ປຸກລະດົມການປະກວດອອກແບບໂລໂກ້ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢລະມັນ

09:06 | 19/06/2024

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເຢລະ​ມັນ (ວັນທີ 23 ກັນຍາ ປີ 1975 – ວັນທີ 23 ກັນຍາ ປີ 2025), ສະຖານທູດ​ເຢລະ​ມັນ ປະຈຳ ຫວຽດນາມ ​ໄດ້​ເປີດ​ງານ​ແຂ່ງຂັນ​ອອກແບບ​ໂລ​ໂກ້​ ສຳລັບ​ຜູ້ເຂົ້າຮ່ວມທີ່ເປັນມືອາ​ຊີບ ​ແລະ ສະໝັກຫຼິ້ນ.

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ
ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ
ປຸກລະດົມການປະກວດອອກແບບໂລໂກ້ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢລະມັນ

ສະຖານທູດ ສາທາລະນະລັດ ສະຫະພັນ ເຢລະມັນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານແຂ່ງຂັນອອກແບບໂລໂກ້ “50 ປີແຫ່ງການພົວພັນທາງການທູດລະຫວ່າງ ເຢລະມັນ ແລະ ຫວຽດນາມ”.

ໂລໂກ້ນີ້ຈະຖືກນຳໃຊ້ເຂົ້າໃນການເຄື່ອນໄຫວຕິດຕໍ່ປະສານຂອງສະຖານທູດ ເຢລະມັນ ແລະ ບັນດາຄູ່ຮ່ວມມືຂອງສະຖານທູດ ເຢລະມັນ ກໍ່ຄື - ລັດຖະບານ ຫວຽດນາມ - ຕາມແຕ່ລະຂໍ້ຕົກລົງ - ໃນ ປີ 2025.

ໂລໂກ້ຈະຖືກນໍາໃຊ້ໃນບັນດາສິ່ງພິມ, ບັນດາການເຄື່ອນໄຫວການສື່ສານ ແລະ marketing, ບັນດາເຫດການ ແລະ ລາຍການທີ່ສໍາຄັນ ເຊັ່ນດຽວກັນກັບບັນດາເວັບໄຊ.

ການອອກແບບໂລໂກ້ຕ້ອງຕອບສະໜອງບັນດາມາດຕະການເຊັ່ນ:

ໂລໂກ້ຕ້ອງມີການກະທົບທາງບວກເຊັ່ນດຽວກັນກັບຄວາມເປັນເອກະລັກສະເພາະ. ນອກຈາກນັ້ນ, ໂລໂກ້ຍັງຕ້ອງມີຄຸນຄ່າການຮັບຮູ້ສູງ, ມີຄວາມກະທັດຮັດ, ມີສີສັນ ແລະ ຮູບຮ່າງທີ່ຊັດເຈນ ແລະ ມີການອອກແບບທີ່ເປັນເອກະລັກ, ທັນສະໄຫມ ແລະ ທົນທານ.

ໂລໂກ້ສາມາດໃຊ້ເພື່ອຈຸດປະສົງທີ່ແຕກຕ່າງກັນຫຼາຍຢ່າງ ໂດຍບໍ່ຈໍາກັດ (ສໍາລັບບັນດາສິ່ງພິມ, ບັນດາເຫດການ, ບັນດາການເຄື່ອນໄຫວ, ໃນຊອງຈົດຫມາຍ, ເວັບໄຊ, ຂອງຂວັນ ແລະ ບັນດາພາຫະນະສື່ມວນຊົນ (ອິນເຕີເນັດ ສັງຄົມ) ແລະອື່ນໆ.

ຕິດ​ພັນ​ກັບບັນດາ​ຫົວ​ຂໍ້ເຊັ່ນ​: ການ​ທູດ​, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​, ປະ​ຊາ​ຊົນ​, ມູນເຊື້ອ​.

ການອອກແບບແມ່ນເຂົ້າໃຈງ່າຍ, ບໍ່ຈໍາເປັນຕ້ອງອະທິບາຍໃຫ້ເຂົ້າໃຈ.

ໂລໂກ້ແມ່ນງ່າຍທີ່ຈະຮັບຮູ້ ເຖິງແມ່ນວ່າໃນເວລາທີ່ຂະຫຍາຍຂຶ້ນ ແລະ ຫຍໍ້ເຂົ້າ, ກໍ່ຄືໃນເວລາທີ່ນໍາວາງສະແດງເປັນສີດຽວ ຫຼື ຫຼາຍສີ.

ໂລໂກ້ສ່ວນຫຼາຍແມ່ນນຳໃຊ້ໃຫ້ຜະລິດຕະພັນທີ່ເປັນຂອງຂວັນ.

ຕ້ອງບໍ່ຄ້າຍຄືກັນ ຫຼື ເຮັດໃຫ້ເກີດຄວາມສັບສົນກັບໂລໂກ້ອື່ນໆ.

ຫ້າມ​ນຳ​ໃຊ້​ຮູບ​ພາບ​ຢູ່​ໂລ​ໂກ​ຂອງ​ລັດ​ຖະ​ບານ/ສະ​ຖານ​ທູດ​ ເຢ​ລະ​ມັນ ປະຈຳ ຮ່າ​ໂນ້ຍ (ລວມ​ທັງ​ຮູບ​ພາບ​ນົກ​ອິນ​ຊີ​ ສະຫະພັນ ເຢ​ລະ​ມັນ, ທຸງຂີດ 3 ສີ).

ບັນດາຜູ້ເຂົ້າຮ່ວມທີ່ສາມາດລົງທະບຽນ ແມ່ນຜູ້ທີ່ເປັນມືອາ​ຊີບ ຫຼື ສະໝັກຫຼິ້ນ, ບັນດາຫ້ອງການອອກແບບ, ອົງການຈັດຕັ້ງ, ກຸ່ມ ຫຼື ບຸກຄົນ (ອາຍຸ 18 ປີຂຶ້ນໄປ).

ບັນດາພະນັກງານ​ ​ແລະ ​ລັດຖະກອນຂອງ​ສະຖານທູດ ​ເຢລະ​ມັນ ປະຈຳ ຮ່າ​ໂນ້ຍ ຫຼື ສະຖານທູດ ຫວຽດນາມ ປະຈຳ Berlin ​ແມ່ນ​ບໍ່​ໄດ້​ຮັບ​ອະນຸຍາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ. ຫ້າມບໍ່ໃຫ້​ຟ້ອງ​ຄະດີຂຶ້ນສານ​ໃນ​ກໍ​ລະ​ນີ​ທີ່​ມີການຂັດແຍ້ງກັນ.

ການແຂ່ງຂັນອອກແບບເລີ່ມແຕ່ວັນທີ 15 ມິຖຸນາ ປີ 2024 ຫາ ວັນທີ 15 ສິງຫາ ປີ 2024.

ການອອກແບບໂລໂກ້ ແມ່ນສົ່ງໃນແບບ file ແລະ ໃນບັນດາຮູບແບບຕ່າງໆເຊັ່ນ: ການປັບແຕ່ງໂລໂກ້ໃນຮູບແບບທົ່ວໄປ (JPG, GIF extension) ຫຼື file vector (EPS, SVG) ສົ່ງໄປທີ່ຢູ່: kultbot@gmail.com.

ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ

ຍສໝ - ທ່ານປະທານ VUFO ຟານແອງເຊີນ ເນັ້ນໜັກເຖິງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ VUFO ແລະສູນວັດທະນະທຳ ອາກຊັງຕິນ - ຫວຽດນາມ (ICAV) ໃນການຈັດຕັ້ງບັນດາການເຄື່ອນໄຫວຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ

ຍສໝ - ຕອນ​ຄ່ຳ​ວັນ​ທີ 21 ກັນຍາ, ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2023) ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ງານ​ສະ​ເຫຼີມ​ສະ​ຫຼອງ​ ໄດ້ຈັດ​ຕັ້ງ​ຢູ່​ສູນ​ປະ​ຊຸມ​ສາ​ກົນໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ສົມທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.