ພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021”

08:55 | 22/02/2021

ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນຄຳສັ່ງເລກທີ 45 ກ່ຽວກັບການຈັດຕັ້ງຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານຮັກສາ, ຂະຫຍາຍປ່າໄມ້ນັບແຕ່ຕົ້ນປີ 2021 ໃນທັນທີ.

ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021 VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ
ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021 ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021

ຕອນເຊົ້າວັນທີ 20 ກຸມພາ, ທີ່ແຂວງ ຝູອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021”. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

“ນີ້ແມ່ນໂຄງການທີ່ມີຄວາມໝາຍທີ່ສຸດຄືປະທານ ໂຮ່ຈີມິນ ໄດ້ຊີ້ແຈ້ງໄວ້. ເລື່ອງນີ້ບໍ່ສິ້ນເປືອງ ແຕ່ນຳມາໃຫ້ຜົນປະໂຫຍດຫລາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ປະທານ ໂຮ່ຈີມິນ ແມ່ນຜູ້ທຳອິດໂດຍກົງປຸກລະດົມບຸນເຕັດໃໝ່ປູກຕົ້ນໄມ້ ໃນວັນທີ 28 ພະຈິກ 1959. ເພື່ອໃຫ້ ຫວຽດນາມ ຂຽວສົດງົດງາມກ່ວາ ຫຼື ເພື່ອ ຫວຽດນາມ ຂຽວ ແມ່ນສານຕົ້ນຕໍຂອງໂຄງການປູກຕົ້ນໄມ້ 1 ຕື້ ຕົ້ນ.”

ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021
ພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021” (ພາບ: VGP)

ເດືອນ ພະຈິກ 2020, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີຂໍ້ລິເລີ່ມປູກຕົ້ນໄມ້ 1 ຕື້ຕົ້ນໃນໄລຍະ 5 ປີແຕ່ 2021 – 2025. ວັນທີ 31 ທັນວາ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນຄຳສັ່ງເລກທີ 45 ກ່ຽວກັບການຈັດຕັ້ງຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານຮັກສາ, ຂະຫຍາຍປ່າໄມ້ນັບແຕ່ຕົ້ນປີ 2021 ໃນທັນທີ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ບຸກຄົນຈົ່ງສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ເພື່ອແຜ່ຂະຫຍາຍ, ຊຸກຍູ້ຂະບວນການບຸນເຕັດປູກຕົ້ນໄມ້.

ແລະກໍ່ໃນຕອນເຊົ້າວັນທີ 20 ກຸມພາ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ສົມທົບກັນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ກອງພັນໃຫຍ່ນະຄອນຫລວງ (ກອງພົນ 308) ຈັດຕັ້ງພິທີປຸກລະດົມບຸນເຕັດປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຢັ້ງຢືນຄວາມເຊື່ອໝັ້ນວ່າ ສະຫະພັນແມ່ຍິງ ຫວຽດນາມ ຈະສືບຕໍ່ຂົນຂວາຍສະມາຊິກສະຫະພັນ ສົມທົບກັບກຳລັງປະກອບອາວຸດໃນທົ່ວປະເທດ ຕັ້ງໜ້າຕອບສະໜອງຂະບວນການປູກຕົ້ນໄມ້.

ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021 VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 17 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອໃນ​ຕົ້ນ​ຕ​ໍ.

ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021 ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ປີ​ສະ​ຫຼຸ

​ຍ​ສ​ໝ - ການ​ພົບ​ປະ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ເຈັບ​ປວດ, ຜູ້​ວາງ​ງານ ແລະ ລາຍ​ການ​ຈົກ​ສະ​ລາດດ້ວຍ​ຂອງ​ຂ​ວັນ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ພ ທ ປ ກລະດ ມ ບ ນເຕ ດປ ກຕ ນໄມ ສະແດງຄວາມຮ ບ ນຄ ນປະທານໂຮ ຈ ມ ນ ລະດ ບານໃໝ ປ ສະຫລ 2021 ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ນິວ​ຢອກ​ພົບ​ປະ​ທາງ​ອອນ​ລາຍ​ເພື່ອ​ຕ້ອ​ນ​ຮັບ​ປີ​ໃໝ່​ສະ​ລຸ

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຄະ​ນະ​ຜູ້​ຕ​າ​ງ​ໜ້​າ ຫວຽດ​ນາມ​ປະ​ຈຳ​ສ​ປ​ຊ ພ້ອມ​ກັບ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ນະ​ຄອນ​ນິວ​ຢອກ ໄດ້​ຈັດ​ຕັ້ງ​ການ​ພົ​ບ​ປະທາງ​ອອນ​ລາຍ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ​ສະ​ລຸ.

vovworld.vn

ເຫດການ
302 Found

Found

The document has moved here.