູ້ວ່າ:

“ຕາມເລື່ອງລາວເລົ່າຂານປາກຕໍ່ປາກ ທີ່ວ່າມີນົກຫົງເຖິງ 100 ໂຕ ບິນມານີ້ ແຕ່ມີຕົ້ນແປກພຽງ 99 ຕົ້ນ ດັ່ງນັ້ນນົກຫົງພຽງ 99 ໂຕກໍ່ສາມາດຢູ່ໄດ້ ສ່ວນໂຕໜຶ່ງກໍ່ຕ້ອງບິນອອກນອກ. ແຕ່ສຸດທ້າຍນົກຫົງທັງໝົດກໍ່ໄດ້ບິນຈາກນີ້ໄປ. ວັດນີ້ກໍ່ຍັງຕິດພັນກັບເລື່ອງນິທານແຕ່ປາງກ່ອນ ມີບັນດານາງເທວະດາໄດ້ລົງພູຕຽນ, ວັດວ້ອງຕຽນ ກໍ່ມີຄວາມໝາຍວ່າ ແມ່ນສຽງກັງວານຂອງບັນດານາງເທວະດາ”.

ໂດຍຖືຕັ້ງຢູ່ແຄມແມ່ນ້ຳ ໄດ໊ ຂຶ້ນກັບນະຄອນ ຝູ໋ຫຼີ ວິຫານ ກິ໋ວຕິງ ກໍ່ແມ່ນປູຊະນີຍະສະຖານເຕົ້າໂຮມບັນດາຄຸນຄ່າວັດທະນະທຳຈິດວິນຍານທີ່ເປັນເອກະລັກສະເພາະ. ພິທີການບູຊາພະແມ່ຢູ່ທີ່ນີ້ ກໍ່ເຄີຍຈັດຕັ້ງພິທີສະແດງຂັບ ເຈົາວັນ ແລະ ທຳພິທີເຂົ້າຊົງ ອັນໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມາຮ່ວມຢ່າງຫຼວງຫຼາຍ.

ຖ້າຫາກວ່າບັນດາວິຫານບູຊາພະແມ່ອື່ນໆ ເຄີຍບູຊາພະແມ່ ຫຼຽວແຮັ້ງ, ຢູ່ວິຫານ ກິ໋ວຕິງ ກໍ່ແມ່ນໜຶ່ງໃນຈຳນວນໜ້ອຍວິຫານບູຊາເຈົ້າຖິ່ນເຈົ້າຖານ ນັ້ນແມ່ນເຈົ້າແມ່ ກິ່ວຈຸງທຽນ ໂດຍມີຄວາມເອກອ້າງທະນົງໃຈ ດ້ວຍບັນດາກິດຈະກຳ ປູຊະນີຍະສະຖານວັດທະນະທຳ, ຊາວທ້ອງຖິ່ນແຕ່ລະຄົນຢູ່ແຫ່ງນີ້ກໍ່ລ້ວນແຕ່ມີສະຕິ ຮັກສາເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ເປັນວັດຖຸ ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນທຸກຊັ້ນຄົນ ເປັນຕົ້ນແມ່ນແຂກທ່ອງທ່ຽວ. ລຸງ ຟ້າມບ໊າເກືອງ ຜູ້ເຝົ້າຍາມຢູ່ວິຫານ ກິ໋ວຕິງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ແມ່ນບັນດາຜູ້ເຝົ້າຍາມ ແລະ ຄຸ້ມຄອງກິດຈະກຳວັດທະນະທຳການເຫຼື້ອມໃສແຫ່ງຈິດວິນຍານນີ້. ດ້ວຍຄວາມຮັບຜິດຊອບ, ພວກຂ້າພະເຈົ້າໄດ້ເປີດປະຕູຕ້ອນຮັບແຂກ ມາຈາກສາລະທິດໃນແຕ່ລະວັນ ມາໄຫ້ວບູຊາ ພ້ອມທັງໄດ້ແນະນຳຮູບພາບຊາວ ຮ່ານາມ ແລະ ປະຫວັດຄວາມເປັນມາຂອງບັນດາພະວິຫານ ພະອໍລະຫັນ ອັນໄດ້ຊ່ວຍແຂກທ່ອງທ່ຽວເຂົ້າໃຈໄດ້ເຖິງວັດທະນະທຳຈິດວິນຍານ ຂອງຊາວ ຮ່ານາມ ເວົ້າສະເພາະ ແລະ ຊາວ ຫວຽດນາມ ເວົ້າລວມ”.

ໃນຊຸມປີມໍ່ໆມານີ້ ຮ່ານາມ ໄດ້ພົ້ນເດັ່ນຂຶ້ນໃນແຜນທີ່ທ່ອງທ່ຽວທົ່ວປະເທດ ດ້ວຍເຂດທ່ອງທ່ຽວແຫ່ງຊາດ ຕາມຈຸກ - ສະຖານທີ່ທ່ອງທ່ຽວທີ່ລືຊື່ ປະກອບດ້ວຍວັດໃຫຍ່ທີ່ສຸດໃນໂລກ ພ້ອມກັບທັດຊະນີຍະພາບທີ່ງົດງາມຫາຍາກ ເຊິ່ງໄດ້ຊ້ອນໂຕໃນກຸ່ມພູຫີນປູນທີ່ເປັນເອກະລັກ. ບໍ່ພຽງແຕ່ມີຄວາມເປັນເອກະລັກ ດ້ວຍສະຖານທີ່ວັດທະນະທຳຈິດວິນຍານເທົ່ານັ້ນ ແຂວງ ຮ່ານາມ ຍັງມີຄວາມດຶງດູດໃຈນັກທ່ອງທ່ຽວດ້ວຍຄວາມອຸດົມສົມບູນຂອງເກືອບ 100 ງານບຸນລະດັບບ້ານ ແລະ ຕາແສງ, 6 ງານບຸນລະດັບເຂດ. ນອກຈາກນັ້ນ ຮ່ານາມ ຍັງມີພູຜາຫຼາຍແຫ່ງ ດ້ວຍທິວທັດທີ່ສວຍສົດງົດງາມ ຄື ພູດ້ອຍ ພູດຽບ ຢູ່ ຢຸຍຕຽນ; ພູອານຫຼາວ ຢູ່ ບິ່ງລຸກ... ຝູ໋ຫຼີ ເຊິ່ງແມ່ນໃຈກາງຂອງແຂວງແມ່ນແຫ່ງເຕົ້າໂຮມຂອງສາມແມ່ນ້ຳຄື ແມ່ນ້ຳໄດ໊, ແມ່ນ້ຳເຈົາ ແລະ ແມ່ນ້ຳ ເຍວະ. ແຂວງ ຮ່ານາມ ຍັງມີບັນດາມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸມີຄຸນຄ່າ. ນີ້ກໍ່ແມ່ນດິນແດນຂອງບັນດາງານບຸນປະເພນີ, ມີບັນດາໝູ່ບ້ານອາຊີບທີ່ມີມານັບພັນປີ ແລະ ບົນພື້ນຖານນັ້ນຮ່ານາມ ກໍ່ຍັງແມ່ນທ້ອງຖິ່ນ ເຕັມໄປດ້ວຍທ່າແຮງບົ່ມຊ້ອນພັດທະນະການທ່ອງທ່ຽວ... ເພື່ອຮັກສາກົກເຄົ້າ ແລະ ປະເພນີດັ່ງກ່າວ ຮ່ານາມ ຍາມໃດກໍ່ກຳນົດອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ເປັນຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ແລະ ນັບທັງວົງຄະນາຍາດອີກດ້ວຍ.

ວີ​ໂອ​ວີ

vovworld.vn

ເຫດການ
302 Found

Found

The document has moved here.