ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ

10:17 | 08/12/2023

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Wan Muhamad Noor Matha ​ໄດ້​ເຫັນ​ດີ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ໃນການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່​ສະດວກ ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ຄື: ການ​ເຊື່ອມ​ຕໍ່​ລະບົບ​ຕ່ອງ​ໂສ້​ການ​ສະໜອງ; ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງ…

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ
ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ

ຕອນ​ບ່າຍ​ວັນ​ທີ 7 ທັນວາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ​ໄທ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ປະທານ​ສະພາ​ຜູ້​ແທນ​ສະພາຕ່ຳ​ໄທ Wan Muhamad Noor Matha. .

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ​ແລະ ປະທານ​ສະພາ​ຜູ້​ແທນສະພາຕ່ຳ Wan Muhamad Noor Matha ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ຕີ​ລາຄາ​ສູງ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ.

ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ (2013-2023), ສ້າງ​ກຳລັງ​ແຮງ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ກວ້າງຂວາງ ​ແລະ ​ແທດ​ຈິງ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄທ ຊົມ​ເຊີຍ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຕີບ​ໂຕ​ເສດຖະກິດ​ສູງ; ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ໄທ​ໃນ​ພາກ​ພື້ນ.

ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ
ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໃນ​ການ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ; ຂອບ​ໃຈ​ຝ່າຍ​ໄທ​ທີ່​ໄດ້​ຈັດ​ຕັ້ງ​ໂຄງ​ການ​ເຮັດ​ວຽກ​ຢ່າງ​ຮອບ​ດ້ານ​ແລະ​ໃຫ້​ຄະ​ນະ​ຜູ້​ແທນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ​ໄດ້​ຝາກ​ຄວາມ​ເຄົາລົບ​ມາ​ຍັງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄທ ​ເຖິງ​ຄຳ​ອວຍພອນ​ອັນ​ສະໜິດສະໜົມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ການ​ນຳ​ຂັ້ນ​ສູງ ຫວຽດນາມ; ຊົມ​ເຊີຍ​ທ່ານ Wan Muhamad Noor Matha ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ຜູ້​ແທນສະພາຕ່ຳ​ຂອງ​ໄທ; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໃຫ້​ດີ​ຂຶ້ນ.

ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ການ​ເມືອງ, ຄວາມ​ໝັ້ນຄົງ, ປ້ອງ​ກັນຊາ​ດ, ​ເສດຖະກິດ, ການ​ລົງທຶນ, ການທ່ອງທ່ຽວ, ຄົມມະນາຄົມ, ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ວັດທະນະທຳ. ພິ​ເສດ, ຢູ່​ອາ​ຊຽນ, ໄທ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ (ດ້ວຍ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2022 ບັນລຸ​ເກືອບ 22 ຕື້ USD) ​ແລະ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ (ປະມານ 14 ຕື້ USD).

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສອງ​ອົງການ​ນິຕິບັນຍັດ​ໃນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອຳນວຍ​ຄວາມ​ສະດວກ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ; ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ຂັ້ນ​ສູງ​ທຸກ​ຂັ້ນ, ​ໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ; ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຕັ້ງໜ້າ​ປະຕິບັດ​ໂຄງການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລຍະ 2022 – 2027. 2 ຝ່າຍ​ເຫັນ​ດີ​ຈະ​ມານະ​ພະຍາຍາມ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ບັນລຸ 25 ຕື້ USD ​ໂດຍ​ໄວ ​ແລະ ມຸ່ງ​ໄປ​ເຖິງ​ຄວາມ​ດຸ່ນດ່ຽງ, ອຳນວຍ​ຄວາມ​ສະດວກ ​ແລະ ຫລຸດຜ່ອນສິ່ງກີດຂວາງທາງການຄ້າ; ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄທ ​ໄດ້​ເຫັນ​ດີ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ​ໃຫ້​ຮູ້​ວ່າ 2 ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່​ສະດວກ​ສະບາຍ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ​ໃຫ້​ສຳ​ເລັດ​ຜົນ, ​ໃນ​ນັ້ນ​ມີ​ການ​ເຊື່ອມ​ຈອດ ​ແລະ ສ້າງ​ເງື່ອນ​ໄຂ​ໃໝ່. ຕ່ອງ​ໂສ້​ການ​ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຄື​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສະ​ບຽງ​ອາ​ຫານ​ໃນ​ພາກ​ພື້ນ; ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ຮ່ວມ​ມື​ໃນ​ການ​ຫັນ​ເປັນ​ເສດຖະກິດ​ດີ​ຈີ​ຕອນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປອດ​ໄພ, ສ້າງ​ພື້ນຖານ​ເສດຖະກິດ​ສີຂຽວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄທ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສາກົນ​ຄື: ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ ​ແລະ ປ້ອງ​ກັນ​ພະຍາດ...

2 ຝ່າຍ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ອື່ນ​ຄື: ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ທາງ​ທະ​ເລ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ; ຊຸກຍູ້ໂຄງການສອນພາສາໄທ ແລະ ຫວຽດນາມ ຢູ່ແຕ່ລະປະເທດ; ພັດທະນາ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ "ສອງ​ປະ​ເທດ, ​ເປັນ​ຈຸດໝາຍ​ປາຍທາງດຽວ".

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ໄທ​ໃນ​ການ​ກໍ່ສ້າງ​ຖະໜົນ​ຫວຽດນາມ ​ແລະ ສ້າງ​ຕັ້ງ​ສູນ​ສຶກສາ​ຫວຽດນາມ ຢູ່​ແຂວງ​ອຸດອນ; ຫວັງ​ວ່າ​ໄທ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ຫໍ​ບູຊາ​ປະທານ ​ໂຮ່ຈີ​ມິນ ຢູ່ ​ໄທ.

​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຕາມ​ຊ່ອງ​ທາງ​ຂອງ​ສະມາຊິກ​ລັດຖະສະພາ​ມິດຕະພາບ, ສະມາຊິກ​ລັດຖະສະພາ​ຍິງ, ສະມາຊິກ​ສະພາ​ໜຸ່ມ; ຈັດຕັ້ງການເຄື່ອນໄຫວແລກປ່ຽນປະສົບການໃນການສ້າງກົດໝາຍ; ການ​ປຶກສາ​ຫາລື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ຫຼາຍ​ຝ່າຍ; ຊຸກຍູ້​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ສັນຍາ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ.

ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ 2 ທ່ານ ຢືນຢັນຈະສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ຊຸກຍູ້ຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ ໃນບັນຫາພາກພື້ນ; ປະສານ​ສົມທົບ​ການ​ຄຸ້ມ​ຄອງ ​ແລະ ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ; ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ຄວາມ​ສາມັກຄີ ​ແລະ ຫຼັກ​ໝັ້ນ​ລວມຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.