ຫວຽດນາມ ນໍາສະເຫນີວິທີການແກ້ໄຂ ທາງດ່ານເຕັກໂນໂລຢີຢູ່ລາວ

21:45 | 30/06/2019

ວັນທີ 28 ເດືອນມິຖຸນາ ຢູ່ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມຂອງລາວໃນການປະສານສົມທົບກັບສະມາຄົມການຄ້າລາວ - ລາວ ໄດ້ຈັດຕັ້ງງານວາງສະແດງເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ 2019 ຢູ່ ລາວ (Lao ICT Expo 2019) ພວມດໍາເນີນທີ່ນະຄອນຫຼວງວຽງຈັນ ດ້ວຍຫົວຂໍ້ “ປະດິດຄິດສ້າງ ແລະຊຸກຍູ້ການຫັນປ່ຽນດີຈີຕອນ”.

ເຂົ້າຮ່ວມງານວາງສະແດງມີບໍລິສັດຫຼາຍສິບແຫ່ງດ້ວຍ 54 ຮ້ານວາງສະແດງ, ແນະນໍາຜະລິດຕະພັນໃໝ່, ທັນສະໄໝຫຼາຍຢ່າງໃນຂົງເຂດຖະແຫຼງຂ່າວ, ໂທລະຄົມມະນາຄົມ, ເຕັກໂນໂລຢີເຕັກນິກດີຈີຕອນ. ຄະນະຈັດຕັ້ງກໍ່ຈັດວາງໃຫ້ບັນດາກະຊວງ, ຂະແໜງການ ແລະວິສາຫະກິດວາງສະແດງແນະນໍາຜົນງານນໍາໃຊ້ ICT ໃນການເຄື່ອນໄຫວວຽກງານດ້ານວິຊາສະເພາະ ແລະຈັດຕັ້ງບັນດາກອງປະຊຸມສໍາມະນາ, ເວທີປາໄສຫົວຂໍ້ສະເພາະກ່ຽວກັບຂົງເຂດຫັນປ່ຽນເຕັກນິກດີຈີຕອນ, ລັດຖະບານເອເລັກໂຕນິກ, ນໍາໃຊ້ ICT ເຂົ້າໃນການຄົ້ນຄວ້າການເງິນ...

ຫວຽດນາມ ນໍາສະເຫນີວິທີການແກ້ໄຂ ທາງດ່ານເຕັກໂນໂລຢີຢູ່ລາວ

ເຂດວາງສະແດງ ຂອງ ກຸ່ມບໍລິສັດໄປສະນີ - ໂທລະຄົມມະນາຄົມຫວຽດນາມ VNPT. (ພາບ: hanoimoi)

ບໍລິສັດ Star Telecom ໄດ້ແນະນໍາບັນດາຜະລິດຕະພັນກ່ຽວກັບລະບົບເຕັກໂນໂລຢີທັນສະໄໝທີ່ສຸດ, ແມ່ນ ຜະລິິດຕະພັນທີ່ເໝາະສົມໃຫ້ແກ່ການຮັບໃຊ້ໃນວຽກງານປະຈຸບັນກ່ຽວກັບລັດຖະບານເອເລັກໂຕນິກ ຄືລະບົບການບໍລິການບໍລິຫານສະຫຼາດ (Intelligent Control Center), ລະບົບກ່ຽວກັບບັນດາມາດຕະການສາທາລະນະສຸກ, ມາດຕະການຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ-SOC, ມາດຕະການຫ້ອງການເອເລັກໂຕນິກ-Voffice; ເຕັກໂນໂລຢີ Chatbot, ລະບົບຮຽນໂດຍກົງຜ່ານເຄືອຂ່າຍອິນເຕີແນັດ Elearning-Viettel Study.

ຫວຽດນາມ ນໍາສະເຫນີວິທີການແກ້ໄຂ ທາງດ່ານເຕັກໂນໂລຢີຢູ່ລາວ

ຜູ້ອໍານວຍການໃຫຍ່ Star Telecom ແນະນໍາໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ກ່ຽວກັບລັດຖະບານເອເລັກໂຕນິກທີ່ງານວາງສະແດງ Lao ICT Expo 2019. (ພາບ: nhandan)

Lao ICT Expo 2019 ສ້າງໂອກາດໃຫ້ນັກຄຸ້ມຄອງ, ນັກຜະລິດ, ນັກບໍລິການໄດ້ພົບປະ, ແລກປ່ຽນບົດຮຽນ, ເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນຮ່ວມມື ເພື່ອພ້ອມກັນພັດທະນາ ແລະ ງານວາງສະແດງໄດ້ປິດລົງໃນວັນທີ 30 ມິຖຸນາ.

(ແຫຼ່ງ​ຂໍ້​ມູນ​: ໄຊນີດາ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.