ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

10:00 | 21/07/2025

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນ​ເຫດການ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ.

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ
ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ

ທ່ານ ຫວູວັນຕວນ, ມະຫາວິທະຍາໄລ ກຽວໂຕ (ຍີ່ປຸ່ນ), ເນັ້ນໜັກວ່າ ເພື່ອບັນລຸໄດ້ຄວາມມຸ່ງມາດປາດຖະໜາຢາກກາຍເປັນໜຶ່ງໃນບັນດາປະເທດນຳໜ້າໃນຂົງເຂດປັນຍາປະດິດ (AI) ແລະ ການຄິດໄລ່ ກວນເຕີມ, ຫວຽດນາມ ຕ້ອງໃຊ້ຍຸດທະສາດມີແບບມີແຜນໃນການພັດທະນາຖັນແຖວນັກປັນຍາຊົນໜຸ່ມທີ່ມີຄຸນນະພາບສູງ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ປອ ຫວໍວັນຕວນ (ມະຫາວິທະຍາໄລ ກຽວໂຕ ປະເທດ ຍີ່ປຸ່ນ). (ພາບ: NVCC)

ຕາມ​ນັ້ນ​ແລ້ວ, ນອກຈາກ​ການ​ເຊື້ອ​ເຊີນ​ບັນດາ​ນັກ​ຊ່ຽວຊານ​ຫວຽດນາມ ຢູ່​ຕ່າງປະ​ເທດ ຫຼື ນັກວິທະຍາສາດ​ສາກົນ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ໄລຍະ​ສັ້ນ, ຕ້ອງ​ມີບັນດາ​ນະ​ໂຍບາຍ​ໄລຍະ​ຍາວ​ເພື່ອ​ດຶງ​ດູດ ​ແລະ ຮັກສາ​ຜູ້ເກັ່ງກ້າ. ລະອຽດ, ທ່ານ ຕ໋ວນ ໄດ້ສະເໜີປະຕິບັດໂຄງການ “ຄວາມສາມາດ AI & Quantum ຫວຽດນາມ” - ຂໍ້ລິເລີ່ມໜູນຊ່ວຍຮອບດ້ານສຳລັບນັກຄົ້ນຄວ້າ ແລະ ນັກສຶກສາປະລິນຍາເອກ ອາຍຸຕ່ຳກວ່າ 35 ປີ, ລວມທັງຊາວຫວຽດນາມ ຢູ່ຕ່າງປະເທດ. ​ໂຄງການ​ບໍ່​ພຽງ​ແຕ່​ສະໜອງ​ທຶນ​ສຶກສາ​ຢ່າງ​ເຕັມ​ສ່ວນ​ເທົ່າ​ນັ້ນ ຫາກ​ຍັງ​ໜູນ​ຊ່ວຍ​ບັນດາ​ທຶນ​ຄົ້ນຄວ້າ​ສ່ວນ​ບຸກຄົນ, ພ້ອມ​ກັນນັ້ນ ​ສ້າງ​ເງື່ອນ​ໄຂ​ກ່ຽວກັບເຮື່ອນບຸລິມະສິດ​ໃຫ້​ບັນດາ​ນັກວິທະຍາສາດ ຫວຽດນາມ ຢູ່​ຕ່າງປະ​ເທດ​ຢູ່​ບັນດາ​ສູນ​ເຕັກ​ໂນ​ໂລ​ຊີ​ໃຫຍ່​ຄື ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ດ່າ​ໜັງ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ທ່ານ ປອ ດິງຮຸ່ງເກື່ອງ, ຫົວໜ້າຫ້ອງການຄົ້ນຄວ້າ ແລະ ພັດທະນາ ສະຖາບັນເຄມີນ້ຳທະເລ Kitakyushu (ຍີ່ປຸ່ນ). (ພາບ: NVCC)

ຕາມທ່ານ ປອ ດິງຮຸ່ງເກື່ອງ, ຫົວໜ້າຫ້ອງການຄົ້ນຄວ້າ ແລະ ພັດທະນາ ສະຖາບັນເຄມີນ້ຳທະເລ Kitakyushu (ຍີ່ປຸ່ນ) ໃຫ້ຮູ້ວ່າ: “ລັດ ແລະ ບັນດາວິສາຫະກິດໃຫຍ່ຕ້ອງສົມທົບກັນກໍ່ສ້າງເຂດຜະລິດຕາມຮູບແບບ OEM (ການຜະລິດອຸປະກອນເດີມ), ເພື່ອໃຫ້ບັນດາແນວຄວາມຄິດວິທະຍາສາດ ແລະ ບັນດາຂໍ້ລິເລີ່ມກ່ຽວກັບຜະລິດຕະພັນສາມາດຫັນເປັນຜະລິດຕະພັນຮັບໃຊ້ຊີວິດການເປັນຢູ່ໄດ້ໄວ, ຫຍໍ້ເວລາຈາກການຄົ້ນຄວ້າໄປສູ່ການຜະລິດ”.

ທ່ານ ປອ ດິງຮຸ່ງເກື່ອງ ສະ​ເໜີ​ເພີ່ມ​ທະວີ​ການເຊື່ອມຕໍ່ກັບຖັນແຖວ​​ນັກວິທະຍາສາດ ຫວຽດນາມ ​ໃນ​ທົ່ວ​ໂລກ, ​ໂດຍ​ຜ່ານ​ການ​ປັບປຸງ​ກົນ​ໄກມອບ​ວີ​ຊາ, ລົງທຶນ​ອຸປະກອນ, ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃນ​ການ​ຄົ້ນຄວ້າ.

ປອ ຟຸ່ງດຶກ​ລຶກ, ມະຫາວິທະຍາ​ໄລ​ຢາ ​ມາ​ກາ​ຕາ (ຍີ່ປຸ່ນ) ​ໄດ້​ສະ​ເໜີ​ການ​ເຊື່ອມ​ໂຍງ​ຮູບ​ແບບ​ກະສິກຳ​ແບບ​ວົງ​ເຂົ້າ​ສູ່​ພຶດຕິກຳ​ຢູ່​ຫວຽດນາມ. “ຕົວແບບນີ້ອະນຸຍາດໃຫ້ນຳໃຊ້ແຫຼ່ງຊັບພະຍາກອນ ຄື ນ້ຳ, ໂພຊະນາການ ແລະ ພະລັງງານ ຄືນໃໝ່ຢ່າງມີປະສິດທິພາບ, ປອດໄພ ແລະ ຍືນຍົງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ນີ້​ແມ່ນ​ເວ​ລາ​ທອງ​ເພື່ອ​ນຳ​ໃຊ້​ມັນ​ໃນ​ບັນດາ​ເຂດ​ສຳ​ຄັນ​ເຊັ່ນ ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ​ແລະ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ,” ທ່ານ ປອ ລືກ ແບ່ງປັນ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ທ່ານ ປອ ຟອງດຶກລຶກ, ມະຫາວິທະຍາໄລຢາ ມາກາຕາ (ຍີ່ປຸ່ນ) ໃນກອງປະຊຸມແລກປ່ຽນ. (ພາບ: NVCC).

ທ່ານປາດ​ຖະໜາ​ຢາກ​ເຊື່ອມ​ຕໍ່​ກັບ​ບັນດາ​ຜູ້​ກຳນົດ​ນະ​ໂຍບາຍ, ອົງການ​ປະຕິບັດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຄົ້ນ​ຄ້ວາ​ຫວຽດນາມ ​ເພື່ອ​ນຳ​ເອົາ​ຮູບ​ແບບ​ໄປ​ນຳໃຊ້ຕົວ​ຈິງ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານກະສິກຳ​ແບບ​ຍືນ​ຍົງ, ຊີວິດ​ການ​ເປັນ​ຢູ່​ສັນຕິພາບ, ​ພື້ນຖານເສດຖະກິດ​ວົງ​ຈອນ​ທີ່​ມີ​ປະສິດທິ​ຜົນ ​ແລະ ສັງຄົມ​ການປ່ອຍອາຍພິດຕ່ຳ.

ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ

ເນື່ອງ​ໃນ​ໂອກາດ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ​ຫວຽດນາມ - ຍີ່ປຸ່ນ, ວັນ​ທີ 15 ທັນວາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ລອງ​ອານ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ໝູ່​ບ້ານ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ.

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ຢູ່ Osaka, ເຊື່ອມຕໍ່ມິດຕະພາບຫວຽດນາມ - ຍີ່ປຸ່ນ ລະດູບານໃໝ່ບ້ານເກີດເມືອງນອນ 2025: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ຢູ່ Osaka, ເຊື່ອມຕໍ່ມິດຕະພາບຫວຽດນາມ - ຍີ່ປຸ່ນ

​​ຍສໝ - ວັນ​ທີ 4 – 5 ມັງກອນ 2025, ຢູ່​ສວນສາທາລະນະ Naniwa no Miyato, ນະຄອນ Osaka, ປະ​ເທດ ຍີ່ປຸ່ນ, ​ຈະດຳ​ເນີນ​ລາຍການ “ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ 2025” ດ້ວຍ​ຫົວ​ຂໍ້ “ຫົວ​ໃຈ ​ຫວຽດນາມ”.

ແທັງຮັ່ງ

ທ່ານອາດຈະມັກ