10 ທຶນການສຶກສາໄປຮຽນຢູ່ ມາຣົກ ຕາມສັນຍາປີ 2024

12:11 | 13/05/2024

ຍສໝ - ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫາກໍ​ປະກາດຮັບສະໝັກນັກຮຽນໄປຮຽນຢູ່ ມາຣົກ ຕາມສັນຍາປີ 2024. ຕາມ​ນັ້ນ​ແລ້ວ, ລັດຖະບານ ມາຣົກ ​ໄດ້​ມອບ 10 ທຶນການສຶກສາ​ໃຫ້ພົນລະເມື່ອງ ຫວຽດນາມ ​ໄປບຳລຸງ​ສ້າງຢູ່ ມາຣົກ ໃນຫຼັກສູດ​ລະດັບ​ປະລິນຍາຕີ, ປະລິນຍາ​ໂທ ​ທີ່ເຊື່ອມຕໍ່ຈາກ​​ລະດັບ​ປະລິນຍາຕີ, ປະລິນຍາ​ໂທ ​​​ແລະ ປະລິນຍາເອກ.

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ຜູ້ສະຫມັກສາມາດຊອກຫາຂໍ້ມູນທີ່ກ່ຽວຂ້ອງກ່ຽວກັບຫຼັກສູດໄດ້ຢູ່ໃນບັນດາເວັບໄຊ: www.amci.ma; www.enssup.gov.ma; www.men.gov.ma; www.ofppt.ma.

ຜູ້ສະຫມັກທີ່ໄດ້ຮັບການຄັັດເລືອກ ຈະໄດ້ຮັບທຶນການສຶກສາຈາກລັດຖະບານ ມາຣົກ ລວມມີຄ່າຮຽນ, ການເບິ່ງແຍງດູແລທາງການແພດ ແລະ ໃຊ້ຈ່າຍດໍາລົງຊີວິດໃນແຕ່ລະເດືອນຕາມກົດລະບຽບຂອງລັດຖະບານ ມາຣົກ. ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ລົງ​ຊີ​ວິດແຕ່ລະ​ເດືອນ, ຄ່າ​ເດີນ​ທາງ, ຄ່າ​ໜັງ​ສື​ຜ່ານ​ແດນ, ຄ່າ​ວີ​ຊາ, ປີ້​ຍົນ​ໄປ ແລະ ກັບ ຕາມລະບົບທີ່ພວມນຳໃຊ້ສຳລັບນັກສຶກສາຕ່າງປະເທດທີ່ໄດ້ຮັບທຶນການສຶກສາສັນຍາລະຫວ່າງລັດຖະບານຢູ່ ມາຣົກ.

10 ທຶນການສຶກສາໄປຮຽນຢູ່ ມາຣົກ ຕາມສັນຍາປີ 2024

ລັດຖະບານ ມາຣົກ ມອບ 10 ທຶນການສຶກສາ​ໃຫ້ພົນລະເມືອງ ຫວຽດນາມ ​ໄປບຳລຸງ​ສ້າງຢູ່ ມາຣົກ ໃນຫຼັກສູດ​ລະດັບ​ປະລິນຍາຕີ, ປະລິນຍາ​ໂທ​ທີ່ເຊື່ອມຕໍ່ຫຼັກສູດ​ລະດັບ​ປະລິນຍາຕີ, ປະລິນຍາ​ໂທ ​​​ແລະ ປະລິນຍາເອກ.

ຫຼັກສູດ​ລະດັບ​ປະລິນຍາຕີ ໄດ້ບຳລຸງ​ສ້າງແຕ່ 3 ຫາ 4 ປີ, ຫຼັກສູດລະດັບປະລິນຍາ​ໂທ ໄດ້ບຳລຸງ​ສ້າງ 2 ປີ. ຫຼັກສູດລະດັບປະລິນຍາເອກ ຈະບຳລຸງ​ສ້າງນັບແຕ່ 3 ຫາ 4 ປີ.

ພາສາຕົ້ນຕໍທີ່ໃຊ້ໃນຂະບວນການຮ່ຳຮຽນ ແລະ ຄົ້ນຄວ້າແມ່ນພາສາ ຝຣັ່ງ. ສໍາລັບພາກວິຊາພາສາ ແລະ ວັດທະນະທໍາ ອາຣັບບີ ຊາອູດິ, ພາສາທີ່ໃຊ້ແມ່ນພາສາ ອາຣັບ. ສໍາລັບພາກວິຊາວິທະຍາສາດກົດໝາຍ, ພາສາທີ່ໃຊ້ແມ່ນພາສາຝຣັ່ງ ຫຼື ອາຣັບ.

ຜູ້ສະໝັກ ທີ່ຍັງບໍ່ທັນໄດ້ລົງທະບຽນສະໝັກທຶນການສຶກສາອື່ນໆຂອງກະຊວງສຶກສາທິການ ແລະ ບຳລຸງສ້າງ ໃນຈຸດເວລາແຈ້ງການສະບັບນີ້ (ນັບແຕ່ມື້ປະກາດຜົນນີ້ເປັນຕົ້ນໄປ ຈົນຮອດເມື່ອມີຜົນການສອບເສັງເບື້ອງຕົ້ນ); ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະ​ເຮັດ​ສຳ​ເລັດຫຼັກສູດບຳລຸງສ້າງ ແລະ ກັບ​ຄືນ​ໄປ​ຮັບ​ໃຊ້​ຢູ່​ອົງ​ການ​ສົ່ງ​ໄປຮຽນ ຫຼື ​ຕາມ​ຄວາມຕ້ອງການຂອງ​ລັດ. ບັນດາຜູ້ທີ່ຮຽນບໍ່ຈົບ, ໂຈະຮຽນ, ຖືກບັງຄັບໃຫ້ໂຈະຮຽນ ຫຼື ບໍ່ກັບຄືນປະເທດ ຫຼັງຈາກຮຽນຈົບ, ບໍ່ປະຕິບັດໜ້າທີ່ຮັບຜິດຊອບຂອງຜູ້ໄດ້ຮັບທຶນການສຶກສາຢ່າງຄົບຖ້ວນ ຕ້ອງຊົດເຊີຍຄ່າຮຽນຕາມລະບຽບການທີ່ພວມນຳໃຊ້.

ຂະແໜງວິຊາທີ່ລົງທະບຽນເຂົ້າຮຽນຕ້ອງສອດຄ່ອງກັບກຸ່ມຂະແໜງວິຊາທີ່ກຳລັງຮຽນຢູ່ມະຫາວິທະຍາໄລໃນປະເທດ ຫວຽດນາມ (ສຳລັບຜູ້ສະໝັກຮັບທຶນການສຶກສາໃນຫຼັກສູດ​ລະດັບ​ປະລິນຍາຕີ), ສອດຄ່ອງກັບຂະແໜງວິຊາ ທີ່ເຄີຍຮຽນໃນຫຼັກສູດ​ລະດັບ​ປະລິນຍາຕີ/ປະລິນຍາ​ໂທ, ວຽກປະຈຸບັນ (ສໍາລັບຜູ້ສະຫມັກທຶນການສຶກສາປະລິນຍາໂທ/ປະລິນຍາເອກ);

ສາມາດລົງທະບຽນໄດ້ພຽງແຕ່ 1 ຂະແໜງວິຊາເທົ່ານັ້ນ ແລະ ບໍ່ໃຫ້ປ່ຽນຂະແໜງວິຊາຕາມໃຈຕົນເອງ, ພື້ນຖານບຳລຸງ​ສ້າງ ຫຼັງຈາກທີ່ໄດ້ລົງທະບຽນເສັງ, ເຂົ້າຮຽນ; ສາມາດລົງທະບຽນສະໝັກຮຽນຕາມລະດັບການບຳລຸງ​ສ້າງທີ່ສູງກວ່າລະດັບທີ່ມີໃບປະກາດສະນີຍະບັດແລ້ວເທົ່ານັ້ນ.

ສຳລັບກໍລະນີຮຽນຈົບຫຼັກສູດ​ລະດັບ​ປະລິນຍາຕີ, ປະລິນຍາໂທຢູ່ຕ່າງປະເທດທີ່ບໍ່ແມ່ນກະຊວງສຶກສາ ແລະ ບຳລຸງ​ສ້າງ ສົ່ງໄປຮຽນ ຫຼື ຮຽນຈົບບັນດາໂຄງ​ການ​ຝຶກ​ອົບ​ຮົມ​ທີ່ສົມທົບ​ກັບ​ຕ່າງ​ປະ​ເທດ​ຢູ່​ ຫວຽດ​ນາມ ຕ້ອງມີໃບປະກາດສະນີຍະບັດ ໂດຍ​ກົມ​ຄຸ້ມ​ຄອງ​ຄຸນ​ນະ​ພາບ - ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ ອອກໃຫ້..

ຜູ້ສະໝັກ ທີ່ມີໃບຢັ້ງຢືນພາສາ ຝຣັ່ງ ໂດຍອົງການທີ່ມີ​ສິດອຳນາດອອກໃຫ້ ແລະ ຍັງມີຜົນສັກສິດ (ພາຍໃນ 2 ປີ ນັບແຕ່ມື້ອອກໃບຢັ້ງຢືນຮອດມື້ໝົດເວລາສົ່ງເອກະສານສະໝັກ).

​ກໍລະນີ​ຜູ້​ສະໝັກ​ບໍ່​ຮູ້​ພາສາ​ ຝຣັ່ງ, ຕ້ອງ​ໄປ​ຮຽນ​ພາສາ ຝຣັ່​ງ ​ໃນ​ສົກ​ຮຽນ 2024-2025 ຢູ່​ບັນດາສູນພາສາ ​ແລະ ວັດທະນະທຳພາສາ ​ຝຣັ່​ງ ຢູ່​ຫວຽດນາມ ​ເພື່ອ​ບັນລຸ​ຄວາມ​ສາມາດ​ພາສາ ​ຝຣັ່ງ​ ໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຫຼັກສູດ​ວິຊາ​ສະ​ເພາະ​ທີ່​ຂຶ້ນ​ທະບຽນ (​ຄ່າ​ຮຽນ​ຂອງຊຸດຮຽນພາສາ​ ຝຣັ່ງ ຢູ່​ ຫວຽດນາມ ແມ່ນຜູ້ສະໝັກຈ່າຍດ້ວຍຕົນເອງ). ຫຼັງຈາກຈົບຫຼັກສູດພາສາ ຝຣັ່ງ ຢູ່ ຫວຽດນາມ, ຜູ້ສະໝັກ ຈະຕ້ອງເຂົ້າຮ່ວມການສອບເສັງເຂົ້າຮຽນ ຕາມບັນດາຂະແໜງວິຊາທີ່ລົງທະບຽນ. ກໍລະນີບັນລຸຕາມຄວາມຮຽກຮ້ອງໄດ້, ຜູ້ສະໝັກ ຈະໄດ້ຮັບເຂົ້າຮຽນຂະແໜງວິຊາຢູ່ ມາຣົກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.