ເປີດໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າ

13:09 | 03/09/2019

ຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມ ຫົວພັນ – ແທັງຮວ່າ ມີສະຖານທີ່ຕັ້ງຢູ່ບ້ານພັນໄຊເມືອງຊຳເໜືອ ແຂວງຫົວພັນ ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນນອນຢູ່ແຜນຮ່ວມມືຂອງສອງແຂວງຫົວພັນ – ແທັງຮວ່າ ໂດຍແມ່ນກຸ່ມບໍລິສັດມິງລິງແທັງຮວ່າເປັນຜູ້ລົງທຶນ ແລະ ສຳປະທານ ໃນໄລຍະ 50 ປີ, ໂຄງການນີ້ມີເນື້ອທີທັງໝົດ 2.300 ຕາແມັດ ແລະ ໄດ້ແບ່ງອອກເປັນ 2 ກິດຈະການຄື: ກິດຈະການທີ່ໜຶ່ງແມ່ນຈະໄດ້ກໍ່ສ້າງໂຮງແຮມບໍລິການທີ່ທັນສະໄໝ ເປັນອາຄານ 9 ຊັ້ນ, ກິດຈະການທີສອງກໍ່ສ້າງສູນການຄ້າປະສົມປະສານກັບເຮືອນເຊົ່າ ເປັນອາຄານ 3 ຊັ້ນ ຊຶ່ງມີມູນຄ່າການລົງທຶນທັງໝົດ 80 ຕື້ດົງ ເທົ່າກັບ 3,4 ລ້ານໂດລາສະຫະລັດ ແລະ ຄາດວ່າຈະໃຊ້ເວລາເຂົ້າໃນການກໍ່ສ້າງທັງໝົດ 2 ປີ ໃຫ້ສຳເລັດ.

ເປີດໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າ

ພິທີວາງສິລາລຶກ ໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າ.(ພາບ:ງຸດ ວິໄລຄຳ/houaphannews.wordpress.com)

ເມື່ອໂຄງການນີ້ສຳເລັດຈະເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ -ສັງຄົມຢູ່ແຂວງຫົວພັນ ໂດຍສະເພາະແມ່ນເມືອງຊຳເໜືອ ກາຍເປັນສູນການຄ້າ, ບໍລິການໂຮງແຮມ ເພື່ອໃຫ້ຊາວຄ້າຂາຍ, ບັນດານັກທຸລະກິດຫວຽດນາມເວົ້າລວມ, ເວົ້າສະເພາະແຂວງແທັງຮວ່າມີເງື່ອນໄຂເຮັດທຸລະກິດຄົງທີ່, ທັງເປັນການເພີ່ມທະວີການພົບປະແລກປ່ຽນຮ່ວມມືການຄ້າລະຫວ່າງສອງຊາດລາວ – ຫວຽດນາມ, ຫົວພັນ – ແທັງຮວ່າໃຫ້ນັບມື້ກວ້າງຂວາງແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນີ້ຍັງເປັນການສ້າງເງື່ອນໄຂໃຫ້ຊາວຄ້າຂາຍ, ບັັນດານັກທຸລະກິດຢູ່ລາວໂດຍສະເພາະແມ່ນແຂວງຫົວພັນມີທາງເລືອກກ່ຽວກັັບການເຮັດທຸລະກິດຄ້າຂາຍ ຢູ່ໃນສູນການຄ້າ, ໂຮງແຮມ ຫົວພັນ – ແທັງຮວ່າ; ນຳໃຊ້ແຮງງານຂອງທ້ອງຖິ່ນ, ເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໝັ້ນຄົງໃຫ້ແກ່ປະຊາຊົນຈຳນວນຫຼາຍຮ້ອຍຄົນ ທັງເປັນການປະກອບສ່ວນເຂົ້າໃນງົບປະມານຂອງທ້ອງຖິ່ນໃຫ້ນັບມື້ສູງຂຶ້ນ.

ເປີດໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າ

ພິທີວາງສິລາລຶກ ໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າ.(ພາບ:ງຸດ ວິໄລຄຳ/houaphannews.wordpress.com)

ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ກັນຍາ 2019 ນີ້ທີບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມໃນພິທີເປີດໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມຫົວພັນ – ແທັງຮວ່າໃນຄັ້ງນີມີທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫົວພັນ, ທ່ານ ກາວມິງເຕິນ ປະທານກຸ່ມບໍລິສັດມິງລິງ , ມີການນຳຂັ້ນແຂວງ, ສະພາປະຊາຊົນແຂວງ, ການນຳເມືອງຊຳເໜືອ, ຫົວໜ້າ – ຮອງພະແນກການກ່ຽວຂ້ອງຂັ້ນແຂວງ, ຕະຫຼອດຮອດພະນັກງານຈາກພະແນກ ຍທຂ, ບໍລິສັດມິງລິງ, ຫ້ອງການກ່ຽວຂ້ອງຈາກເມືອງຊຳເໜືອ ແລະ ບ້ານພັນໄຊເຂົ້າຮ່ວມນຳ.

ໂອກາດດຽວກັນນີ້ທາງບໍລິສັດມິງລິງຍັງໄດ້ມອບເງິນຈຳນວນ 300 ລ້ານດົງໃຫ້ເມືອງວຽງໄຊ ແລະ ເມືອງຊຳເໜືອ ເມືອງລະ 150 ລ້ານດົງ ເພື່ອປະກອບສ່ວນເຂົ້າໃນການພັດທະນາສອງເມືອງດັ່ງກ່າວຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ງຸດ ວິໄລຄຳ/houaphannews.wordpress.com)

ເຫດການ
302 Found

Found

The document has moved here.