ສື່ມວນຊົນສາກົນຕີລາຄາສູງ ເລື່ອງຫວຽດນາມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

19:17 | 11/06/2019

ສື່ມວນຊົນສາກົນ ສືບຕໍ່ໃຫ້ຂ່າວກ່ຽວກັບເລຶ່ອງຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດສະໜັບສະຫນູນຢ່າງຂາດຂັ້ນ

ສື່ມວນຊົນສາກົນຕີລາຄາສູງ ເລື່ອງຫວຽດນາມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

ພາບປະກອບ.

ໃນບົດຂຽນໜຶ່ງທີ່ລົງພິມໃນໜັງສືພິມ ປັດມິກ ຂອງລັດເຊຍ ໄດ້ໃຫ້ຂໍ້ສັງເກດວ່າ ໄຊຊະນະຂອງຫວຽດນາມ ບໍ່ແມ່ນສິ່ງທີ່ປະຫຼາດໃຈເກີນໄປ, ເພາະແບບວິທີທາງການທູດທີ່ອ່ອນຍົນ ແລະ ມີໄຫວພິບ ຊຶ່ງໄດ້ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມຮັກສາສາຍພົວພັນທີ່ສະໜິດຕິດພັນ, ເປັນປົກກະຕິກັບທຸກໆປະເທດໃນໂລກ. ຕາມບົດໜັງສືພິມດັ່ງກ່າວແລ້ວ, ຫວຽດນາມພ້ອມແລ້ວມານະພະຍາຍາມຢ່າງສຸດຂີດເພື່ອສະກັດກັ້ນການປະທະກັນ, ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ປັບປຸງສັນຕິພາບໃນໂລກ. ໃນນັ້ນ ອາດຈະເວົ້າເຖິງ ເລື່ອງຫວຽດນາມ ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສ.ປ.ປ. ເກົາຫຼີຄັ້ງທີ 2 ເມື່ອເດືອນກຸມພາທີ່ຜ່ານມາ, ກອງທັບຫວຽດນາມ ກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບໃນໂລກ.

ສ່ວນໜັງສືພິມ ບາງກອກໂພສຂອງໄທສະບັບລົງວັນທີ 11 ມີຖຸນາ ກໍໄດ້ມີບົດຂຽນໃຫ້ຂໍ້ສັງເກດວ່າ : ດ້ວຍເລື່ອງເປັນຄັ້ງທີ 2 ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ຫວຽດນາມ ຈະສືບຕໍ່ຍົກສູງທີ່ຕັ້ງບົດບາດຂອງອາຊຽນໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກນີ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.