ລາວ ແລະ ຣັດເຊຍ ເພີ່ມທະວີການຮ່ວມມື

08:38 | 14/05/2024

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 13 ພຶດສະພາ​ນີ້, ສຳນັກ​ຂ່າວສານ​ຂອງ​ລາວ​ລາຍ​ງານ​ວ່າ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມຣັດ​ເຊຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ປະທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ປະທານາທິບໍດີ ​ Vladimir Putin ​ໄດ້​ມີ​ການ​ພົບ​ປະຊຶ່ງກັນ ແລະ ກັນ.

ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ
ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລາວ-ຣັດ​ເຊຍ, ຢືນຢັນ​ວ່າ ການ​ພົວພັນ​ນີ້​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ການ​ເມືອງ, ຄວາມ​ໝັ້ນຄົງ, ການ​ສຶກສາ..., ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ພະລັງງານ, ການຄົ້ນຄວ້າວິທະຍາສາດ... ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ທີ່ການໂອ້ລົມສົນທະນາ, ທ່ານປະທານປະ​ເທດ​ລາວ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍ ທ່ານ Vladimir Putin ທີ່ດຳລົງຕຳແໜ່ງປະທານາທິບໍດີ ລັດເຊຍ ຄືນໃໝ່, ພ້ອມກັບບັນດາຜົນສຳເລັດອັນຮອບດ້ານ ເຊິ່ງລັດຖະບານ ແລະ ປະຊາຊົນ ລັດເຊຍ ບັນລຸໄດ້ໃນໄລຍະມໍ່ໆມານີ້.

ລາວ ແລະ ຣັດເຊຍ ເພີ່ມທະວີການຮ່ວມມື
ທ່ານປະທານປະ​ເທດ​ລາວ ທອງລຸນ ສີສຸລິດ (ຂວາ) ແລະ ທ່ານ Vladimir Putin - ​ປະທານາທິບໍດີຣັດ​ເຊຍ

ຕາມ​ຂ່າວ​ຈາກ​ລາວ​ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມຣັດ​ເຊຍ, ທ່ານ​ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ Dmitry Medvedev ປະທານ​ພັກ​ ລັດ​ເຊຍເອກະພາບ, ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ແຫ່​ຂະ​ບວນການ​ທະຫານ​ສະ​ເຫລີ​ມສະຫລອງ 79 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມປົກປັກຮັກສາປະ ເທດຊາດ ແລະ ໄດ້ໄປຢ້ຽມຢາມມະຫາວິທະຍາໄລສ້າງຄູ Herzen ໃນ Saint Petersburg.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.