ສົ່ງເສີມການຮ່ວມມືດ້ານການກະສິກໍາ ລະຫວ່າງ ແຂວງເກິ່ນເທີ ແລະນະຄອນຫຼວງວຽງຈັນ

06:27 | 21/06/2019

ຍສໝ - ໃນວັນທີ 19 ມິຖຸນາ, ຢູ່ທີ່ ຫ້ອງວ່າການ ຄະນະກໍາມະການພັກແຂວງເກິ່ນເທີ ໄດ້ມີກອງປະຊຸມພົບປະ ແລະ ເຮັດວຽກ ກັບຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ, ແຫ່ງ ສປປ ລາວ, ໂດຍທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ມາເຮັດວຽກ ແລະ ປຶກສາຫາລື ກ່ຽວກັບຄວາມຄາດຫວັງຢາກຮ່ວມມື ໃນຂົງເຂດຂະແຫນງກະສິກໍາ ສອງຝ່າຍໃນອານາຄົດ.

ສົ່ງເສີມການຮ່ວມມືດ້ານການກະສິກໍາ ລະຫວ່າງ ແຂວງເກິ່ນເທີ ແລະນະຄອນຫຼວງວຽງຈັນ

ບັນຍາກາດທີ່ການເຮັດວຽກ. (ພາບ: ສໍານັກຂ່າວສານຫວຽດນາມ)

ກ່າວຄຳເຫັນໃນການເຮັດວຽກ, ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ຕີລາຄາສູງ ຕໍ່ກັບການຊ່ວຍເຫຼືອຂອງຫວຽດນາມ ໃນການພັດທະນາຂະແຫນງກະສິກໍາຂອງລາວ, ເຊິ່ງປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກພາຍໃນລາວ. ເຈົ້າຄອງນະຄອນຫຼວງວຽງຈັນ ເວົ້າວ່າ: ການພັດທະນາຂອງຂະແຫນງກະສິກໍາລາວ ທີ່ຜ່ານມາສາມາດເຮັດໄດ້ຕາມແຜນການຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວພ້ອມດຽວກັນນັ້ນທ່ານກໍ່ ຢືນຢັນເຖິງຜົນສໍາເລັດຂອງຂະແໜງກະສິກໍາຫວຽດນາມ, ໂດຍສະເພາະແມ່ນບົດຮຽນຂອງຫວຽດນາມ, ແມ່ນມີຄຸນປະໂຫຍດຫຼາຍຕໍ່ການພັດທະນາກະສິກໍາລາວ.

ໃນປັດຈຸບັນ, ນະຄອນຫຼວງວຽງຈັນໄດ້ສຸມໃສ່ການເຊື່ອມຕໍ່ ແລະ ການພັດທະນາ ໃນຂົງເຂດ ກະສິກໍາ ທີ່ທ່າແຮງຂອງປະເທດລາວ ເພື່ອແນໃສ່ການນຳໃຊ້ທ່າແຮງທ່າງດ້ານເນື້ອທີ່ດິນອັນກວ້າງຂວາງ ທີ່ເຫມາະສົມກັບ ຕົ້ນໄມ້ອຸດສາຫະກໍາ ມີມູນຄ່າທາງເສດຖະກິດສູງ ເຊັ່ນ: ຢາງພາລາ, ກາເຟ ແລະ ຫມາກມ່ວງຫິມະພານ ທັງມີຄວາມເໝາະສົມກັບ ການລ້ຽງສັດ ແລະ ການປູກເຂົ້າ, ໂດຍສະເພາະແມ່ນ ເຂົ້າປະເພດໃຫ້ຜົນຜະລິດສູງ ເພື່ອຮັບໃຊ້ການບໍລິໂພກພາຍໃນ ແລະ ການສົ່ງອອກ. ນະຄອນ ເກິ່ນເທີ ໃນຖານະທີ່ ເປັນສູນກາງຂອງການພັດທະນາ ເສດຖະກິດ, ເປັນຂຸມກຳລັງ ຂອງເຂດທົ່ງພຽງລຸ່ມແມ່ນ້ໍາຂອງ, ເປັນຫນຶ່ງໃນທ້ອງຖິ່ນ ທີ່ໄດ້ຮັບການຍົກຍ່ອງ ຈາກນະຄອນຫຼວງວຽງຈັນ ຍົກສູງສາຍພົວພັນທາງດ້ານເສດຖະກິດ ແລະ ການຄ້າ ຂື້ນສູ່ລະດັບໃໝ່ ທຽບເທົ່າກັບ ສາຍພົວພັນດ້ານການເມືອງຂອງສອງປະເທດ; ສົ່ງເສີມການຮ່ວມມື ແຈ່ມແຈ້ງ, ໂປ່ງໃສ ແລະ ພັດທະນາຮ່ວມກັນ.

ສົ່ງເສີມການຮ່ວມມືດ້ານການກະສິກໍາ ລະຫວ່າງ ແຂວງເກິ່ນເທີ ແລະນະຄອນຫຼວງວຽງຈັນ

ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວຄຳເຫັນທີ່ ກອງປະຊຸມ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ຕ້ອງການຢາກຊຸກຍູ້ສົ່ງເສີມການຮ່ວມມື ກັບ ແຂວງເກິ່ນເທີ ທີ່ສຳຄັນໃນການພັດທະນາ-ການຜະລິດເຂົ້າ; ຜະລິດແນວພັນ, ຕົ້ນໄມ້ກິນຫມາກພິເສດຂອງທ້ອງຖິ່ນ ແລະ ພັດທະນາການປະມົງ ຕິດພັນກັບ ການປັບປຸງ ຂະແໜງກະສິກໍາ, ນໍາໃຊ້ເຕັກໂນໂລຢີສູງ ຕາມມາດຕະຖານ GAP, ໃນນັ້ນໃຫ້ບູລິມະສິດໃຫ້ແກ່ການພັດທະນາການຜລິດແນວພັນເພື່ອບໍລິການໃຫ້ແກ່ ເປົ້າໝາຍພັດທະນາ ກະສິກໍາ ຂອງທັງສອງຝ່າຍ.

ນອກຈາກນັ້ນ, ນະຄອນຫຼວງວຽງຈັນ ຍັງຕ້ອງການຮຽນຮູ້ຕົວຈິງເພີ່ມເຕີມ ກ່ຽວກັບແຂວງເກີ່ນເທີ ໃນການພັດທະນາດ້ານການກະເສດໂດຍຜ່ານການຢ້ຽມຢາມ ຮູບແບບການຜະລິດສິຄ້າກະສິກໍາ ທີ່ປະສົບຜົນສໍາເລັດໃນແຂວງເກິ່ນເທີ, ນະຄອນຫຼວງວຽງຈັນ ເຫັນໄດ້ວ່າ ການກະສິກຳຊົນນະບົດ ຂອງແຂວງເກິ່ນເທີ ເວົ້າສະເພາະ, ທົ່ງພຽງລຸ່ມແມ່ນ້ໍາຂອງ ເວົ້າລວມ ກຳລັງພັດທະນາຢ່າງຍືນຍົງ.

ອີງຕາມ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ຢູ່ ປະເທດລາວ, ຖ້າຫາກວ່າໃນຕົວເມືອງພັດທະນາຢ່າງວ່ອງໄວ, ແຕ່ທ້ອງຖິ່ນອື່ນ ພັດທະນາຊ້າ.ຍ້ອນນັ້ນ, ນະໂຍບາຍຂອງກົມການເມືອງ ແຫ່ງ ສປປ ລາວ ປະຈຸບັນ ແມ່ນຕື່ນຕົວເປີດກວ້າງການຮ່ວມມືການຄ້າ, ຮຽນຮູ້ປະສົບການກໍ່ຄືຖອດຖອນບົດຮຽນສຸມໃສ່ການກະສິກໍາ ເພື່ອໃຫ້ເຂດຊົນນະບົດສາມາດພັດທະນາໄວຂຶ້ນ. ກ່ອນໜ້ານີ້, ກຸ່ມບໍລິສັດ ນຳ້ນົມ Vinamilk ໄດ້ໄປລາວ ເພື່ອລົງທຶນໃນການລ້ຽງງົວ ຍີ່ປຸ່ນ ແລະ ໂຄງການລົງທຶນນີ້ ແມ່ນຫນຶ່ງໃນຟາມລ້ຽງສັດຂະຫນາດໃຫຍ່ໃນອາຊີຕາເວັນອອກສຽງໃຕ້.

ຍ້ອນແນວນັ້ນ, ນະຄອນຫຼວງວຽງຈັນ ມີຄວາມຕ້ອງການເຊັນສັນຍາຮ່ວມມື ກັບ ນະຄອນເກິ່ນເທີ, ກໍ່ຄືທ້ອງຖິ່ນອື່ນ ຢູ່ເຂດພາກຕາເວັນຕົກສຽງໃຕ້ ເພື່ອຜັນຂະຫຍາຍຮູບແບບການພັດທະນາກະສິກໍາ ທີ່ໃຊ້ເຕັກໂນໂລຢີຂັ້ນສູງ ຂອງຫວຽດນາມ ໄປ ລາວ. ນະຄອນຫຼວງວຽງຈັນ ຫວັງເປັນຢ່າງຍິ່ງວ່າ: ການຮ່ວມມືນີ້ຈະປະກອບສ່ວນໃນການສ້າງຄວາມຫມັ້ນຄົງດ້ານສະບຽງອາຫານໃນນະຄອນຫລວງວຽງຈັນ, ກໍ່ຄື ໃນ ສປປລາວ.

ສົ່ງເສີມການຮ່ວມມືດ້ານການກະສິກໍາ ລະຫວ່າງ ແຂວງເກິ່ນເທີ ແລະນະຄອນຫຼວງວຽງຈັນ

ກຳມະການສູນກາງພັກ, ເລຂາພັກນະຄອນ, ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ເກີ່ນເທີ, ເຈິ່ນ ກວກ ຈຸງ ກ່າວຄຳເຫັນທີ່ກອງປະຊຸມ,(ພາບ: ສໍານັກຂ່າວສານຫວຽດນາມ)

ເຫັນດີເປັນເອກະພາບກັບ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເຈິ່ນ ກວກ ຈຸງ ຫວັງເປັນຢ່າງຍິ່ງວ່າ ຄະນະປະຕິບັດງານ ສປປ ລາວ ສືບຕໍ່ການຢ້ຽມຢາມ, ສຶກສາ, ສຳຫຼວດລົງເລິກຂື້ນຕື່ມ ກ່ຽວກັບຮູບແບບຕົວຈິງ ຂອງ ຫວຽດນາມ ເວົ້າລວມ, ນະຄອນເກິ່ນເທີເວົ້າສະເພາະ ທີ່ສາມາດນຳໃຊ້ ຢູ່ລາວໄດ້; ຈາກນັ້ນນຳສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ກໍ່ຄືນະຄອນເກີ່ນເທີ ແລະ ນະຄອນຫຼວງວຽງຈັນຈະສືບຕໍ່ຮ່ວມມື, ລົງທຶນ, ພັດທະນາ ແລະ ເສີມຂະຫຍາຍ ສາຍພົວພັນອັນດີງາມ, ມູນເຊື້ອສາຍພົວພັນດັ້ງເດີມຂອງສອງພັກ, ສອງລັດ.

ເລຂາພັກແຂວງ ທ່ານ ເຈິ່ນ ກວກ ຈຸງ ເນັ້ນໜັກວ່າ: ໃນໄລຍະຕໍ່ໜ້າ, ຂະແໜງກະສິກໍາຂອງ ແຂວງເກິ່ນເທີ ຈະເພີ່ມທະວີ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບ ນະຄອນຫຼວງວຽງຈັນ ເພື່ອຈັດຕັ້ງປະຕິບັດ ບັນດາສົນທິສັນຍາພາກພື້ນ ແລະ ສາກົນໃນຂົງເຂດ ການປ່ຽນແປງດິນຟ້າອາກາດ, ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຕ້ານການຫຼຸດລົງຂອງປ່າໄມ້ ແລະ ສູນເສຍປ່າໄມ້, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພຂອງອາຫານ, ເພີ່ມທະວີການບໍລິຫານ, ການບັງຄັບໃຊ້ກົດຫມາຍປ່າໄມ້ ແລະ ການຄ້າຂາຍເຄື່ອງປ່າຂອງດົງ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.