![]() | ມາເລເຊຍ ແລະ ຫຼາຍປະເທດ ຕີລາຄາສູງທ່ານເລຂາທິການໃຫຍ່ ໂຕເລີມ ໂທລະສັບກັບປະທານາທິບໍດີ ອາເມລິກາ, ສະໜັບສະໜູນວິທີເຂົ້າເຖິງຂອງຫວຽດນາມ |
![]() | ຮັກສາ, ແຜ່ຂະຫຍາຍພາສາຫວຽດນາມ ຢູ່ ມາເລເຊຍ |
ດ້ວຍຫົວຂໍ້ “ສຸຂະພາບຂອງເຈົ້າ - ຄວາມສຸກຂອງຂ້ອຍ”, ການເຄື່ອນໄຫວນີ້ໄດ້ປະກອບສ່ວນເຂົ້າໃນການເຊື່ອມຕໍ່ປະຊາຄົມ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຕາມນັກຂ່າວຂອງສຳນັກຂາວສານ ຫວຽດນາມ ຢູ່ Kuala Lumpur, ໃນສອງມື້ທ້າຍອາທິດ, (12 ແລະ 13 ກໍລະກົດ), ແມ່ຍິງ ຫວຽດນາມ 50 ກວ່າຄົນ ພ້ອມກັບຄອບຄົວຂອງເຂົາເຈົ້າໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ກວດສຸຂະພາບໂດຍບໍ່ເສຍຄ່າຢູ່ໂຮງໝໍຂະແໜງສະເພາະ Ampang Puteri (KPJ Ampang Puteri Specialist Hospital).
![]() |
ບັນດາຜູ້ແທນທີ່ເຂົ້າຮ່ວມເຫດການຖ່າຍຮູບລວມ. (ພາບ: ຮັ່ງລິງ/ສຳນັກຂາວສານ ຫວຽດນາມ). |
ກ່າວຄຳປາໄສທີ່ເຫດການນີ້, ທ່ານ ຮສ, ປອ Shahrul Nizam Ahmad Zamzali - ຫົວໜ້າພະແນກສຸກເສີນຂອງໂຮງໝໍ KPJ Ampang Puteri - ໄດ້ສະແດງຄວາມເປັນກຽດໃນການຮ່ວມມືກັບສະມາຄົມມິດຕະພາບ, ຮ່ວມເດີນທາງພ້ອມກັບປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍ ໃນການຍົກສູງຄວາມຮັບຮູ້ກ່ຽວກັບສຸຂະພາບ, ພິເສດແມ່ນແມ່ຍິງທີ່ມີບົດບາດສຳຄັນໃນຄອບຄົວ ແລະ ສັງຄົມ.
ແມ່ຍິງຫວຽດນາມ ຫຼາຍຄົນທີ່ເຂົ້າຮ່ວມໂຄງການໄດ້ຕີລາຄາສູງບັນດາເນື້ອໃນການປຶກສາຫາລືຢ່າງເລິກເຊິ່ງ ແລະ ມີປະໂຫຍດຂອງໂຮງໝໍ, ພ້ອມກັນນັ້ນ ຍ້ອງຍໍບັນດາຄວາມລອບຄອບ, ຄວາມກະຕືລືລົ້ນ ແລະ ຮັກແຂກຂອງຖັນແຖວພະນັກງານ KPJ.
ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ, ທ່ານນາງ ເຈິ່ນທິຈາງ - ປະທານສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືເຕັມໄປດ້ວຍຄວາມຫວັງດີ ແລະ ວິຊາຊີບຂອງ KPJ, ເຊິ່ງເປັນໜຶ່ງໃນກຸ່ມບໍລິສັດການແພດເອກະຊົນແຖວໜ້າ ຢູ່ມາເລເຊຍ, ແລະ ພ້ອມກັນນັ້ນ ຫວັງວ່ານີ້ແມ່ນການເຄື່ອນໄຫວເປີດກ້ວາງໃຫ້ບັນດາເຫດການມຸ່ງໄປເຖິງການດູແລສຸຂະພາບຢ່າງແທດຈິງໃຫ້ແກ່ຊາວ ຫວຽດນາມ ຢູ່ ມາເລເຊຍ ຕາມຈິດໃຈ “ສຸຂະພາບຂອງເຈົ້າ - ຄວາມສຸກຂອງຂ້ອຍ”.
ເຫດການນີ້ປະກອບສ່ວນເຂົ້າໃນການເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫ່າງຈາກບ້ານເພື່ອໃຫ້ທຸກຄົນອຸ່ນອ່ຽນໃຈປະຕິບັດວຽກງານ ແລະ ເຂົ້າໃຈຄວາມໝາຍຂອງການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງມາເລເຊຍ ແລະ ຫວຽດນາມ ກ່ວາອີກ.
![]() | ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19 ຍສໝ - ສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນກວ່າ 100 ພູດ ໃຫ້ແກ່ບັນດາຄອບຄົວຊາວຈຳຫວຽດນາມຢູ່ Teluk Intan ໃນລັດ Perak. |
![]() | ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ ຍສໝ - ວັນທີ 4 ກັນຍາ, ທີ່ນະຄອນຫຼວງກົວລາລໍາເປີ, ສະຖານທູດຫວຽດນາມປະຈໍາມາເລເຊຍ ໄດ້ສົມທົບກັບສະຫະພັນແມ່ຍິງຫວຽດນາມ ແລະ ອົງການທີ່ມີໜ້າທີ່ ເພື່ອຈັດຕັ້ງການສັກວັກຊີນກັນພະຍາດໂຄວິດ -19 ໃຫ້ແກ່ຊາວຫວຽດນາມ 200 ຄົນຢູ່ໃນບໍລິເວນນະຄອນຫຼວງກົວລາລໍາເປີ. |
ແທັງຮັ່ງ