ນັກຮຽນ Brazil ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ

08:44 | 14/07/2022

ຍສໝ-Brazil ຫາກໍເຂົ້າຮ່ວມລາຍການສິລະປະ ສົມທົບກັບການຊອກຮູ້ວັດທະນະທໍາສາກົນທີ່ໂຮງຮຽນມັດທະຍົມ La Salle Águas Claras - ນະຄອນຫຼວງ Brasilia, ເມືອງ Distrito Federal, Brazil.

ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ
ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ
ນັກຮຽນ Brazil ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ

ນັກຮຽນ Brazil ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ

ນີ້​ແມ່ນ​ເຫດການ​ປະຈຳ​ປີ​ຂອງ​ໂຮງຮຽນ​ໃນຕະຫຼອດ 10 ປີ​​ຜ່ານ​ມາ, ​ແຕ່​ໄດ້​ຈັດ​ຄືນໃໝ່​ພາຍຫຼັງ 2 ປີທີ່ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ບັນດາ​ນັກຮຽນ Brazil ​ໄດ້​ໄປ​ສະຖານທູດ​ເພື່ອ​ຊອກ​ຮູ້​ຂໍ້​ມູນ​ກ່ຽວ​ກັບ ​ຫວຽດນາມ ​ແລະ ສະເໜີໃຫ້​ສະຖານທູດ​ໜູນ​ຊ່ວຍດ້ານເອກະສານ​ ​ແລະ ​ແນວຄວາມ​ຄິດ​ເພື່ອ​ກະກຽມ​ໃຫ້​ແກ່​ເຫດການ​ຄັ້ງນີ້.

ດ້ວຍ​ຄຳ​ຂວັນ “ປົກ​ປັກ​ຮັກ​ສາ​ຊາຍຄາລວມ”, ບັນດານ້ອງນັກຮຽນ​ໄດ້​ໃຊ້​ເວ​ລາ 1 ອາ​ທິດເພື່ອກະກຽມບັນດາຮູບແບບທີ່ຈະ​​ປະດັບ​ປະ​ດາມີເຊິ່ງລັກສະນະ​ເຂັ້ມຂຸ້ນໄປດ້ວຍວັດ​ທະ​ນະ​ທຳ​ ຫວຽດ​ນາມ ເຊັ່ນ:ຕະຫຼາດນັດ, ບຸນ​ເຕັດ, ນາຂັ້ນໄດ, ອຸ​ມົງໃຕ້ດິນ ກູຈີ, ອ່າວ ​ຮ້າ​ລອງ, ຂົວ​ມັງ​ກອນ ດາ​ໜັງ… ທີ່ເຮັດຈາກ​ສິ່ງທີ່ໃຊ້ແລ້ວ ​ເຊັ່ນ ​ຂວດ, ແກ້ວ, ເຈ້ຍ...

ການ​ຟ້ອນກຸບທີ່ເປັນເອກະລັກຂອງ​ ຫວຽດນາມ ນ້ອງໆນັກຮຽນ​ກໍໄດ້ສະ​ແດງ​ຢ່າງ​ດີ​ເດັ່ນ​ ແລະ ໄດ້​ຮັບ​ການຕີລາຄາສູງຈາກຄະນະກໍາມະການ. ຄະນະ​ອຳນວຍ​ການ​ໂຮງຮຽນ La Salle Águas Claras ກໍ​ໄດ້ສົ່ງຄໍາ​ຂອບ​ອົກ​ຂອບ​ໃຈມາຍັງ​ສະຖານທູດ​ ຫວຽດນາມ ກ່ຽວກັບການ​ໜູນຊ່ວຍ​ຢ່າງ​ຕັ້ງໜ້າ, ນຳ​ມາເຊິ່ງຄວາມ​ຜົນສຳ​ເລັດ​ຢ່າງ​ຈົບງາມໃຫ້ແກ່ລາຍການ.

ຫອມມາລາ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ