![]() | ຫວຽດນາມ ຢັ້ງຢືນເອົາໃຈໃສ່ເຖິງການພັດທະນາການຮ່ວມມືໃນການໝູນໃຊ້ AI |
![]() | ຕັ້ງໜ້າຜັນຂະຫາຍກົນໄກປຶກສາຫາລືການຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ-ໂປໂລຍ |
ທ່ານນາງ ເລເທືອງ, ຜູ້ອຳນວຍການສູນສຶກສາ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ ສັນຍາທີ່ໄດ້ຮັບການລົງນາມແມ່ນຂີດໝາຍຈຸດເລີ່ມຕົ້ນໃໝ່ໃນການຮ່ວມມືລະຫວ່າງ 2 ຫົວໜ່ວຍ. ຕາມນັ້ນແລ້ວ, 2 ຝ່າຍຈະສົມທົບ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຈັດຕັ້ງບັນດາກອງປະຊຸມສຳມະນາວິທະຍາສາດກ່ຽວກັບການຄົ້ນຄວ້າ, ສອນພາສາຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ໃຫ້ຊາວຕ່າງປະເທດຕາມລະບຽບການກ່ຽວກັບການຈັດຕັ້ງສຳມະນາວິທະຍາສາດສາກົນຢູ່ ຫວຽດນາມ (ຖ້າຈັດຕັ້ງຢູ່ ຫວຽດນາມ) ຫຼື ລະບຽບການຂອງ ຍີ່ປຸ່ນ. ພ້ອມກັນນັ້ນ, ໜູນຊ່ວຍການຕ້ອນຮັບນັກສຶກສາໄປຝຶກງານລະຫວ່າງ 2 ຫົວໜ່ວຍຕາມຄວາມສາມາດຂອງແຕ່ລະຫົວໜ່ວຍ ແລະ ຕາມລະບຽບການກ່ຽວກັບການຮ່ວມມືສາກົນໃນຂົງເຂດສຶກສາ, ລະບຽບການຄຸ້ມຄອງນັກສຶກສາຕ່າງປະເທດ ຫວຽດນາມ ແລະ ຍີ່ປຸ່ນ.
![]() |
ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ແລະ ສູນການສຶກສາ ຫວຽດນາມ ປະຈຳ ຍີ່ປຸ່ນ (ມະຫາວິທະຍາໄລ Osaka, ຍີ່ປຸ່ນ). (ພາບ: VOV) |
ຜູ້ຕາງໜ້າສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ໄດ້ຕີລາຄາສູງສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ ດ້ວຍບັນດາໂຄງການສຶກສາ, ຄົ້ນຄວ້າ ພາສາ, ວັດທະນະທຳ, ປະຫວັດສາດ ຫວຽດນາມ, ປະກອບສ່ວນພັດທະນາການສຶກສາ ແລະ ຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ໂດຍດຳລົງໃນຖານະເປັນໜ່ວຍງານດຽວທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຊ່ຽວຊານກ່ຽວກັບການຝຶກອົບຮົມ ແລະ ສອນພາສາຫວຽດນາມ ໃຫ້ຊາວຕ່າງປະເທດ, ສະຖາບັນໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານວິຊາຊີບໃຫ້ແກ່ສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ ໃນການຈັດຕັ້ງການສອບເສັງຄວາມສາມາດພາສາ ຫວຽດນາມ ຕາມຂອບເຂດຄວາມສາມາດພາສາຫວຽດນາມ ທີ່ນຳໃຊ້ໃຫ້ຊາວຕ່າງປະເທດ.
ສະຖາບັນຍັງຈະໜູນຊ່ວຍໂຮງຮຽນພາສາຫວຽດນາມ Cay Tre (ພາຍໃຕ້ສູນສຶກສາຫວຽດນາມ ຢູ່ຍີ່ປຸ່ນ) ເພື່ອຍົກສູງຄຸນນະພາບການສອນພາສາຫວຽດນາມ. ຮູບແບບໜູນຊ່ວຍລວມມີການສະໜອງອຸປະກອນການສອນພາສາຫວຽດນາມ, ໃຫ້ຄຳປຶກສາດ້ານວິຊາຊີບຕາມລະບຽບການກ່ຽວກັບການເຄື່ອນໄຫວສຶກສາອອນລາຍ ແລະ ລະບຽບການແຮງງານຂອງຍີ່ປຸ່ນ ແລະ ຫວຽດນາມ.
![]() | ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ. |
![]() | ນັກສຶກສາ ກວາງນາມ 150 ຄົນໄດ້ຮັບທຶນການສຶກສາຈາກອົງການ Children of Vietnam ຍສໝ - ໃນວັນທີ 4 ແລະ 5 ທັນວາ, ຢູ່ແຂວງກວາງນາມ, ອົງການ Children of Vietnam (COV/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ເພື່ອມອບທຶນການສຶກສາ 150 ທຶນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. |
ມີງດຶກ