ການພົບປະເຈລະຈາ ລະຫວ່າງ ຕໍາຫຼວດເມືອງ ເລະຖຸ້ຍ ແລະ ປກສເມືອງເຊໂປນ

09:37 | 19/06/2019

ຍສໝ - ໃນທິດທີ່ຜ່ານມາ, ຕໍາຫຼວດເມືອງ ເລະຖຸ້ຍ ໄດ້ຈັດຕັ້ງການພົບປະເຈລະຈາ, ເຊັນບົດບັນທຶກຄວາມເຂົ້າໃຈກັບ ປກສ ເມືອງເຊໂປນ, ແຂວງ ສະຫວັນນະເຂດ (ສປປ ລາວ). ເຂົ້າຮ່ວມໃນພິທີດັ່ງກ່າວ ມີບັນຜູ້ຕາງຫນ້າການນຳ ປກສ ແຂວງ, ຄະນະກໍາມະການພັກເມືອງ, ຄະນະກໍາມະການປະຊາຊົນເມືອງເລະຖຸ້ຍ ແລະ ເມືອງເຊໂປນ.

ການພົບປະເຈລະຈາ ລະຫວ່າງ ຕໍາຫຼວດເມືອງ ເລະຖຸ້ຍ ແລະ ປກສເມືອງເຊໂປນ

ບັນຍາກາດກອງປະຊຸມລະຫວ່າງ ປກສເມືອງເລະຖຸ້ຍ ແລະ ປສກ ເມືອງເຊໂປ, ແຂວງ ສະຫວັນນະເຂດ (ລາວ).

ໃນການພົບປະເຈລະຈາ, ຕໍາຫຼວດເມືອງ ເລະຖຸ້ຍ ແລະ ປສກ ເມືອງເຊໂປ ໄດ້ຮ່ວມກັນແລກປ່ຽນຂໍ້ມູນ ກ່ຽວກັບສະພາບການດ້ານເສດຖະກິດ-ສັງຄົມ ແລະ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນປີ 2019 ຂອງສອງື້ອງຖິ່ນ.

ພ້ອມດຽວກັນນັ້ນ, ກໍ່ໄດ້ຕີລາຄາຄືນກ່ຽວກັບຜົນຂອງການປະສານງານ ແລະ ແລກປ່ຽນ ວິທີການແກ້ໄຂ ເພື່ອແນໃສ່ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຂື້ນຕື່ມ ໃນວຽກງານຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຕາມແນວຊາຍແດນ ຕາມເນື້ອໃນຂອງບົດບັນທືກຄວາມເຂົ້າໃຈສອງຝ່າຍ.

ດັ່ງນັ້ນ, ໂດຍມີການປະສານງານຢ່າງໃກ້ຊິດ ລະຫວ່າງ ຕໍາຫຼວດເມືອງ ເລະຖຸ້ຍ ແລະ ເມືອງເຊໂປນ ໃນໄລຍະຜ່ານມາ, ສະຖານະການຄວາມສະຫງົບຊາຍແດນຢາມໃດກໍ່ໄດ້ຮັບການຮັກສາຢ່າງໝັ້ນຄົງ, ວຽກງານປະສານສົມທົບ ໃນການຕໍ່ສູ້ສະກັດກັ້ນ ແລະ ປ້ອງກັນ ອາສະຍາກຳ ຢູ່ ລຽບຕາມແນວຊາຍແດນໃຫ້ໄດ້ຮັບຜົນຢ່າງຕັ້ງໜ້າ, ຕີຖອຍການເຄື່ອນໄຫວເພມ້າງ ຂອງສັດຕູ ທີ່ຕ້ອງການແບ່ງປັນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ, ປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນ, ຮ່ວມມືທີ່ສະດວກສະບາຍ ລະຫວ່າງ ສອງທ້ອງຖິ່ນ ກ່ຽວກັບບັນຫາເສດຖະກິດ - ສັງຄົມ.

ໃນຕອນທ້າຍກອງປະຊຸມ, ພາຍໃຕ້ການເປັນພະຍານຂອງການນຳ ປກສ ແຂວງ, ຄະນະກໍາມະການພັກເມືອງ, ຄະນະກໍາມະການປະຊາຊົນເມືອງ ເລະຖຸ້ຍ ແລະ ເມືອງເຊໂປນ, ການນຳ ຕຳຫຼວດ ເມືອງ ເລະຖຸ້ຍ ແລະ ປກສ ເມືອງເຊໂປນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ປີ2019 -2020 ກ່ຽວກັບການຮັບປະກັນສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ