ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ

09:08 | 12/05/2024

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫາກໍມອບຫຼຽນກາລະນຶກ “​ເພື່ອພາລະກິດວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ສໍາລັບການປະກອບສ່ວນທີ່ສໍາຄັນຂອງທ່ານໃນການປະກອບສ່ວນຊຸກຍູ້ການຮ່ວມມືການພັດທະນາວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ. ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ຫວຽດນາມ ໃຫ້​ຮູ້​ວ່າ ​ໃນ​ໄລຍະອາຍຸການ 4 ປີຢູ່ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ໄດ້​ມີ​ຫຼາຍການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ.

35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ບຣາຊິນ: ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ.

ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ​ໄດ້​ມອບ​ຫຼຽນ​ກາລະນຶກ “​ເພື່ອພາລະກິດ​ວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio (ພາບ: ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ).

ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio ໃນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ການ​ຈັດຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳສິລະ​ປະ, ກິລາ 500 ກ່ວາແຫ່ງ ເພື່ອສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ປີ 2023, ພົ້ນເດັັ່ນ ແມ່ນງານ​ວາງສະ​ແດງໂຄງການ opera “ເຈົ້າຍິງ Anio” ຢູ່​ໂຮງ​ລະຄອນ​ໃຫຍ່​ ຮ່າ​ໂນ້ຍ ​ເຊິ່ງເປັນ​ກຽດ​ໄດ້ຕ້ອນຮັບເຈົ້າຟ້າຊາຍ ຍີ່ປຸ່ນ Akishino ​ແລະ ເຈົ້າ​ຍິງພ້ອມກັນກັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນ​ລິວ​ກວາງ ມາ​ຮັບຊົມ, ລາຍການ “ຊຸດເສື້ອຍາວ - Kimono Fashion Show” (ມີ​ນາ 2023), ການພົບປະແລກປ່ຽນນ້ຳ​ຊາ​ຂອງ​ນິກາຍ Urasenke (ມີ​ນາ 2023), ການ​ສະ​ແດງລະຄອນຊວນຫົວພື້ນ​ເມືອງ Kyogen ຢູ່ ຮ່າ​ໂນ້ຍ ແລະ ຮ່າ​ນາມ (ພຶດ​ສະ​ພາ 2023), ລາຍການ “ດົນຕີປະສານສຽງ​ບໍ່​ມີ​ຊື່” (ກໍ​ລະ​ກົດ 2023), ການອຸປະຖຳໃຫ້ລາຍການ "ງານມະໂຫລານຂັບລຳພື້ນເມືອງ ຫວຽດ​ນາມ - ຍີ່​ປຸ່ນ 2023”, ​ຈັດຕັ້ງຄ່ຳຄືນງານມະໂຫລານປິດພິທີປີສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​- ຍີ່ປຸ່ນ...

ພາຍ​ໃຕ້​ການ​ຊີ້​ນຳ, ການເເນະນຳຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada, ສູນຂໍ້​ມູນວັດ​ທະ​ນະ​ທຳ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ພາຍ​ໃນ​ສະ​ຖານ​ທູດ, ເປີດປະຕູຮັບໃຊ້ມະຫາ​ຊົນ​ນັບ​ແຕ່​ເດືອນ​ທັນ​ວາ 2022. ນອກຈາກ​ການຈັດຕັ້ງບັນດາລາຍການ​ພົບ​ປະ​ແລກປ່ຽນ, ເຫດການແນະນຳວັດທະນະທຳ​ຂອງ​ສະຖານທູດ ຢ່າງຕໍ່ເນື່ອງ, ສະຖານ​ທີ່​ນີ້ ຍັງ​ເປີດປະຕູ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ ​ແລະ ຖືກ​ນຳ​ໃຊ້​ເປັນ​ສະຖານ​ທີ່ຈຸດສຸມໃນການພົບ​ປະ​ແລກປ່ຽນ ຍີ່​ປຸ່ນ - ຫວຽດນາມ ​ເພື່ອ​​ເພີ່ມ​ທະວີ​ຄວາມ​ເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ ຍີ່ປຸ່ນ - ຫວຽດນາມ.

ຄຽງຄູ່ກັບການຈັດ​ຕັ້ງ​ຫຼາຍ​ລາຍການ​ແນະນຳ​ວັດທະນະທຳ ​ຍີ່ປຸ່ນ​ ຢູ່​ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້​ໜູນ​ຊ່ວຍ​ໃຫ້​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຈັດ​ຕັ້ງ​ການເຄື່ອນໄຫວ​ແນະນຳ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ຢູ່ ຍີ່ປຸ່ນ ຫຼາຍແຫ່ງ​ເຊັ່ນ: ງານ​ບຸນ​ສົ່ງເສີມການທ່ອງ​ທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ Tokyo, ງານ​ບຸນ​ສົ່ງເສີມການທ່ອງ​ທ່ຽວ- ວັດທະນະທຳ ຫວຽດນາມ ​ຢູ່ Kanagawa ​ແລະ ງານ​ບຸນ ຫວຽດນາມ ຢູ່ Sapporo, Hokkaido; ໜູນ​ຊ່ວຍ​ຄະນະນັກ​ສິລະ​ປິນ​ເຂົ້າ​ຮ່ວມວົງດົນຕີປະສານສຽງງານ​ບຸນ​ ຫວຽດນາມ - ຍີ່​ປຸ່ນ ​ແລະ ການສະ​ແດງດົນຕີປະສານສຽງ​ຢູ່ 06 ​ແຂວງ/ນະຄອນ​ຂອງ ຍີ່​ປຸ່ນ (Tokyo, Gunma, Fukushima, Miyagi, Iwate, Nara) (ເດືອນຕຸລາ 2023); ຈັດຕັ້ງການສະ​ແດງ​ “ເຈົ້າຍິງ Anio” ຢູ່ Tokyo (ເດືອນພະຈິກ 2023); ໜູນຊ່ວຍ​ສະຖານີ​ໂທລະພາບ ຍີ່​ປຸ່ນ NHK ເພື່ອຜັນຂະຫຍາຍໂຄງການ​ຮູບ​ເງົາ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ຍີ່ປຸ່ນ ດ້ວຍ​ຫົວ​ຂໍ້ “ຫວຽດນາມ no hibiki” (ສຽງ​ກັງວານຂອງ​ຫວຽດນາມ).

ນອກຈາກ​ນັ້ນ, ຍີ່ປຸ່ນ ​ຍັງໄດ້​ຮ່ວມ​ມື​ໃນ​ການ​ປະຕິສັງຂອນ ແລະ ປົກ​ປັກ​ຮັກສາ​ບັນດາຮ່ອງຮອຍ​ເປັນ​ເວລາ​ຫຼາຍ​ປີ, ໃນນັ້ນ ມີ​ຮ່ອງຮອຍກຳແພງພະລາຊະວັງ ທັງລອງ ຢູ່​ ຮ່າ​ໂນ້ຍ ​ແລະ ວັດ ເກົາ ຢູ່ ໂຮ້ຍອານ. ​ເດືອນ​ພະຈິກ 2023, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada ​ແລະ ທ່ານ​ຮອງ​ລັດຖະມົນຕີ ຫວຽດນາມ ຮວ່າງ​ດ້າວ​ເກື່ອງ ​ໄດ້​ລົງ​ນາມ​ໃນ​ຈົດໝາຍທາງການແລກປ່ຽນຂອງ “ໂຄງການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ປົກ​ປັກ​ຮັກສາ ​ແລະ ຟື້ນ​ຟູ​ມໍລະດົກ​ວັດທະນະທຳ​ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ” ດ້ວຍ​ມູນ​ຄ່າ​ທຶນ ODA ຂອງ​ຍີ່ປຸ່ນ ​ໃຫ້​ແກ່ ຫວຽດນາມ 85.300.000 Yen (ປະມານ 15 ຕື້ດົ່ງ).

ໃນຂົງເຂດກິລາ, ການພົວພັນຮ່ວມມືລະຫວ່າງ 2 ປະເທດ ກໍມີບາດກ້າວພັດທະນາຂຶ້ນ, ໃນນັ້ນ ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ໜູນຊ່ວຍ ເພື່ອຈັດຕັ້ງການແຂ່ງຂັນນັດມິດຕະພາບແບບພິເສດລະຫວ່າງ Kawasaki Frontale ແລະ ສະໂມສອນ Becamex ບິ່ງເຢືອງ (ເດືອນທັນວາ 2022), ການແຂ່ງຂັນກິລາບານເຕະເຍົາວະຊົນສາກົນ U13 ຫວຽດນາມ - ຍີ່ປຸ່ນ ຢູ່ແຂວງ ບິ່ງເຢືອງ (ເດືອນທັນວາ 2023).

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ເດືອນເມສາ 2020 ​ໃນທ່າມກາງ​ການ​ແຜ່​ລະບາດ​ຂອງ Covid-19, ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທີ່ພວມ​ຢູ່​ໃນ​ໄລຍະ​ຢຸດ​ສະ​ງັກ. ແຕ່ເຖິງຢ່າງໃດກໍ່ຕາມ, ນັບ​ແຕ່​ເດືອນ​ຕຸລາ​ປີ 2022 ​ເປັນ​ຕົ້ນ​ມາ, ​ເມື່ອ ​ຍີ່ປຸ່ນ ​ເປີດ​ຄືນປະຕູໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada ​ໄດ້​ຊຸກຍູ້​ການ​ເຊື່ອມຕໍ່ຄືນບັນດາການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວຢ່າງເຂັ້ມແຂງ ພາຍຫຼັງເວລາຢຸດ​ຊົ່ວຄາວ​ຍ້ອນ​ພະຍາດ​ໂຄ​ວິດ-19. ປີ 2023, ຈຳນວນ​ນັກ​ທ່ອງ​ທ່ຽວ​ ​ຍີ່ປຸ່ນ ​ໄປ​ ຫວຽດນາມ ໄດ້ຟື້ນຟູ 62% (ບັນລຸ 589.522 ເທື່ອຄົນ); ນັກທ່ອງ​ທ່ຽວ​ ຫວຽດ​ນາມ ໄປ ​ຍີ່​ປຸ່ນ ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ໄລຍະກ່ອນ​ໂລກ​ລະ​ບາດ (ບັນ​ລຸ 573.876 ເທື່ອຄົນ).

ບັນດາການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ທີ່​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ຮັບ​ຮູ້ຢ່າງເລິກເຊິ່ງຂອງ​ຊາວ ຍີ່ປຸ່ນ ​ແລະ ຫວຽດນາມ ກ່ຽວ​ກັບຈຸດຄ້າຍຄື​ກັນ, ​ສະໜິດຕິດພັນ​ໃນ​ວັດທະນະທຳ​ຂອງ 2 ປະ​ເທດ.

​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ໄລຍະອາຍຸການທີ່ປະຕິບັດງານຢູ່ ຫວຽດນາມ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ຕົກລົງ​ມອບ​ຫຼຽນກາລະນຶກ “​ເພື່ອ​ພາລະກິດ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio.

ມິງດຶກ

302 Found

Found

The document has moved here.