ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

10:30 | 10/09/2025

ຍສໝ - ວັນທີ 8 ກັນຍາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍານະຄອນ ຂອນແກ່ນ, ປະເທດໄທ ໄດ້ຮ່ວມມືກັບ ມະຫາວິທະຍາໄລຮວງຈຽ ອຸດອນທານີ, ມະຫາວິທະຍາໄລສຶກສາສາດຮ່າໂນ້ຍ, ສະມາຄົມຄົນຫວຽດນາມ ປະຈໍາແຂວງ ອຸດອນທານີ ແລະ ກຸ່ມບໍລິສັດ FPT ໃນການຈັດງານ ວັນເຊີດຊູພາສາຫວຽດນາມ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ.

ປະເທດໄທເຊື່ອມຕໍ່ທາງລົດໄຟຈີນ-ລາວ ເພື່ອສົ່ງເສີມການຄ້າ
ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ລາຍການໄດ້ຖືກຈັດຂຶ້ນທີ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ ພ້ອມດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 120 ຄົນ ປະກອບມີຜູ້ນໍາຂອງຄະນະບໍລິຫານເມືອງ ອຸດອນທານີ, ພະແນກວັດທະນະທໍາແຂວງ ອຸດອນທານີ, ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ, ຄະນະເລຂາທິການມະຫາວິທະຍາໄລພະບໍລົມວົງສານຸວົງໄທ ພ້ອມທັງຫຼາຍຮາກຖານວັດທະນະທໍາ, ສຶກສາອົບຮົມ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ.

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

ທ່ານກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ຂອນແກ່ນ ດີ່ງຮວາງລິງ ໄດ້ກ່າວຄຳປາໄສໃນເຫດການ.

ຈໍານວນຫຼາຍຄູອາຈານຊາວຫວຽດນາມໃນຕ່າງປະເທດ, ຜູ້ຊ່ຽວຊານດ້ານພາສາ, ນັກຄົ້ນຄ້ວາວັດທະນະທໍາ, ໝູ່ເພື່ອນຊາວໄທ, ຜູ້ນໍາສະມາຄົມຄົນຫວຽດນາມ ແລະ ພີ່ນ້ອງໃນຊຸມຊົນ ໄດ້ເຂົ້າຮ່ວມໂຄງການນີ້.

ເຫດການນີ້ໄດ້ເຊື່ອມຕໍ່ອອນໄລນ໌ ພ້ອມກັບການເຂົ້າຮ່ວມຂອງຜູ້ແທນຈາກບາງຫນ່ວຍງານທັງໃນ ແລະ ນອກປະເທດ ເຊັ່ນ: ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍານະຄອນ Fukuoka (ປະເທດຍີ່ປຸ່ນ), ມະຫາວິທະຍາໄລສຶກສາສາດຮ່າໂນ້ຍ, ກຸ່ມບໍລິສັດ FPT, ຄະນະການຕ່າງປະເທດຂອງປະຊາຊົນ - ຄະນະກໍາມະການສູນແນວໂຮມປະເທດຊາດຫວຽດນາມ, ສະມາຄົມຕິດຕໍ່ກັບຊາວຫວຽດນາມຢູ່ຕ່າງປະເທດ, ສະມາຄົມພາສາຫວຽດນາມ, ສໍານັກພິມການສຶກສາຫວຽດນາມ, ຜູ້ຕາງໜ້າບາງຫນ່ວຍງານຂອງກະຊວງການຕ່າງປະເທດ ແລະ ບັນດານັກຂ່າວປະຈໍາຢູ່ປະເທດໄທ.

ກ່າວຄຳປາໄສໃນລາຍການ, ທ່ານກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ຂອນແກ່ນ ດີ່ງຮວາງລິງ ໄດ້ເນັ້ນໃຫ້ເຫັນເຖິງຂີດໝາຍສໍາຄັນທາງປະຫວັດສາດຂອງວັນເຊີດຊູພາສາຫວຽດນາມ.

ຕົງກັບວັນນີ້ເມື່ອ 63 ປີກ່ອນ (8 ກັນຍາ 1962), ປະທານ ໂຮ່ຈີມິນ ເຄີຍໄດ້ກ່າວປາໄສວ່າ: “ພາສາແມ່ນຊັບສົມບັດທີ່ເກົ່າແກ່ຢ່າງຫຼາຍ ແລະ ມີຄູນຄ່າຂອງຊາດ. ພວກເຮົາຕ້ອງຮັກສາມັນ, ເຄົາລົບມັນ, ເຮັດໃຫ້ມັນແຜ່ຫຼາຍອອກໄປຢ່າງກວ້າງຂວາງຂຶ້ນເລື້ອຍໆ”

ຫຼັງຈາກ 60 ປີ, ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງເລກທີ 930/QĐ - TTg (ວັນທີ 3 ສິງຫາ 2022) ກໍານົດໃຫ້ວັນທີ 8 ກັນຍາ ຂອງທຸກປີ ເປັນວັນຍົກຍ້ອງພາສາຫວຽດນາມ ໃນຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ.

ວັນເຊີດຊູພາສາຫວຽດນາມ ທີ່ພາກຕາເວັນອອກເໜືອຂອງປະເທດໄທ ມີຄວາມໝາຍພິເສດ ໂດຍຖືກຈັດຂຶ້ນທີ່ ອຸດອນທານີ — ສະຖານທີ່ທີ່ໃກ້ 100 ປີກ່ອນ ປະທານ ໂຮ່ຈີມິນ ເຄີຍເປີດໂຮງຮຽນສອນພາສາຫວຽດນາມເປັນຄັ້ງທໍາອິດ ໃຫ້ແກ່ພີ່ນ້ອງຊາວຫວຽດນາມໃນປະເທດໄທ.

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

ກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ທ່ານ ດີ່ງຮວາງລິງ ໄດ້ມອບປື້ມ "ລຸ່ງໂຮ່ ຢູ່ ໄທ" ສະບັບສອງພາສາ ຫວຽດ-ໄທ.

ດ້ວຍຄວາມໝາຍເພື່ອລະນຶກເຖິງພຣະຄຸນຂອງປະທານ ໂຮ່ຈີມິນ ແລະ ເພື່ອສັນລະເສີນໝູ່ໝວນມິດໄທ, ພ້ອມທັງບັນດາຄົນຫວຽດນາມໂພນເມືອງທີ່ໄດ້ມີສ່ວນຮ່ວມຢ່າງເຂັ້ມຂັ້ນໃນວຽກງານພາສາຫວຽດ, ກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ຈັດພິທີມອບປື້ມ "ລຸ່ງໂຮ່ ຢູ່ ໄທ" ສະບັບສອງພາສາ ຫວຽດ-ໄທ ທີ່ພວງພິມ ແລະ ນຳສະເໜີເປັນທາງການ ໃນໂອກາດຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈີມິນ.

ເພື່ອສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກ, ຄວາມປະຫມານໃຈ ແລະ ຄວາມຮັບຜິດຊອບຂອງອົງການຕົວແທນຫວຽດນາມໃນຕ່າງປະເທດ, ກົງສຸນໃຫຍ່ ດີ່ງຮວາງລິງ ຢືນຢັນວ່າ: “ການຮຽນພາສາຫວຽດ ແມ່ນ ການຮັກຊາດ. ການຊ່ວຍເຫຼືອພີ່ນ້ອງຄົນຫວຽດໂພນເມືອງໃຫ້ຮຽນຮູ້ພາສາຫວຽດໄດ້ດີ ແມ່ນ ການເຮັດໃຫ້ຄວາມຮັກ ແລະ ຄວາມຜູກພັນອັນສັກສິດຕໍ່ປະເທດເກີດເພີ່ມຄວາມເຂັ້ມແຂງຫຼາຍຂຶ້ນ”.

ຕາມຈິດວິນຍານນັ້ນ, ກົງສຸນໃຫຍ່ຫວຽດນາມ ໄດ້ມີຄວາມຄິດສ້າງສັນໃນການຈັດຕັ້ງກິດຈະກໍາທີ່ມີຄວາມໝາຍ ແລະ ປະຕິບັດໄດ້ຈິງ ໃນຂອບເຂດ "ວັນຍົກຍ້ອງພາສາຫວຽດ" ທີ່ພາກຕາເວັນອອກເໜືອຂອງປະເທດໄທ, ເພື່ອເຮັດໃຫ້ການສະໜັບສະໜູນດ້ານການສອນ ແລະ ການຮຽນພາສາຫວຽດໃນຊຸມຊົນເກີດຜົນຊັດເຈນຍິ່ງຂຶ້ນ.

ໃນນັ້ນ, ກອງປະຊຸມສະຫຼຸບວຽກງານພາສາຫວຽດນາມ ໃນປີ 2025, ທິດທາງ, ມາດຕະການເພີ່ມທະວີການຮຽນ-ການສອນພາສາຫວຽດນາມ ຢູ່ປະຊາຄົມໃນປີ 2026 ເພື່ອແນໃສ່ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້, ຂໍ້ສະດວກ, ຄວາມຫຍຸ້ງຍາກ; ບັນດາ​ມາດ​ຕະການ ​ແລະ ຂໍ້​ລິ​ເລີ່ມ​ຂອງ​ບັນດາ​ໂຮງຮຽນ, ສະມາຄົມ, ຄະນະພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ແລະ ບັນດາຄູອາຈານ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບການ​ສອນ​ພາສາ​ຫວຽດນາມ ​ໃນ​ຊຸມ​ຊົນ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ.

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

ທ່ານ ເລືອງຊວນ​ຮວ່າ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ຢູ່​ແຂວງ ອຸ​ດອນ​ທາ​ນີ ກ່າວຄຳປາໄສ.

​ໂດຍ​ຖື​ວ່າ ​ເປັນ​ການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ການ​ເຄື່ອນ​ໄຫວ​ສະ​ເພາະ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຄູ​ສອນ​ຫວຽດນາມ ຢູ່​ຕ່າງປະ​ເທດ, ພິທີ​ເປີດ​ຊຸດ​ອົບຮົມ​, ບຳລຸ່ງສ້າງເພື່ອຍົກ​ສູງ​ຄວາມ​ສາມາດ​ສິດສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ບັນດາ​ຄູ​ສອນ ​ແລະ ອາສາ​ສະໝັກ ຫວຽດນາມ ຢູ່​ຕ່າງປະ​ເທດເປັນຄັ້ງທຳອິດ ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດດັ່ງກ່າວ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ​ໃນ​ການ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ປົກ​ປັກ​ຮັກສາ, ຮ່ຳຮຽນ ​ແລະ ​ເຄົາລົບ​ພາສາ​ຂອງ​ຊາດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ສ້າງ​ກຳລັງ​ແຮງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ຳຮຽນ ​ແລະ ນຳ​ໃຊ້​ພາສາ​ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ ເລືອງຊວນຮວ່າ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ຢູ່​ແຂວງ ອຸ​ດອນ​ທາ​ນີ ແບ່ງປັນວ່າ ຍ້ອນການສະໜັບສະໜູນຂອງບໍລິສັດ FPT, ຂໍ້ລິເລີ່ມຂອງສະຖານກົງສຸນໃຫຍ່ ຫວຽດນາມ ປະຈໍາ ຂອນແກ່ນ ສົມທົບກັບມະຫາວິທະຍາໄລສຶກສາ ຮ່າໂນ້ຍ ຈັດຕັ້ງຢູ່ສະຖານທີ່ຝຶກອົບຮົມໃຫ້ແກ່ບັນດາຄູສອນຫວຽດນາມ.

ສະມາຄົມ​ຊາວ​ຫວຽດນາມຢູ່ ແຂວງ​ອຸ​ດອນ ​ໄດ້ຕ້ອນຮັບນັບຖືຢ່າງສູງ ​ແລະ ສະໜັບສະໜູນ​ອົງການ​ຈັດ​ຕັ້ງ​ຢ່າງ​ມີ​ກຽດ​ຢູ່​ໂຮງຮຽນ​ພາສາ​ຫວຽດນາມ ແຄັງອ່ານ, ຢູ່​ຖະໜົນ ຫວຽດນາມ.

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

ບັນດາຜູ້ແທນໄດ້ຮັບປຶ້ມ “ລຸງໂຮ່ຢູ່ໄທ”.

ຊຸດ​ອົບຮົມ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 9-22 ກັນຍາ ​ແມ່ນ​ຂອງຂວັນ​ທີ່​ມີ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ຊາດ. ສະມາຄົມ​ຊາວ​ຫວຽດນາມ ​ແຂວງ ອຸດອນ​ທານີ ຫວັງ​ວ່າ​ປະຊາຊົນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ສະ​ແດງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ພາສາ​ຂອງ​ຊາດ.

​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ, ວັນ​ເຊີດຊູ​ພາສາ​ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ໄທ ​ໄດ້​ປະ​ໄວ້​ເຄື່ອງໝາຍ​ສຳຄັນ​ກ່ຽວ​ກັບ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ວັດທະນະທຳ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຄຸນຄ່າ​ວັດທະນະທຳ ​ແລະ ພາສາ​ຂອງ​ຊາດ; ສ້າງ​ແຮງ​ຈູງ​ໃຈ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ ເພີ່ມທະວີການ​ປົກ​ປັກ​ຮັກສາ, ສຶກສາ ​ແລະ ນຳ​ໃຊ້​ພາສາ​ຫວຽດນາມ, ເໝາະກັບຄວາມຮັກແພງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ.

ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ

ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ.

ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ) ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

ຍສໝ - ແຂວງອຸດອນທານີ ເປັນບ່ອນຂອງຊຸມຊົນຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນທົ່ວປະເທດໄທ. ດ້ວຍ​ປະຫວັດ​ການ​ສ້າງສາ ​ແລະ ພັດທະນາ​ທີ່​ຍາວ​ນານ, ປະຊາ​ຄົມ​ມີ​ຈິດ​ໃຈ​ສາມັກຄີ, ​ຕິດພັນກັນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະເທດ​ປະຈຳຖິ່ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ