ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງແຂວງແທງຮວ໊າ ແລະແຂວງຫົວພັນ

11:28 | 27/06/2019

ວັນທີ 25 ມິຖຸນາ, ກອງປະຊຸມແລກປ່ຽນປະຈໍາປີລະຫວ່າງສະພາກາແດງແຂວງແທງຮວ໊າ ແລະສະພາກາແດງແຂວງຫົວພັນ (ລາວ) ໄດ້ຈັດຕັ້ງຢູ່ນະຄອນເຊິ່ມເຊີນ, ແຂວງແທງຮວ໊າ.

ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງແຂວງແທງຮວ໊າ ແລະແຂວງຫົວພັນ

ພະນັກງານສະພາກາແດງຫວຽດນາມ ຊ່ວຍເຫຼືອປະຊາຊົນຢູ່ເຂດຖືກນໍ້າແກ່ງ. (ພາບ: vietnamplus.vn)

ຕາມຂໍ້ຕົກລົງຮ່ວມມືລະຫວ່າງສະພາກາແດງແຂວງແທງຮວ໊າ ແລະສະພາກາແດງແຂວງຫົວພັນ (ລາວ) ໄລຍະ 2019-2020, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວກາແດງແຕ່ລະປີແມ່ນໜຶ່ງເທື່ອຕາມຮູບການຜັດປ່ຽນສະຖານທີ່ຈັດຕັ້ງ.

ສະພາກາແດງຂອງສອງແຂວງສືບຕໍ່ສ້າງເງື່ອນໄຂສະດວກໃຫ້ສະພາກາແດງບັນດາເມືອງ ທີ່ຕິດກັບຊາຍແດນຂອງສອງແຂວງໄປມາຫາສູ່, ແລກປ່ຽນບົດຮຽນດ້ານວິຊາສະເພາະ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທໍາຕາມຂໍ້ຕົກລົງຮ່ວມມືເຊິ່ງບັນດາຝ່າຍໄດ້ລົງນາມແລ້ວ. ຄຽງຂ້າງນັ້ນ, ສອງຝ່າຍເພີ່ມທະວີສົມທົບກັນຂົນຂວາຍບັນດາອົງການຈັດຕັ້ງ, ບຸກຄົນ, ບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນໜູນຊ່ວຍ, ຊ່ວຍເຫຼືອບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກພິເສດໃນການພັດທະນາເສດຖະກິດ…

ໃນຂອບເຂດລາຍການເຮັດວຽກ, ໃນລະຫວ່າງວັນທີ 25-29 ມິຖຸນາ, ຄະນະພະນັກງານສະພາກາແດງແຂວງຫົວພັນ ຈະເຂົ້າຮ່ວມການຝຶກອົບຮົມວິຊາສະເພາະໃນການປະຖົມພະຍາບານຂັ້ນຕົ້ນ ແລະຮັບມືໃນກໍລະນີສຸກເສີນ; ໄປທັດສະນະສຶກສາຮູບແບບການເຄື່ອນໄຫວຂອງສະພາກາແດງແຂວງແທງຮວ໊າ…

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.