ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019

21:31 | 30/09/2019

ຍສໝ - ເລື່ອງຫວຽດນາມ ສະໝັກເລືອກຕັ້ງ ແລະ ໄດ້ຮັບດຳລົງຕຳແໜ່ງເປັນປະທານ WIPO ອາຍຸການ 2018 – 2019 ແມ່ນໜຶ່ງໃນບັນດາບາດກ້າວທີ່ມີປະສິດທິຜົນໃນການຜັນຂະຫຍາຍຄຳສັ່ງຂອງຄະນະເລຂາສູນກາງພັກກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030.

ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019

ທ່ານເອກອັກຄະລັດຖະທູດຫວຽດນາມ ເຢືອງຈິ໊ຢຸງ.(ພາບ:TTXVN)

ຜ່ານການເຂົ້າຮ່ວມບັນດາຕຳແໜ່ງຫຼັກແໜ່ງຢູ່ບັນດາເວທີປາໄສຄື WIPO, ຫວຽດນາມ ຈະເຂົ້າຮ່ວມວິວັດການສ້າງ, ກຳນົດ, ນຳພາບັນດາລະບອບຫຼາຍຝ່າຍຢູ່ພາກພື້ນ, ລະຫວ່າງພາກພື້ນ ແລະ ທົ່ວໂລກເທື່ອລະກ້າວ. ສາກົນຕີລາຄາສູງເລື່ອງຫວຽດນາມ ດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019.

ບັນດາປະເທດໄດ້ຕີລາຄາສູງບົດບາດປະສານງານ ແລະ ເລື່ອງເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ; ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງສະມັດຊາໃຫຍ່ WIPO ປີ 2019. WIPO ແມ່ນຄູ່ຮ່ວມມືທຳອິດ ແລະ ສຳຄັນທີ່ສຸດຂອງຫວຽດນາມ ໃນການຮ່ວມມືສາກົນກ່ຽວກັບຊັບສິນທາງປັນຍາ. ບົດບາດເປັນປະທານສະມັດຊາໃຫຍ່ WIPO ໄດ້ຊ່ວຍໃຫ້ WIPO ໜູນຊ່ວຍບັນດາໂຄງການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້ຫຼາຍກວ່າເກົ່າ ຄືໂຄງການໜູນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດບັນດາພັນທະເປັນສະມາຊິກຂອງ WIPO.

ທ່ານເອກອັກຄະລັດຖະທູດ ເຢືອງຈິ໊ຢຸງ ຊີ້ແຈ້ງວ່າ, ເລື່ອງຫວຽດນາມ ສະໝັກເລືອກຕັ້ງ ແລະ ໄດ້ຮັບດຳລົງຕຳແໜ່ງເປັນປະທານ WIPO ອາຍຸການ 2018 – 2019 ແມ່ນໜຶ່ງໃນບັນດາບາດກ້າວທີ່ມີປະສິດທິຜົນໃນການຜັນຂະຫຍາຍຄຳສັ່ງຂອງຄະນະເລຂາສູນກາງພັກກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030.

(ໄຊພອນ)

ເຫດການ
302 Found

Found

The document has moved here.