ເພີ່ມທະວີການພົບປະການແລກປ່ຽນວັດທະນະທໍາຫວຽດນາມ - ອາເຈນຕິນາ ຜ່ານດົນຕີ

15:00 | 06/08/2022

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມຢືນຢັນວ່າ ຈະເຊື່ອມຕໍ່ໂຮງລະຄອນ Colon ກັບໂຮງລະຄອນຫວຽດນາມໂດຍໄວ ເພື່ອຊຸກຍູ້ການພົບປະແລກປ່ຽນດົນຕີ ລະຫວ່າງສອງປະເທດຕື່ມອີກ.

ຫວຽດນາມ ແລະ ອາເຈນຕິນາ ມຸ່ງໄປເຖິງການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ ຫວຽດນາມ ແລະ ອາເຈນຕິນາ ມຸ່ງໄປເຖິງການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ
ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ

ວັນທີ 3 ສິງຫາ, ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເຈນຕິນາ ໄດ້ມີການພົບປະກັບທ່ານ Jorge Telerman ຫົວໜ້າໂຮງລະຄອນ Colon ເພື່ອແລກປ່ຽນກ່ຽວກັບຮູບແບບພົບປະແລກປ່ຽນ ດົນຕີ ແລະ ກິດຈະກໍາກະກຽມໃຫ້ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນ 2023.

ເພີ່ມທະວີການພົບປະການແລກປ່ຽນວັດທະນະທໍາຫວຽດນາມ - ອາເຈນຕິນາ ຜ່ານດົນຕີ
ເພີ່ມທະວີການພົບປະການແລກປ່ຽນວັດທະນະທໍາຫວຽດນາມ - ອາເຈນຕິນາ ຜ່ານດົນຕີ. ພາບ: baoquocte.vn

ທ່ານ Telerman ໄດ້ສະແດງຄວາມຮັກແພງອັນເລິກເຊິ່ງຕໍ່ວັດທະນະທໍາ ແລະ ຊາວຫວຽດນາມເວົ້າລວມ ກໍ່ຄືດົນຕີຂອງຫວຽດນາມ ເວົ້າສະເພາະ ແລະ ໃຫ້ຮູ້ວ່າ ໂຮງລະຄອນ Colon ພ້ອມແລ້ວທີ່ຈະຮ່ວມມືກັບໂຮງລະຄອນ ຫວຽດນາມ ຜ່ານທຸກຮູບແບບແລກປ່ຽນນັກສຶກສາ, ຄະນະສະແດງສິລະປະ ballet, opera...

ທ່ານເອກອັກຄະລັດຖະທູດຫວຽດນາມຢືນຢັນວ່າ ຈະເຊື່ອມຕໍ່ໂຮງລະຄອນ Colon ກັບໂຮງລະຄອນຫວຽດນາມໂດຍໄວ ເພື່ອຊຸກຍູ້ການພົບປະແລກປ່ຽນດົນຕີ ລະຫວ່າງສອງປະເທດຕື່ມອີກ.

ໂຮງລະຄອນ Colon ທີ່ມີເກືອບ 3,000 ບ່ອນນັ່ງຖືກຈັດອັນດັບໂດຍວາລະສານ National Geographic ເປັນໜຶ່ງໃນສິບໂຮງລະຄອນໂອເປຣາທີ່ດີທີ່ສຸດໃນໂລກ ແລະເປັນບ່ອນສະແດງທີ່ມັກທີ່ສຸດສຳລັບວົງດົນຕີອໍເຄສຕຣາ ແລະ ນັກຮ້ອງຄລາສສິກຊັ້ນນໍາຂອງໂລກ.

ບູນມີ

ເຫດການ
302 Found

Found

The document has moved here.