ມອບຂອງຂວັນ 1.330 ພູດ ໃຫ້ແກ່ເດັກພິການຢູ່ບັນດາແຂວງ, ນະຄອນ ຕາເວັນຕົກສ່ຽງໃຕ້

22:28 | 15/09/2024

ຍສໝ - ວັນທີ 12 ກັນຍາ, ຢູ່ນະຄອນ ເກີນເທີ, ສູນກາງສະມາຄົມໜູນຊ່ວຍເດັກພິການ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ເກີນເທີ ຈັດຕັ້ງລາຍການ “ຈຸດປະກາຍແຈ້ງຄວາມໜັ້ນໃຈໃຫ້ເດັກນ້ອຍ” ຄັ້ງທີ 9.

ຊາວຫວຽດນາມຢູ່ລາວ ສະແດງຄວາມດີໃຈທີ່ໄດ້ຮັບການກວດກາ, ມອບຂອງຂວັນ
ມອບຂອງຂວັນ ຊຸດເສື້ອຍາວ ໃຫ້ແມ່ຍິງ ຫວຽດນາມ ຢູ່ເຂດ Kansai, ຍີ່ປຸ່ນ

ນີ້​ແມ່ນ​ລາຍການທີ່ມີຄວາມໝາຍມະນຸດສະທຳ ໄດ້ຈັດຂຶ້ນເປັນປະຈຳເພື່ອຍ້ອງຍໍ, ສົ່ງເສີມບັນດາແບບຢ່າງຂອງເດັກພິການທີ່ຜ່ານຜ່າຄວາມຫຍຸ້ງຍາກເພື່ອກ້າວໄປສູ່ຊີວິດທີ່ດີ; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ເຜີຍ​ແຜ່​ນ້ຳໃຈຮັກແພງ, ຮັກເດັກນ້ອຍ, ຊ່ວຍເຫຼືອ, ສະໜັບສະໜູນເດັກພິການໃຫ້ມີຄວາມເຊື່ອໝັ້ນ ແລະ ມານະຈິດເພື່ອເອົາຊະນະຕົນເອງ, ເຊື່ອມໂຍງເຂົ້າກັບຊຸມຊົນ.

ມອບຂອງຂວັນ 1.330 ພູດ ໃຫ້ແກ່ເດັກພິການຢູ່ບັນດາແຂວງ, ນະຄອນ ຕາເວັນຕົກສ່ຽງໃຕ້

ເດັກນ້ອຍພິການດີເດັ່ນທີ່​ໄດ້ຮັບຂອງຂວັນຈາກການນຳນະຄອນ ເກີນເທີ ແລະ ຄະນະຈັດຕັ້ງລາຍການ.

ທີ່​ລາຍການ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ 1.330 ພູດ (​ແຕ່​ລະພູດ​ຂອງຂວັນລວມມີ ເງິນສົດ 1 ລ້ານ​ດົ່ງ ແລະ ຂອງຂວັນ 1 ອັນ) ໃຫ້​ແກ່​ເດັກນ້ອຍ​ພິການດີເດັ່ນ​​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິເສດ ທີ່ມາ​ຈາກ​ນະຄອນ​ເກີນ​ເທີ ​ແລະ 12 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້. ສະເພາະຢູ່ນະຄອນ ເກີນເທີ ມີເດັກນ້ອຍພິການ 130 ຄົນທີ່ປະສົບກັບຄວາມຫຍຸ້ງຍາກແຕກຕ່າງກັນ ເປັນລູກຂອງຄອບຄົວນະໂຍບາຍ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ, ຄອບຄົວທຸກຍາກ, ຊົນເຜົ່າສ່ວນໜ້ອຍທີ່ຜ່ານຜ່າຄວາມຫຍຸ້ງຍາກ ໄດ້ຮັບການພິຈາລະນາຄັດເລືອກຍ້ອງຍໍ, ຮັບຂອງຂວັນຂອງລາຍການຈາກສະມາຄົມຄົນພິການນະຄອນ.

ທ່ານ ໂງແຊັກຖືກ, ປະທານ​ສະມາຄົມ​ໜູນ​ຊ່ວຍ​ເດັກ​ພິການ ຫວຽດນາມ ​ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະມາຄົມ​ໜູນ​ຊ່ວຍ​ເດັກ​ພິການ ຫວຽດນາມ ​ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຢ່າງແທດຈິງ, ຕອບ​ສະໜອງ​ບັນດາ​ຂະບວນການລະດົມ, ຂະບວນການແຂ່ງຂັນ​ຮັກ​ຊາດ, ສ້າງພື້ນຖານ​ຄວາມ​ປອດ​ໄພກັບເດັກພິການ; ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ, ການ​ແຂ່ງຂັນ​ຢ່າງ​ສຳ​ເລັດ​ຜົນ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການໃຫຍ່​ຂອງ​ປະ​ເທດ, ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ.

ກ່າວ​ຄຳປາໄສ​ທີ່​ລາຍການ, ທ່ານ ຫງວຽນຈຸ່ງເຍີນ - ກຳມະການ​ຄະນະ​ປະຈຳພັກນະຄອນ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ເກີນ​ເທີ ໄດ້ຮຽກຮ້ອງ​ທຸກ​ຂັ້ນ, ຂະ​ແໜງ​ການ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດຕັ້ງການ​ເມືອງ - ສັງຄົມ, ບັນດາ​ອົງການຈັດຕັ້ງ, ຫົວໜ່ວຍ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ເສີມຂະຫຍາຍຈິດໃຈຮັກແພງສາມັກຄີ, ເຂົ້າຮ່ວມບັນດາຂະບວນການ, ການເຄື່ອນໄຫວຢ່າງຕັ້ງໜ້າ ໂດຍສະມາຄົມຄົນພິການຈັດຕັ້ງ. ທ່ານກໍ່ຫວັງ​ວ່າ ເດັກ​ພິການ​ຈະ​ສືບ​ຕໍ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຜີຍ​ແຜ່​ກຳລັງ​ແຮງ​ມານະຈິດການ​ດຳລົງ​ຊີວິດ​ທີ່​ດີ​ໃຫ້​ແກ່​ຊຸມ​ຊົນ, ສັງຄົມ.

ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022 ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.

ມອບຂອງຂວັນ 600 ພູດ ໃຫ້ແກ່ຄົນທຸກຍາກຢູ່ເມືອງມູ່ກັງຈ໊າຍ ມອບຂອງຂວັນ 600 ພູດ ໃຫ້ແກ່ຄົນທຸກຍາກຢູ່ເມືອງມູ່ກັງຈ໊າຍ

ວັນທີ 7 ມັງກອນ, ໜັງສືພິມກອງທັບປະຊາຊົນສົມທົບກັບກອງທຶນກຸສົນ (ກຸ່ມບໍລິສັດ Vingroup) ຈັດຕັ້ງພິທີມອບຂອງຂວັນ 600 ພູດ (ມີມູນຄ່າ 600.000ດົ່ງ/ພູດ) ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເມືອງມູ່ກັງຈ໊າຍ (ແຂວງອຽນບ໊າຍ).

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.