ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

22:16 | 12/03/2025

ຍສໝ - ມຸ່ງໝັ້ນປະຕິບັດຄວາມຫຼົງໄຫຼຢ່າງບໍ່ຢຸດຢັ້ງ, ອາຈານ ຮ່ວາງ​ທິ​ມາຍ - ອະດີດ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຮ່າ​ຕິ້ງ ສືບ​ຕໍ່​ໃນການເດີນ​ທາງ​ສ້າງ​ແຮງ​ບັນດານ​ໃຈ​ດ້ວຍ​ການ​ສອນ​ພາສາ​ຫວຽດນາມ ຢູ່ ສປປ ລາວ.

ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ
ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື
ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

ອາຈານ ຮ່ວາງທິມາຍ ສືບ​ຕໍ່​ໃນການເດີນ​ທາງ​ສ້າງ​ແຮງ​ບັນດານ​ໃຈ​ດ້ວຍ​ການ​ສອນ​ພາສາ​ຫວຽດນາມ ຢູ່ ສປປ ລາວ.

ຄວາມຟົດຟື້ນຈາກຫ້ອງບັນຍາຍເຖິງເວທີສອນ

ຮ່ວາງ​ທິ​ມາຍ ເກີດ​ເມື່ອ​ປີ 1992 ຢູ່​ຕາ​ແສງ ຊວນ​ອ່ຽນ, ເມືອງ ງິຊວນ, ແຂວງ ຮ່າ​ຕິ້ງ. ຫຼັງ​ຈາກ​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ​ປາຍ, ນາງ ມາ​ຍ​ ໄດ້​ຜ່ານ​ການ​ສອບ​ເສັງ ແລະ ໄດ້​ຮ່ຳ​ຮຽນ​ຢູ່​ຫ້ອງ​ການ​ສຶກ​ສາ​ປະ​ຖົມ K4, ຄະ​ນະ​ສ້າງຄູ, ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ຕິ້ງ. ໃນວັນເວລາຮຽນຢູ່ມະຫາວິທະຍາໄລ, ມາຍ ຍາມໃດກໍ່ເປັນນັກສຶກສາທີ່ຂະຫຍັນຂັນເຄື່ອນ, ມີຄວາມຟົດຟື້ນ. ນາງໄດ້ເປັນກໍາມະການ​ຄະນະບໍລິຫານງານສະມາຄົມນັກສຶກສາ, ເຂົ້າຮ່ວມບັນດາລາຍການອາສາສະໝັກຢ່າງຕັ້ງໜ້າ.

ສໍາລັບ ມາ​ຍ, ການສິດສອນບໍ່ພຽງແຕ່ເປັນວຽກງານ, ຫາກຍັງເປັນຄວາມຫຼົງໄຫຼ ແລະ ພາລະກິດ. ນາງ​ໄດ້​ແບ່ງປັນ​ວ່າ: “ຕັ້ງແຕ່​ຮຽນ​ຢູ່​ໂຮງຮຽນ, ຂ້າພະເຈົ້າ​ໄດ້ໃຝ່ຝັນກາຍ​ເປັນ​ຄູ​ສອນ​ເພື່ອ​ຖ່າຍທອດຄວາມຮູ້ໃຫ້​ແກ່ບັນດາ​ນັກຮຽນ. ພິເສດ, ຂ້າພະເຈົ້າເລືອກການສອນເປັນອາຊີບກໍ່ແມ່ນສືບຕໍ່ຄວາມຝັນຍັງພໍກະເທີນຂອງແມ່ຂ້າພະເຈົ້າ - ຜູ້ທີ່ຕ້ອງຢຸດອາຊີບການສຶກສາຍ້ອນສະພາບການຄອບຄົວທີ່ຫຍຸ້ງຍາກ."

ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

ນາງ ຮ່ວາງ​ທິ​ມາຍ​ ໄດ້​ກັບ​ຄືນ​ເມືອ​ບ້ານ​ເກີດ​ຂອງ​ຕົນ ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນ​ປະຖົມ ຊວນ​ອ່ຽນ, ເມືອງ ງິຊວນ.

ຫຼັງ​ຈາກ​ຮຽນ​ຈົບ, ມາ​ຍ ​ໄດ້​ກັບ​ຄືນ​ເມືອ​ບ້ານ​ເກີດ​ຂອງ​ຕົນ ​ແລະ ​ເຮັດ​ວຽກ​ຢູ່​ໂຮງ​ຮຽນ​ປະ​ຖົມ ຊວນ​ອ່ຽນ, ເມືອງ ງິຊວນ. ດ້ວຍຄວາມຟົດຟື້ນຂອງຄູສອນຫນຸ່ມ, ນາງບໍ່ພຽງແຕ່ສອນບັນດາວິຊາວັດທະນະທໍາເທົ່ານັ້ນ, ຫາກຍັງຈັດຕັ້ງບັນດາກິດຈະກໍາລົງຕົວຈິງ, ບຳລຸງສ້າງນັກຮຽນເຂົ້າຮ່ວມບັນດາການເສັງ. ນາງກໍ່ຍັງໄດ້ເຂົ້າຮ່ວມບັນດາຫຼັກສູດການຝຶກອົບຮົມວິຊາຊີບ ແລະ ບັນດາການປະກວດຄູອາຈານທີ່ດີເລີດໃນທຸກລະດັບຢ່າງເປັນປະຈຳ.

ສົ່ງແຮງບັນດານໃຈໃນດິນແດນລ້ານຊ້າງ

ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

ນາງ ຮ່ວາງທິມາຍ ເຂົ້າຮ່ວມການສິດສອນພາສາຫວຽດ ຢູ່ໂຮງຮຽນຊົນເຜົ່າກິນນອນແຂວງ ສະຫວັນນະເຂດ.

​ເດືອນ​ມິຖຸນາ​ ປີ 2024, ກະຊວງການ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໄດ້​ປະກາດ​ຄັດ​ເລືອກ​ຄູ​ອາຈານ, ຄູສອນ 22 ຄົນ ​ໄປ​ສອນ​ພາສາ​ຫວຽດນາມ ຢູ່​ລາວ ອາຍຸການ 2024-2026 ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຄົ້ນພົບ, ປະສົບ​ການ ​ແລະ ປະກອບສ່ວນ​, ມາຍ ໄດ້ອອກສະໝັກເລືອກຕັ້ງຢ່າງກ້າກັ່ນ. ຫຼັງຈາກ 5 ເດືອນຂອງມອບເອກະສານ ແລະ ຜ່ານຫຼາຍຮອບຄັດເລືອກເບື້ອງຕົ້ນ, ນາງໄດ້ຮັບເລືອກຢ່າງເປັນທາງການຕາມຂໍ້ຕົກລົງເລກທີ 3431/QD-BGDDT ລົງວັນທີ 7 ພະຈິກ 2024.

“ດ້ວຍຄວາມກະຕືລືລົ້ນຂອງຊາວໜຸ່ມ ແລະ ຄວາມຫຼົງໄຫຼໃນການສອນ, ຂ້າພະເຈົ້າຫວັງວ່າ ຈະນຳເອົາຄວາມຮູ້ຂອງຕົນຖ່າຍທອດໃຫ້ເຖິງນັກຮຽນລາວ, ພ້ອມກັນນັ້ນ ກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ຊຸມຊົນ, ໂຄສະນາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ” - ນາງ ມາຍ ແບ່ງປັນ.

ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

​ນາງ ຮ່ວາງ​ທິ​ມາ​ຍ ຍັງເຂົ້າ​ຮ່ວມ​ໜູນ​ຊ່ວຍ​ການ​ສອນ​ພາ​ສາ​ຫວຽດ​ ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ຢູ່​ລາວ ຢູ່​ໂຮງ​ຮຽນ​ປະ​ຖົມ ຮວ່າງ​ອວັນ.

ເມື່ອມາຮອດປະເທດລາວ, ນາງ ມາຍ ໄດ້ວາງແຜນໃຫ້ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ. ນາງ​ເຂົ້າຮ່ວມການສອນ​ພາສາ​ຫວຽດນາມ ​ຢູ່​ໂຮງຮຽນ​ຊົນ​ເຜົ່າ​ແຂວງ ​ສະຫວັນ​ນະ​ເຂດ, ເປັນ​ເສນາທິການ​ກ່ຽວ​ກັບ​ການ​ພັດທະນາຫຼັກສູດການຮຽນ​​ພາສາ​ຫວຽດນາມ ເພີ່ມທະວີ, ​ສ້າງ​ຕັ້ງບັນດາ​ສະ​ໂມ​ສອນ “ນ້ອງ​ຮັກ​ພາສາຫວຽດນາມ” ​ແລະ ຈັດ​ຕັ້ງ​ການ​ບໍລິຈາກ​ປຶ້ມ, ​ຕຳລາສອນ​ໃຫ້​ນັກຮຽນ​ລາວ. ນາງກໍ່ຫວັງວ່າ ຢາກ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ, ນາງ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ເດັກນ້ອຍ​ຫວຽດນາມ ຢູ່​ລາວ ຢູ່​ໂຮງຮຽນ​ປະຖົມ ຮວ່າງ​ອວັນ ​ແລະ ​ໂຮງຮຽນ​ມັດທະຍົມຕອນປາຍ​ ມິດຕະພາບ ຫວຽດນາມ - ລາວ.

“ພາຍຫຼັງເວລາ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ດິນແດນ​ລ້ານ​ຊ້າງ, ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈເພິ່ມເຕີມ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ປະ​ເທດ​ຊາດ ​ແລະ ປະຊາ​ຊົນ​ລາວ. ຂ້າ​ພະ​ເຈົ້າ​ນັບຖືຢ່າງສູງການ​ພົວ​ພັນ​ທີ່ສະໜິດຕິດແໜ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ອ້າຍ​ນ້ອງ​ ແລະ ຫວັງ​ວ່າ​ຈະ​ໄດ້​ປະ​ກອບ​ສ່ວນ​​ນ້ອຍ​ເຂົ້າ​ໃນພາລະກິດ​ການ​ສຶກ​ສາ​ຂອງ​ປະ​ເທດ​ເພື່ອນ​ມິດ” - ນາງ ມາຍ ປັບທຸກ.

ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

ການ​ເດີນ​ທາງ​ຂອງ​ນາງ​ ຮ່ວາງ​ທິ​ມາ​ຍ ແມ່ນ​ແບບ​ຢ່າງ​ທີ່​ສົ່ງແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ບັນດາຊາວໜຸ່ມ, ພິ​ເສດ​ແມ່ນ​ບັນດາຜູ້ພວມ​ມຸ່ງໝັ້ນປະຕິບັດພາລະກິດການ​ສຶກສາ.

ການ​ເດີນ​ທາງ​ຂອງ​ນາງ ຮ່ວາງ​ທິ​ມາຍ ​ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ສ່ວນ​ຕົວ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ແບບ​ຢ່າງ​ສ້າງສົ່ງແຮງ​ບັນ​ດານ​ໃຈໃຫ້ບັນດາ​ຊາວ​ໜຸ່ມ, ພິ​ເສດ​ແມ່ນ​ບັນດາ​ຜູ້​ພວມ​ມຸ່ງໝັ້ນປະຕິບັດພາລະກິດການ​ສຶກສາ. ຈາກ​ສາວ​ນ້ອຍ​ຢູ່​ເຂດ​ຊົນນະບົດ​ແຄມ​ຝັ່ງ​ທະ​ເລ​ຂອງ​ແຂວງ ຮ່າ​ຕິ້ງ, ນາງ​ມາ​ຍ​ ໄດ້​ບືນຕົວ​ຂຶ້ນ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ເພື່ອ​ປະຕິບັດ​ຄວາມ​ຝັນຂອງຕົນ. ນາງເປັນພະຍານເຖິງກຳລັງແຮງຂອງຄວາມຫຼົງໄຫຼ ແລະ ຄວາມອົດທົນ.

ກາລະໂອກາດເພື່ອໃຫ້ບັນດາປະເທດ ແມ່ນ້ຳຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ

ກາລະໂອກາດເພື່ອໃຫ້ບັນດາປະເທດ ແມ່ນ້ຳຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ

ຍສໝ - ວັນ​ທີ 29 ຕຸລາ​, ​ເວທີ​​ການ​ຮ່ວມ​ມື​ອຳນາດການປົກຄອງທ້ອງ​ຖິ່ນ ແມ່ນ້ຳຂອງ - ລ້ານຊ້າງ ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ ຫາງ​ໂຈ່​, ​ແຂວງ ​ເຈີ້​ຈ່າງ ຂອງ​ຈີນ. ​ເວທີ​​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນມາຈາກ​ບັນດາ​ປະ​ເທດ​ແນະນຳ​ສະພາບການ​ພາກ​ພື້ນ, ​ແບ່ງປັນ​ປະສົບ​ການ, ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ... ຫາກ​ຍັງ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ, ຮັດ​ແໜ້ນ​ມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ ...

ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.

ແທັງຮັ່ງ