ຊົນຊັ້ນກຳມະກອນທີ່ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງເຂົ້າສູ່ຍຸກໃໝ່

10:00 | 31/12/2024

ຍສໝ - ໃນ​ສະພາບ​ການ​ໃໝ່​ຂອງ​ໂລກາ​ພິວັດ ​ແລະ ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ 4.0, ​ເພື່ອ​ຮັບປະກັນ​ໃຫ້​ຊົນ​ຊັ້ນ​ກຳມະກອນ​ ຫວຽດນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຂອງ​ປະ​ເທດ​ຊາດ, ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ໃນ​ການ​ກໍ່ສ້າງ​ຊົນຊັ້ນກຳມະກອນ​ ຫວຽດນາມ ​ໃຫ້​ທັນ​ສະ​ໄໝ ​ແລະ ເຕີບໃຫຍ່​ເຂັ້ມ​ແຂງ.

ງານແຂ່ງຂັນບານເຕະກຳມະກອນ, ລັດຖະກອນ​ ຫວຽດ​ນາມ ປີ 2024: ທີມອົງການກຳມະບານ ກວາງ​ນິງ ຄວ້າໄດ້ແຊ໋ມຊະນະເລີດ
ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ
ຊົນຊັ້ນກຳມະກອນທີ່ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງເຂົ້າສູ່ຍຸກໃໝ່

ທ່ານ​ສາດສະດາຈານ, ດຣ ຫງວຽນ​ຊວນ​ຖັງ ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ​ສຳ​ມະ​ນາ “ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ ​ຫວຽດນາມ ​ໃຫ້​ທັນ​ສະ​ໄໝ ​ແລະ ເຕີບໃຫຍ່ເຂັ້ມ​ແຂງ” ​ໂດຍ​ສະຫະພັນໃຫຍ່​ແຮງ​ງານ​ ຫວຽດນາມ ສົມທົບ​ກັບ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈັດຕັ້ງຂຶ້ນ.

ຮັກສາລັກສະນະຂອງຊົນຊັ້ນກໍາມະກອນ

ທີ່ກອງ​ປະ​ຊຸມສຳ​ມະ​ນາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ “ກໍ່ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ ຫວຽດນາມ ທີ່​ທັນ​ສະ​ໄໝ ແລະ ເຕີບໃຫຍ່ເຂັ້ມ​ແຂງ” ໂດຍ​ສະ​ຫະ​ພັນ​ໃຫຍ່ແຮງ​ງານ ​ຫວຽດ​ນາມ ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ຈັດຕັ້ງຂຶ້ນ, ທ່ານ ສາດ​ສະ​ດາ​ຈານ, ດຣ ຫງວຽນ​ຊວນ​ຖັງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຢືນຢັນວ່າ: ໃນແນວຄິດທິດສະດີຂອງພັກ, ການຮັບຮູ້ຊົນຊັ້ນກຳມະກອນທີ່ທັນສະໄໝແມ່ນທັງເປັນຜະລິດຕະພັນ ແລະ ທັງເປັນເຈົ້າກຳຂອງພື້ນຖານການຜະລິດອຸດສາຫະກຳທີ່ທັນສະໄໝຕິດພັນກັບຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫລ້າສຸດ; ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ມີ​ຄວາມ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ຂອງ​ເຕັກ​ໂນ​ໂລ​ຊີ.

ເພື່ອປະຕິບັດວຽກງານດັ່ງກ່າວໃຫ້ເປັນຢ່າງດີ, ຊົນຊັ້ນກຳມະກອນ ຫວຽດນາມ ຕ້ອງສືບຕໍ່ຢັ້ງຢືນ ແລະ ຮັກສາເນື້ອແທ້ຊົນຊັ້ນກຳມະກອນຂອງພັກ, ພ້ອມກັນນັ້ນກໍ່ເດັດດ່ຽວຕໍ່ສູ້ຕ້ານກັບບັນດາທັດສະນະທີ່ຜິດພາດ, ບິດເບືອນກ່ຽວກັບເນື້ອແທ້ຊົນຊັ້ນກຳມະກອນຂອງພັກ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ພັດທະນາຊົນຊັ້ນກຳມະກອນ​ໃນ​ສະພາບ​ການ​ປະຈຸ​ບັນ, ​ໄດ້​ສະ​ແດງ​ອອກ​ໃນ​ການ​ສຸມ​ໃສ່​ກໍ່ສ້າງ​ສະພາບ​ແວດ​ລ້ອມ​ສັງຄົມ ​ແລະ ປົດ​ປ່ອຍ​ກຳລັງ​ການຜະລິດ​. ພິ​ເສດ​ ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍບາຍ​ວຽກ​ເຮັດ​ງານ​ທຳ, ນະ​ໂຍບາຍ​ທີ່ຢູ່​ອາ​ໄສ, ນະ​ໂຍບາຍ​ປະກັນ​ໄພ, ​ເງິນ​ເດືອນ, ນະ​ໂຍບາຍ​ບຸລິມະສິດ​ໃນ​ການ​ຄັດ​ເລືອກ, ນຳໃຊ້ ​ແລະ ຄ່າ​ຊົດ​ເຊີຍ, ​ເຊີດ​ຊູ​ຜູ້​ມີ​ສີມື​ອາຊີບ... ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ຫຼາຍ​ຢ່າງ, ດຶງ​ດູດ​ຜູ້ອອກແຮງ​ງານ​ເຂົ້າ​ມາ​ເຮັດ​ວຽກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໜ້າທີ່ທີ່ສຳຄັນ ແລະ ຮີບດ່ວນ

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ດຣ. ເລ​ທິ​ຖຸ໋ຍ (ສະພາ​ທິດ​ສະ​ດີ​ສູນ​ກາງ) ຢືນຢັນ​ວ່າ ພັກ​ກອມ​ມູນິດ ​ຫວຽດນາມ ມີເນື້ອແທ້ຊົນຊັ້ນກຳມະກອນ​ຂອງ ​ຫວຽດນາມ, ​ແມ່ນ​ພັກ​ຂອງຊົນຊັ້ນກຳມະກອນ ​ແລະ ປະຊາຊົນ ຫວຽດນາມ. “ກໍ່ສ້າງ​ຊົນຊັ້ນກຳມະກອນໃຫ້ທັນ​ສະ​ໄໝ​ ແລະ ເຕີບໃຫຍ່ເຂັ້ມ​ແຂງ​ທັງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄວາມ​ຮູ້​ໃນ​ຍຸກ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ໃນ​ໄລ​ຍະຍູ້ແຮງ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​, ຫັນເປັນທັນ​ສະ​ໄໝປະເທດຊາດ”. ​ແມ່ນ​ໜ້າທີ່​ສຳຄັນ ​ແລະ ຮີບ​ດ່ວນ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ.

ຊົນຊັ້ນກຳມະກອນທີ່ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງເຂົ້າສູ່ຍຸກໃໝ່

ຊົນ​ຊັ້ນກຳມະກອນ ​ຫວຽດນາມ ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ຕົ້ນຕໍ​ໃນ​ໄລຍະຍູ້ແຮງການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນເປັນທັນ​ສະ​ໄໝ.

ຄວາມ​ສົນ​ໃຈ​ຂອງ​ພັກ​ຕໍ່ຊົນຊັ້ນກຳມະກອນ​ໄດ້​ຮັບ​ການ​ຢືນຢັນ​ຕັ້ງແຕ່ການ​ສ້າງ​ຕັ້ງ​ຂອງ​ພັກ ​ແລະ ຢືນຢັນ​ໃນ​ເອກະສານ​ຂອງ​ພັກ​ຜ່ານ​ບັນດາກອງ​ປະຊຸມ​ໃຫຍ່ ​ແລະ ຫຼ້າສຸດແມ່ນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ​ໄດ້​ວາງ​ອອກ​ນະ​ໂຍບາຍ​ວ່າ: “ພັດທະນາ​ຊົນຊັ້ນກຳມະກອນ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ; ປັບປຸງ​ຄວາມ​ກ້າຫານ, ລະດັບ, ທັກ​ສະ​ ເພື່ອແນໃສ່​ປັບ​ຕົວ​ເຂົ້າ​ກັບ​ການ​ປະຕິວັດ​ອຸດສາຫະກຳ​ທີ 4; ປ່ຽນໃໝ່ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ ​ແລະ ເງື່ອນໄຂ​ໃໝ່”.

ພ້ອມ​ກັນ​ນັ້ນ, ຊຸກຍູ້​ການ​ພັດທະນາ​ຂອງ​ພັກ​ໃນ​ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ​ເອກະ​ຊົນ, ປະກອບສ່ວນ​ເພີ່ມ​ທະວີ​ສະມາຊິກ​ພັກ ​ແລະ ການ​ນຳ​ທີ່​ມາ​ຈາກ​ຊົນຊັ້ນກຳມະກອນ; ຜ່ານ​ຜ່າ​ສະພາບ​ການ​ທີ່​ຜູ້​ອອກ​ແຮງ​ງານ​ສ່ວນ​ໜຶ່ງ​ບໍ່​ມີ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ເຂົ້າ​ຮ່ວມ​ພັກ. ​ເອົາ​ໃຈ​ໃສ່​ພັດທະນາ​ພັກ​ໃນ​ບັນດາ​​ຊົນຊັ້ນກຳມະກອນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ, ​ແຮງ​ງານ​ປັນຍາ​ຊົນ, ​ເຊື່ອມ​ໂຍງ​​ການກໍ່ສ້າງຊົນຊັ້ນກຳມະກອນ​ກັບ​ການ​ກໍ່ສ້າງ​ພັກ.

ນອກຈາກນັ້ນເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ປັບປຸງ​ນະ​ໂຍບາຍ ​ແລະ ກົດໝາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ, ພະນັກງານ, ລັດຖະກອນ; ພັດທະນາ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ສະມາຊິກ​ສະຫະພັນ ​ແລະ ຜູ້​ອອກ​ແຮງ​ງານ. ​ເພີ່ມ​ເຕີມ, ປັບປຸງ ​ແລະ ກໍ່ສ້າງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ບຳລຸງ​ສ້າງພະນັກງານ; ມີ​ນະ​ໂຍບາຍ​ເສີມຂະຫຍາຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ ​ເພື່ອ​ຍົກ​ສູງ​ລະດັບ​ການ​ສຶກສາ, ວິຊາສະເພາະ, ທັກສະ ແລະ ພາສາ​ຕ່າງປະ​ເທດ. ກໍ່ສ້າງ ​ແລະ ເຮັດໃຫ້ສົມບູນແບບເນື້ອ​ໃນ, ໂຄງການບຳລຸງ​ສ້າງ​ວິຊາ​ຊີບ, ຕິດພັນກັບ​ການ​ຝຶກ​ອົບຮົມ​ທິດ​ສະ​ດີ​ກັບ​ການ​ຝຶກ​ອົບຮົມ​ທັກ​ສະ​ພາກ​ປະຕິບັດ, ສົມທົບ​ກັບ​ການ​ຝຶກ​ອົບຮົມ​ວິຊາ​ຊີບ​ສຶກສາ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຝຶກຝົນດ້ານ​ຈັນຍາ​ບັນ ​ແລະ ທ່າທາງ​ອຸດສາຫະກຳ, ລະບຽບ​ວິ​ໄນ​ແຮງ​ງານ.

ບໍ່​ພຽງ​ແຕ່​ຕ້ອງ​ຮັບປະກັນ​ວຽກ​ເຮັດ​ງານ​ທຳ​ທີ່​ໝັ້ນຄົງ, ກໍ່ສ້າງ ​ແລະ ປະຕິບັດ​ລະດັບ​ຊັ້ນເງິນ​ເດືອນ, ລະດັບ​ເງິນ​ເດືອນ, ລະດັບ​ເງິນ​ບຳເນັດ​ໃຫ້​ຜູ້​ອອກ​ແຮງ​ງານ, ຮັບປະກັນ​ໃຫ້​ຜູ້ອອກແຮງງານ ​ແລະ ຄອບຄົວ​ມີ​ຊີວິດ​ທີ່​ໝັ້ນຄົງ. ແກ້​ໄຂ​ບັນຫາ​ທີ່​ຢູ່​ອາ​ໄສ ​ແລະ ຄວາມປອດໄພ​ແຮງ​ງານ​ໃຫ້ຜູ້ອອກແຮງງານ. ເສີມ​ຂະຫຍາຍ​ບົດບາດ​ຫຼັກ​ໝັ້ນ​ຂອງອົງການກຳມະບານ​ໃນການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ລັດ ​ແລະ ລະບົບ​ການ​ເມືອງ​ທີ່​ປອດ​ໃສ ​ແລະ ໝັ້ນຄົງ​ເຂັ້ມ​ແຂງຮອບດ້ານ.

ໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນມີຄວາມຫມາຍແທດຈິງ ໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນມີຄວາມຫມາຍແທດຈິງ

ຍສໝ - ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ຈົດໝາຍສັນລະເສີນ ​ເຖິງ​ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ກ່ຽວກັບການປຸກລະດົມ ​ແລະ ຜັນ​ຂະຫຍາຍ​ໂຄງການ “75 ພັນ​ຂໍ້​ລິ​ເລີ່​ມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພັດທະນາ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ ຢູ່ຫວຽດນາມ.

ຫລາຍທ້ອງຖິ່ນຢູ່ຫວຽດນາມ ປຸກລະດົມເດື່ອນເຄື່ອນໄຫວເພື່ອກຳມະກອນ ຫລາຍທ້ອງຖິ່ນຢູ່ຫວຽດນາມ ປຸກລະດົມເດື່ອນເຄື່ອນໄຫວເພື່ອກຳມະກອນ

ໃນເດືອນ ພຶດສະພານີ້ ມີການເຄື່ອນໄຫວຫລາຍຢ່າງຈັດຂຶ້ນຢູ່ບັນດາກຳມະບານຮາກຖານຢູ່ ນະຄອນ ໂຮ່ຈີມິນ ພິເສດແມ່ນການເຄື່ອນໄຫວເບິ່ງແຍງ ຊ່ວຍເຫລືອ ກຳມະບານ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກ.

ມິງດຶກ (ແປຕາມ baophapluat.vn)

ເຫດການ