![]() |
| ນັກຮຽນ ແລະ ການນຳທ້ອງຖິ່ນ ຮ່ວມກັນຈຸດທູບອາໄລຫາ ຢູ່ທີ່ຫໍບູຊາ ປະທານ ໂຮ່ຈີມິນ. |
ຫໍບູຊາໄດ້ຮັບການສ້າງສັນຂຶ້ນເປັນຮູບຊົງຫົກຫຼ່ຽມ, ມີຊາຍຄາໂຄ້ງ ແລະ ມຸງດ້ວຍກະເບື້ອງ ທີ່ຖອດຖອນເອົາເອກະລັກສະຖາປັດຕະຍະກຳຕາເວັນອອກຢ່າງເດັ່ນຊັດ, ເຊິ່ງລວມມີບັນດາໝວດງານຄື: ຫ້ອງບູຊາທີ່ມີຮູບປັ້ນຫຼໍ່ທອງຂອງລຸງໂຮ່; ຫ້ອງສະແດງພ້ອມດ້ວຍບັນດາຮູບພາບເອກະສານທີ່ພັນລະນາເຖິງຊີວິດ ແລະ ພາລະກິດແຫ່ງການປົດປ່ອຍປະຊາຊາດຂອງເພິ່ນ; ເຮືອນສີລາຈາລຶກຈົດຈຳລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມດ້ວຍຮົ້ວອ້ອມ ແລະ ປະຕູໂຂງຂອງຫໍບູຊາ. ບໍລິເວນເດີ່ນຂອງຫໍບູຊາແມ່ນມີການປູກດອກໄມ້ ແລະ ຕົ້ນໄມ້ປະດັບ (ໄມ້ດັດ) ຫຼາກຫຼາຍຊະນິດ. ຫໍບູຊາແຫ່ງນີ້ໄດ້ເປີດປະຕູເປັນປະຈຳ ເພື່ອຕ້ອນຮັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງທ້ອງຖິ່ນ ທີ່ເຂົ້າມາຈຸດທູບ ແລະ ອາໄລຫາເຖິງລຸງໂຮ່.
ຕາມຄະນະກຳມະການປະຊາຊົນຕາແສງ ແທັງຮຶງ (Thanh Hưng) ໃຫ້ຮູ້ວ່າ, ພາຍຫຼັງວັນທີ 30 ເມສາ ປີ 1975, ເພື່ອລະນຶກເຖິງຄຸນງາມຄວາມດີຂອງລຸງໂຮ່, ບັນດາພະນັກງານປະຕິວັດອາວຸໂສຂອງຕາແສງ ແທັງຮຶງ (ເຊິ່ງຕໍ່ມາໄດ້ແຍກອອກເປັນ ຕາແສງ ເຕີນຮຶງ ແລະ ເຕີນແທັງ ໃນປີ 1979) ໄດ້ສະເໜີເອົາຄ້າຍທະຫານ (ປ້ອມຢາມ) ຂອງລະບອບເກົ່າ ທີ່ຕັ້ງຢູ່ບໍລິເວນຫົວຂົວ ຣັກຣ້ວງ (rạch Ruộng) ຂຶ້ນກັບຂອບເຂດຕາແສງ ຕັນແທັງ (ເມືອງ ກາຍແບ່ - Cái Bè, ແຂວງ ຕ່ຽນຢາງ - Tiền Giang ໃນເມື່ອກ່ອນ) ເຊິ່ງປັດຈຸບັນແມ່ນຕາແສງ ແທັງຮຶງ, ແຂວງ ດົ່ງທາບ ເພື່ອສ້າງສັນຫໍບູຊາລະນຶກເຖິງລຸງໂຮ່.
ການສ້າງສັນຫໍບູຊາ ປະທານ ໂຮ່ຈີມິນ ແມ່ນໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຢ່າງຕັ້ງໜ້າຈາກປະຊາຊົນ. ຍ້ອນແນວນັ້ນ, ສິ່ງປຸກສ້າງດັ່ງກ່າວຈຶ່ງໄດ້ຮັບການລົງມືກໍ່ສ້າງໃນເດືອນ ສິງຫາ ປີ 1975 ແລະ ສຳເລັດໃນປີຕໍ່ມາ. ຮອດປີ 1983, ຫໍບູຊາໄດ້ຮັບການບູລະນະປະຕິສັງຂອນ ແລະ ຍົກລະດັບຂຶ້ນ ໂດຍນຳໃຊ້ແຫຼ່ງທຶນຮອນການລົງທຶນຂອງແຂວງ ໃຫ້ມີຂະໜາດທີ່ໂອໂຖງ ແລະ ຈົບງາມຄືດັ່ງປັດຈຸບັນ. ໃນວັນທີ 2 ກັນຍາ ປີ 2006, ຫໍພິພິທະພັນທະຫານເຂດ 9 ໄດ້ຊ່ວຍເຫຼືອທຶນຮອນຈຳນວນ 50 ລ້ານດົ້ງ ເພື່ອຈັດຕັ້ງການສະແດງຮູບພາບ 5 ໝວດ ກ່ຽວກັບຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງລຸງໂຮ່.
![]() |
| ນັກຮຽນຄົ້ນຄວ້າ ແລະ ສຶກສາເອກະສານ, ຂໍ້ມູນກ່ຽວກັບຊີວິດ ແລະ ພາລະກິດຂອງລຸງໂຮ່ ຢູ່ທີ່ຫໍບູຊາ ປະທານ ໂຮ່ຈີມິນ. |
ຫໍບູຊາແຫ່ງນີ້ ຍັງໄດ້ຕ້ອນຮັບຄະນະນັກທ່ອງທ່ຽວ ແລະ ຖັນແຖວພະນັກງານຈາກທົ່ວປະເທດ ທີ່ເດີນທາງມາຢ້ຽມຢາມ ໃນບັນດາການເດີນທາງກັບຄືນສູ່ຮາກເຫງົ້າປະຫວັດສາດ ເມື່ອໄດ້ມາທັດສະນະສຶກສາຢູ່ເຂດສຸສານຄູ ຫງວຽນຊິງຊັກ (Nguyễn Sinh Sắc) (ບິດາບັງເກີດເກົ້າຂອງປະທານໂຮ່ຈີມິນ) ຢູ່ທີ່ຕາແສງ ກາວແລ້ງ (Cao Lãnh), ແຂວງ ດົ່ງທາບ.
ທ່ານ ດິ່ງວັນເຈືອງ (ປະຊາຊົນຕາແສງ ແທັງຮຶງ, ຜູ້ເບິ່ງແຍງຮັກສາຫໍບູຊາ ປະທານ ໂຮ່ຈີມິນ ນັບຕັ້ງແຕ່ປີ 2014 ມາຮອດປັດຈຸບັນ) ໄດ້ແບ່ງປັນວ່າ, ໃນບັນດາວັນບຸນໃຫຍ່ຂອງຊາດ ເປັນຕົ້ນແມ່ນວັນທີ 30/4, 27/7, 2/9, 19/5 ຫຼື ບຸນເຕັດປະເພນີຂອງປະຊາຊາດ, ຄະນະພັກອຳນາດການປົກຄອງຂອງທັງສອງຕາແສງກ່ອນການຮ່ວມເຂົ້າກັນ ຄື ຕັນແທັງ (Tân Thanh) ແລະ ຕັນຮຶງ (Tân Hưng) (ເຊິ່ງຂຶ້ນກັບແຂວງ ຕ່ຽນຢາງ ໃນເມື່ອກ່ອນ, ແຕ່ປັດຈຸບັນແມ່ນຕາແສງ ແທັງຮຶງ) ລ້ວນແຕ່ໄດ້ເດີນທາງມາທີ່ແຫ່ງນີ້ ເພື່ອຈຸດທູບອາໄລຫາ ແລະ ລະນຶກເຖິງລຸງໂຮ່.
![]() |
| ຮູບພາບ ແລະ ເອກະສານຂໍ້ມູນ ກ່ຽວກັບຊີວິດ ພ້ອມດ້ວຍພາລະກິດ ຂອງລຸງໂຮ່ ຢູ່ທີ່ຫໍບູຊາ ປະທານ ໂຮ່ຈີມິນ. |
ເປັນພິເສດ, ຫໍບູຊາຍັງແມ່ນສະຖານທີ່ທັດສະນະສຶກສາຂອງນັກຮຽນຈາກບັນດາໂຮງຮຽນພາຍໃນທ້ອງຖິ່ນ ເພື່ອສຶກສາອົບຮົມນ້ຳໃຈຮັກຊາດ, ຄອງທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ກໍຄືການຍ້ອງຍໍຊົມເຊີຍ ແລະ ປຸກລະດົມຂະບວນການ “ຫຼານນ້ອຍຜູ່ດີຂອງລຸງໂຮ່” ແຂ່ງຂັນກັນປະຕິບັດຕາມ 5 ຄຳສັ່ງສອນຂອງລຸງໂຮ່. ຄູ ຟານທິເຈືອງອານ (ຄູສອນຢູ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນ ຕັນແທັງ) ໃຫ້ຮູ້ວ່າ, ບັນດາຮູບພາບເອກະສານຂໍ້ມູນກ່ຽວກັບຊີວິດ ແລະ ພາລະກິດຂອງລຸງໂຮ່ ໄດ້ປະກອບສ່ວນສຶກສາອົບຮົມໃຫ້ນັກຮຽນມີຄວາມຮັກບ້ານເກີດເມືອງນອນ, ເຄົາລົບມູນເຊື້ອປະຫວັດສາດຂອງປະຊາຊາດ.
ນ້ອງ ຫງວຽນງັອກເວີນແອງ (ນັກຮຽນຊັ້ນມັດທະຍົມປີທີ 4 [ມ.4], ໂຮງຮຽນມັດທະຍົມສຶກສາຕອນຕົ້ນ ຕັນແທັງ) ໄດ້ເປີດໃຈວ່າ, ທຸກໆຄັ້ງທີ່ໄດ້ມາຢ້ຽມຢາມຫໍບູຊາລຸງໂຮ່, ນ້ອງກໍຄືກັນກັບໝູ່ເພື່ອນທຸກຄົນລ້ວນແຕ່ມີຄວາມຕື້ນຕັນໃຈ ເມື່ອໄດ້ຮັບຊົມບັນດາຮູບພາບເອກະສານຂໍ້ມູນກ່ຽວກັບຊີວິດ ແລະ ພາລະກິດຂອງເພິ່ນ. ນ້ອງຈະຕັ້ງໃຈຮ່ຳຮຽນໃຫ້ເກັ່ງ, ປະຕິບັດຕົນເປັນແບບຢ່າງຕາມລຸງໂຮ່ ແລະ ບັນດາວີລະບູລຸດນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ມີລາຍຊື່ສະຫຼັກໄວ້ຢູ່ເທິງກະດານຄຳ (ສີລາຈາລຶກ) ຢູ່ບໍລິເວນເດີ່ນຂອງຫໍບູຊາ.
![]() |
| ຫ້ອງສະແດງເອກະສານຂໍ້ມູນ ກ່ຽວກັບຊີວິດ ພ້ອມດ້ວຍພາລະກິດ ຂອງລຸງໂຮ່ ຢູ່ທີ່ຫໍບູຊາ ປະທານ ໂຮ່ຈີມິນ. |
ເພື່ອຮັກສາ ແລະ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ, ຕາມທ່ານ ດັ້ງວັນຕຸງ ຫົວໜ້າຂະແໜງວັດທະນະທຳ - ສັງຄົມ ຕາແສງ ແທັງຮຶງ ໃຫ້ຮູ້ວ່າ, ນີ້ແມ່ນສິ່ງປຸກສ້າງທາງດ້ານວັດທະນະທຳ ທີ່ມີຄວາມໝາຍສຶກສາອົບຮົມທາງດ້ານການເມືອງ ແລະ ມູນເຊື້ອປະຕິວັດ ຕໍ່ກັບຖັນແຖວພະນັກງານ ແລະ ປະຊາຊົນຕາແສງ ແທັງຮຶງ, ແຂວງ ດົ່ງທາບ. ໃນຕໍ່ໜ້າ, ຂະແໜງວັດທະນະທຳ - Sັງຄົມ ຈະເປັນປະຈຳໃນການກວດກາ, ຕີລາຄາສະພາບຕົວຈິງຢ່າງລະອຽດ ເພື່ອມີທິດທາງສະເໜີຕໍ່ຄະນະກຳມະການປະຊາຊົນຕາແສງ ຫຼື ສະເໜີຫາພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເພື່ອມີມາດຕະການຊ່ວຍເຫຼືອ, ບູລະນະປະຕິສັງຂອນຢ່າງທັນການໃນເວລາຈຳເປັນ. ສະເພາະໜ້າ, ຂະແໜງການໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນຕາແສງ ນຳໃຊ້ແຫຼ່ງທຶນຮອນງົບປະມານທາງດ້ານເສດຖະກິດ ແລະ ວັດທະນະທຳ ເພື່ອທາສີ ແລະ ສ້ອມແປງຮົ້ວຄືນໃໝ່; ພ້ອມທັງຈັດຕັ້ງການປູກ ແລະ ເບິ່ງແຍງຮັກສາພື້ນທີ່ສີຂຽວຢູ່ຕາມໝວດດອກໄມ້ ເພື່ອສ້າງໃຫ້ມີພື້ນທີ່ສີຂຽວອັນຈົບງາມຕື່ມອີກ ໃຫ້ແກ່ເຂດປູຊະນີຍະສະຖານຫໍບູຊາລຸງໂຮ່.
ທ່ານ ຮວິ່ງດຶກແທ່ງ ເለຂາຄະນະພັກຕາແສງ ແທັງຮຶງ ໄດ້ຊີ້ແຈງວ່າ, ຫໍບູຊາ ປະທານ ໂຮ່ຈີມິນ ໄດ້ຮັບການຮັບຮອງເປັນເຂດປູຊະນີຍະສະຖານປະຫວັດສາດຂັ້ນແຂວງ, ເຊິ່ງໄດ້ຮັບການຖືວ່າເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດ ບໍ່ພຽງແຕ່ຂອງຕາແສງ ແທັງຮຶງ ເທົ່ານັ້ນ ແຕ່ຍັງຂອງທົ່ວແຂວງ ດົ່ງທາບ ອີກດ້ວຍ. ນີ້ແມ່ນ "ທີ່ຢູ່ວົງມົນສີແດງ (ສະຖານທີ່ປະຫວັດສາດປະຕິວັດ)" ເພື່ອສຶກສາອົບຮົມມູນເຊື້ອຮັກຊາດ ແລະ ມູນເຊື້ອປະຕິວັດຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ແກ່ຮຸ່ນຄົນໜຸ່ມ...
| ແສງສະຫວ່າງ ໂຮ່ຈີມິນ ສ່ອງທາງໃຫ້ພວກເຮົາກ້າວເດີນ ຍສໝ - ໜັງສືພິມ "ໂລກ ແລະ ຫວຽດນາມ" ຂໍແນະນຳບົດຂຽນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ... |
| ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ: ເສີມຂະຫຍາຍບົດບາດເປັນຕົວແທນ ແລະ ເປັນສຽງເວົ້າຂອງປະຊາຊົນ ຍສໝ - ນັບຕັ້ງແຕ່ການເລືອກຕັ້ງທົ່ວໄປ (ການຢັ່ງປະຊາມະຕິ) ຄັ້ງທຳອິດໃນປີ 1946 ຈົນເຖິງຂະບວນການສ້າງສາລັດແຫ່ງກົດໝາຍສັງຄົມນິຍົມ, ແນວຄິດ ໂຮ່ຈີມິນ ກ່ຽວກັບສະພາແຫ່ງຊາດ ແລະ ສິດເປັນເຈົ້າຂອງປະຊາຊົນ ແມ່ນຍັງຄົງມີຄຸນຄ່າໃນການເປັນເຂັມທິດເຍືອງທາງອັນເລິກເຊິ່ງສະເໝີມາ. |



