ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

15:54 | 11/06/2025

ຍສໝ - ວັນ​ທີ 8 ມິຖຸນາ​ປີ 2025, ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ (EPS) ສົມທົບ​ກັບ​ສະຫະພັນ​ບານ​ເຕະ ຫວຽດນາມ ປະຈຳ ສ.​ເກົາຫຼີ (VFAK) ​ໄດ້​ຈັດ​ຕັ້ງ​ງານບຸນ​​​ກິລາ​ແຮງ​ງານ EPS ເປີດກວ້າງຄັ້ງ​ທີ 2 ຢູ່​ນະຄອນ Hwaseong. ເຫດການ​ໄດ້​ດຶງ​ດູດ​ຜູ້​ແທນ, ນັກ​ກິລາ 200 ກວ່າ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ.

ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ
ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ

ຕາມ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ແລ້ວ, ກ່າວ​ຄຳປາໄສ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫວູໂຮ່ ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ເຖິງ​ຄົນນິຍົມ ສ.​ເກົາຫຼີ ​ເນື່ອງ​ໃນ​ໂອກາດ​ທີ່​ທີມຊາດ​ຜ່ານ​ຮອບ​ຄັດ​ເລືອກ​ຢ່າງ​ເປັນ​ທາງ​ການ, ຍາດ​ໄດ້​ສິດ​ເຂົ້າ​ຮ່ວມຮອບ​ຊີງຊະນະເລີດ World Cup 2026. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເນັ້ນ​ໜັກ​ວ່າ ບານ​ເຕະ​ບໍ່​ພຽງ​ແຕ່​ແມ່ນ​ກິ​ລາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນ​ຍາ​ລັກ​ແຫ່ງຈິດໃຈ​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື​ເປັນ​ທີມ ແລະ ການ​ເຊື່ອມ​ຕໍ່​ລະ​ຫວ່າງບັນດາ​ປະ​ເທດ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄື ງານ​ແຂ່ງຂັນ​ບານ​ເຕະ​ຄັ້ງ​ນີ້ ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜ່ານນັ້ນ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເຊິ່ງກັນ ແລະ ກັນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ນັບມື້ນັບພັດທະນາ​.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ບັນດາຜູ້ແທນເຂົ້າຮ່ວມງານບຸນກິລາ. (ພາບ: ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ).

ກ່າວ​ຄຳ​ປາໄສ​ທີ່​ເຫດການ, ທ່ານ Kim Ki-Yong, ຫົວໜ້າ​ພະ​ແນ​ກວິ​ສາ​ຫະກິດ ​ແລະ ການ​ລົງທຶນ​ນະຄອນ Hwaseong ​ໃຫ້​ຮູ້​ວ່າ: ປະຈຸ​ບັນ Hwaseong ​ແມ່ນ​ນະຄອນ​ອ້າຍ​ນ້ອງ​ກັບ 2 ທ້ອງ​ຖິ່ນ​ຂອງ ຫວຽດນາມ ແມ່ນ ຝູເຖາະ ​ແລະ ດ່າໜັງ, ພ້ອມກັນນັ້ນ ກໍ່ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຫຼາຍ​ນະຄອນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ​ທ່ານ Kim Ki-Yong ​ແລ້ວ, ລັດຖະບານ​ນະຄອນ Hwaseong ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ, ລວມ​ມີ​ນັກຮຽນ, ຄົນ​ງານ ​ແລະ ບັນດາວິສາຫະກິດທີ່​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ. ປະຈຸ​ບັນ, ນະຄອນ​ພວມສ້າງແຜນການ​ເພື່ອ​ດຶງ​ດູດ​ຄົນ​ງານ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ, ​ໃນ​ນັ້ນ ​ມີ​ຄົນ​ງານ​ຫວຽດນາມ ​ເພື່ອ​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ບັນດານັກກິລາຈົກສະຫຼາກ. (ພາບ: VFAK)

ທ່ານ ຈູກວາງເຢືອງ, ຫົວໜ້າ​ຫ້ອງການ EPS ປະຈຳ ສ.​ເກົາຫຼີ ​ໄດ້​ແບ່ງປັນ​ກັບ​ບັນດາ​ນັກ​ກິລາ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ໃໝ່​ຂອງ ສ.​ເກົາຫຼີ ສຳລັບ​ຄົນ​ງານ ຫວຽດນາມ. ເນື່ອງໃນໂອກາດນີ້, ຫ້ອງການ EPS ຍັງໄດ້ຈັດຕັ້ງບັນດາການເຄື່ອນໄຫວເຜີຍແຜ່ ແລະ ໂຄສະນາກົດໝາຍ ເພື່ອຍົກສູງຈິດສຳນຶກໃຫ້ແກ່ຜູ້ອອກແຮງງານໃນຊຸມຊົນ.

ພາຍ​ໃນ​ຂອບ​ເຂດ​ຂອງ​ເຫດການ, ການ​ແຂ່ງ​ຂັນ​ບານ​ເຕະ​ຂອງ EPS - VFAK Cup 2025 ໄດ້​ດຳ​ເນີນ​ໄປ​ຢ່າງ​ກະ​ຕື​ລື​ລົ້ນ. ໃນທີ່ສຸດ,ທີມ Jeongeup FC ໄດ້ຍາດເອົາຊະນະ.

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ຍສໝ - ວັນ​ທີ 20 ມັງກອນ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ.​ເກົາຫຼີ ​ແລະ ສະມາຄົມ​ຊາວ​ ສ.​ເກົາຫຼີ ຢູ່​ນະຄອນ ຫ່າຍ​ຟ່ອງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ເປີດ​ຕົວສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ນະຄອນ ຫ່າຍ​ຟ່ອງ.

ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ຍສໝ - ທ່ານ Park Hang Seo ອະດີດ​ຫົວໜ້າ​ຄູ​ຝຶກທີມບານ​ເຕະ​ແຫ່ງຊາດ ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ການພົວພັນມະຫາຊົນກິດຕິມະສັກຂອງ​ແຂວງ Jeolla ​ເໜືອ (Jeonbuk) ​ເພື່ອ​ຊ່ວຍ​ຮັດແໜ້ນສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເບິ່ງເພີ່ມເຕີມ
ເຫດການ