ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

10:02 | 16/04/2020

ຍສໝ  - ພາຍຫຼັງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19. ສື່ມວນຊົນຢູ່ພາກພື້ນໄດ້ມີຫຼາຍບົດຂຽນຕີລາຄາສູງຈິດໃຈສາມັກຄີກັນ ແລະ ການສົມທົບກັນຂອງອາຊຽນໃນການຕໍ່ສູ້ຕ້ານໂລກລະບາດ.

ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19
ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19
ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19
ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19.(ພາບ: TTXVN)

ໜັງສືພິມ ChannelnewsAsia ຂອງສິງກະໂປ ໄດ້ລົງພິມບົດຂຽນໂດຍເນັ້ນໜັກວ່າ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາການນຳຢູ່ພາກພື້ນແບ່ງປັນຂໍ້ມູນຂ່າວສານ, ແຜນການຮັບມືຂອງແຕ່ລະປະເທດ ແລະ ປຶກສາຫາລືບັນດາມາດຕະການເຊິ່ງອາຊຽນ ອາດສາມາດເພີ່ມທະວີການຮ່ວມມື ເພື່ອຮັບມືກັບໂລກລະບາດໂຄວິດ-19.

ໜັງສືພິມ Jakarta Post ຂອງອິນໂດເນເຊຍ ໄດ້ມີບົດສະແດງຄວາມຄິດເຫັນກ່ຽວກັບບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ- 19. Jakarta Post ເນັ້ນໜັກວ່າ, ຖ້າຫາກອາຊຽນ ບັນລຸຜົນສຳເລັດໃນການພ້ອມກັນຕ້ານໂລກລະບາດນີ້, ກໍ່ຈະແມ່ນໂອກາດທີ່ດີເພື່ອຢັ້ງຢືນອິດທິພົນຊື່ສຽງຂອງອາຊຽນ ຢູູູ່່່ເວທີສາກົນ ແລະ ສິ່ງສຳຄັນກວ່າແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຂອງປະຊາຊົນຢູ່ພາກພື້ນນີ້ເອງ. ໜັງສືພິມ KBS ຂອງ ສ.ເກົາຫຼີ ຖືວ່າ, ນີ້ແມ່ນກາລະໂອກາດເພື່ອປຶກສາຫາລືການຮ່ວມມືທົ່ວໂລກໃນການຕໍ່ສູ້ຕ້ານເຊື້ອໄວຣັດ ແລະ ຫຼຸດຜ່ອນບັນດາຜົນກະທົບທາງດ້ານເສດຖະກິດຍ້ອນໂລກລະບາດກໍ່ຂຶ້ນ.

ທ່ານນາງປະລິນຍາໂທ ຮ່ວາງທິຮ່າ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ຢູ່ສິງກະໂປ, ໄດ້ເນັ້ນໜັກວ່າ, ກອງປະຊຸມ 2 ຄັ້ງໄດ້ສົ່ງສານຢ່າງແຮງກ່ຽວກັບຄວາມສຳຄັນຂອງເລື່ອງແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນກະທຳ ແລະ ຮ່ວມມືຢູ່ພາກພື້ນ ກ່ອນອື່ນໝົດແມ່ນ ການປ້ອງກັນ, ຕ້ານໂລກລະບາດ.

ບັນດາປະເທດອາຊຽນ ຈະໄດ້ຮັບຜົນປະໂຫຍດຈາກການຮ່ວມມືຢ່າງແໜ້ນແຟ້ນກັບ 3 ປະເທດຄູ່ຮ່ວມມື, ເຊິ່ງເຄີຍເປັນແຫຼ່ງກຳລັງອັນໃຫຍ່ຫຼວງທາງດ້ານເຕັກໂນໂລຊີ, ສາທາລະນະສຸກ ແລະ ການເງິນເພື່ອຮັບມືກັບໂລກລະບາດ. ນອກຈາກບັນດາບຸລິມະສິດແຖວໜ້າທາງດ້ານສາທາລະນະສຸກແລ້ວ, ບັນດາບຸລິມະສິດທາງດ້ານເສດຖະກິດກໍ່ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຢູ່ໃນ 2 ກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3. ທ່ານນາງປະລິນຍາໂທ ຮ່ວາງທິຮ່າ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມວ່າ ເປັນໜ້າປະທັບໃຈຢ່າງແທ້ຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນຢູ່ພາຍໃນປະເທດ ແລະ ເຮັດໃຫ້ໂລກມີຄວາມສົນໃຈ, ຍ້ອງຍໍຊົມເຊີຍ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Motegi Toshimitsu ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຸດຍອດທາງອອນລາຍອາຊຽນ + 3 ເຊິ່ງໄດ້ຈັດຂຶ້ນໃນວັນດຽວກັນນັ້ນ ມີຄວາມໝາຍສຳຄັນໃນຈຸດເວລາທີ່ໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງຮ້າຍແຮງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີ Motegi ກໍ່ໃຫ້ຮູ້ວ່າ, ໃນສະພາບບັນດາກອງປະຊຸມໃຫຍ່ປະຈຳປີຕ້ອງໄດ້ຍົກເລີກຍ້ອນໂລກລະບາດ, ຫວຽດນາມ ໄດ້ມີການປະພຶດຢ່າງຕັ້ງໜ້າເພື່ອແນໃສ່ເຊື່ອມຕໍ່ບັນດາປະເທດສະມາຊິກອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບບັນດາຄູ່ຮ່ວມມືສາກົນ.

ນັກຊ່ຽວຊານ ລິງເຕືອແຊວນ , ອະດີດຫົວໜ້າຜູ້ຕາງໜ້າສຳນັກຂ່າວສານ ຊິນຮວາ ປະຈຳຫວຽດນາມ ເນັ້ນໜັກວ່າ, ດ້ວຍຖານະບົດບາດແມ່ນປະເທດປະທານໝູນວຽນຂອງອາຊຽນ ໃນປີນີ້, ຫວຽດນາມ ໄດ້ສວມບົດບາດສຳຄັນໃນການສ້າງຂໍ້ລິເລີ່ມ, ຈັດຕັ້ງກໍຄືຊຸກຍູ້ກອງປະຊຸມສຸດຍອດພິເສດຂອງບັນດາການນຳອາຊີຕາເວັນອອກ ຄັ້ງນີ້ ບັນລຸໄດ້ໝາກຜົນດີ. ລັດຖະບານຈີນ ກໍ່ຄືປະຊາຄົມສາກົນລ້ວນແຕ່ຕີລາຄາສູງຕໍ່ສິ່ງດັ່ງກ່າວ.

ໃນບົດບາດເປັນປະທານອາຊຽນ 2020, ປະເທດເຈົ້າພາບຂອງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19, ບັນດາແນວຄວາມຄິດ, ຂໍ້ສະເໜີ, ຫົວຂໍ້ຂອງ ຫວຽດນາມ ທີ່ໄດ້ຍົກອອກມາ ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ. ຕາມນັ້ນແລ້ວ, ເລື່ອງແບ່ງປັນບັນດາບົດຮຽນອັນລ້ຳຄ່າ, ແບ່ງປັນຂໍ້ມູນດ້ານສາທາລະນະສຸກ ໃນການປິ່ນປົວພະຍາດ; ການໜູນຊ່ວຍອຸປະກອນການແພດໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ຫຼື ຊ່ວຍເຫຼືອກັນປົກປ້ອງພົນລະເມືອງ…ແມ່ນບັນດາປັດໄຈຈຳເປັນ ເພື່ອຊ່ວຍໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມືຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ ແລະ ສິ່ງສຳຄັນທີ່ສຸດ, ນັ້ນແມ່ນຖືປະຊາຊົນເປັນໃຈກາງ, ບັນດາຂໍ້ລິເລີ່ມທີ່ຍົກອອກມາ ຕ້ອງໄດ້ຮັບການສະໜັບສະໜູນ, ເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈກະທຳຈາກປະຊາຊົນ ຈຶ່ງສາມາດເສີມຂະຫຍາຍປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໄດ້.

ໃນສະພາບການໂລກສືບຕໍ່ປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ, ການຮ່ວມແຮງຮ່ວມໃຈ, ແບ່ງປັນຂອງ ອາຊຽນ, ບັນດາຄວາມມານະພະຍາຍາມຂອງແຕ່ລະປະເທດສະມາຊິກ ອາຊຽນ, ໃນນັ້ນມີ ຫວຽດນາມ…ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຄວາມສາມັກຄີດ້ວຍຫລາຍຮູບຫລາຍແບບເທົ່ານັ້ນ ຫາກຍັງແມ່ນແປວໄຟແຫ່ງຄວາມໄວ້ເນື້ອເຊື່ອໃຈອີກດ້ວຍ ຊ່ວຍໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳນຳພາຂອງບັນດາລັດຖະບານ; ຊ່ວຍ ອາຊຽນ ກາຍເປັນຈຸດພົ້ນເດັ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຢັ້ງຢືນພາບພົດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ 2020, ຊຸກຍູ້ການຮ່ວມມື ໃນພາກພື້ນ ແລະ ສາກົນ ເພື່ອຮັບມືກັບໂລກລະບາດ. ເປັນທີ່ຈະແຈ້ງແລ້ວວ່າ, ໂລກລະບາດໂຄວິດ-19 ແມ່ນສິ່ງທ້າທາຍ ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດຍັບໃກ້ເຂົ້າກັນກວ່າ, ຜູກພັນກັນກວ່າ, ພ້ອມກັນແບ່ງປັນບົດຮຽນກ່ຽວກັບການຮັບມື ກໍ່ຄືສະແດງໃຫ້ເຫັນບົດບາດເປັນໃຈກາງຂອງກຸ່ມ ໃນການແກ້ໄຂບັນດາສິ່ງທ້າທາຍແບບໃໝ່.

ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19 ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳຫວຽດນາມ ສະແດງຄວາມປາດຖະໜາຢາກສະໜັບສະໜູນ ຫວຽດນາມ ໃນທຸກດ້ານ

ຍສໝ - ຕອນບ່າຍວັນທີ 2/3, ຢູ່ຮ່າໂນ້ຍ, ປະທານສານປະຊາຊົນສູງສຸດ, ທ່ານ ຫງວຽນຫ່ວາປິ່ງ ໄດ້ມີການພົບປະກັບ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ Daniel J. Kritenbrink.

ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19 ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ ຂອງສອງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ

ຍສໝ - ໃນຕອນບ່າຍວັນທີ 4 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳ ຫວຽດນາມ.

ຫາງສຽງສ ມວນຊ ນ ສາກ ນ ຕ ລາຄາສ ງເລ ອງຫວຽດນາມຊ ກຍ ການຮ ວມມ ປ ອງກ ນ ຕ ານໂລກລະບາດໂຄວ ດ 19 ພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດ

ຍສໝ - ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.

ໄຊພອນ

ເຫດການ
302 Found

Found

The document has moved here.