ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມລັດຖະບານ ແລະອໍານາດການປົກຄອງທ້ອງຖິ່ນ | |
ທ່ານ ໂຕເລິມ ພ້ອມຄະນະຜູ້ແທນຂັ້ນສູງ ຢ້ຽມຢາມໂຮງຮຽນ ສອງພາສາ ລາວ-ຫວຽດນາມຫວຽນຢູ |
![]() |
ຕອນເຊົ້າວັນທີ 5 ກຸມພາ, ຢູ່ເທດສະບານ ມີ້ຮ່າວ, ແຂວງ ຮືງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້-ລະດູບານໃໝ່ປີມະເສັງ 2025. ທີ່ພິທີປຸກລະດົມ, ການນຳແຂວງຮືງອຽນ ໃຫ້ຮູ້ວ່າ ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ; ກໍ່ສ້າງເສັ້ນທາງໃໝ່ 185 ສາຍມີຕົ້ນໄມ້ໃໝ່. ພ້ອມກັບນັ້ນ, ບັນດາເຂດຕົວເມືອງ, ເຂດຫັນໂຄງປະກອບການປູກຕົ້ນໄມ້ກໍ່ໄດ້ປູກຕົ້ນໄມ້ຊະນິດໜຶ່ງສ້າງເປັນຈຸດພົ້ນເດັ່ນ, ທິວທັດທຳມະຊາດຂຽວ - ສະອາດ - ສວຍງາມ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຊີວະພາບ, ຍົກສູງມູນຄ່າເສດຖະກິດໃນການຜະລິດກະສິກຳ. |