ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ນິວ​ຊີ​ແລນ ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV

13:42 | 07/08/2024

ຍສໝ -​ວັນ​ທີ 3 ສິງຫາ, ຢູ່​ທີ່ນະຄອນ ກຸ່ຍເຍີ່ນ ໄດ້ດໍາເນີນກອງ​ປະຊຸມ​ໃຫຍ່ຜູ້ແທນສະມາຄົມ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ ​ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV, ອາຍຸການ 2024 - 2029

ກອງ​ປະ​ຊຸມກວດກາທາງດ້ານເຕັກ​ນິກ ເພື່ອ​ໜູນຊ່ວຍປະ​ເທດ​ລາວ ກອງ​ປະ​ຊຸມກວດກາທາງດ້ານເຕັກ​ນິກ ເພື່ອ​ໜູນຊ່ວຍປະ​ເທດ​ລາວ
76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ) 76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)

ຕາມ​ການລາຍ​ງານທີ່​ກອງ​ປະຊຸມ​ ວຽກ​ງານ​​ສະມາຄົມ​ສະໄໝທີ III (2018 – 2024) ບັນລຸ​ໄດ້​ໝາກຜົນຢ່າງ​ຕັ້ງໜ້າ, ສະມາຄົມ​​ໄດ້​ສ້າງ​ຕັ້ງ 1 ​ສາຂາສະມາຄົມຂຶ້ນກັບ, ໄດ້ຂະຫຍາຍ​ 91 ສະມາຊິກໃໝ່, ​ເພີ່ມ​ຈຳນວນ​ສະມາຊິກ​ ປະຈຸບັນ ​ມີ​ຢູ່​ທັງ​ໝົດ 311 ຄົນ. ສະມາຄົມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ໃນ​ການ​ປະຕິບັດ​ບັນດາ​ກິດຈະກໍາ, ໂຄງການໃນບັນດາຂົງເຂດສາທາລະນະ​ສຸກ, ກະສິກຳ, ປະກັນ​ສັງຄົມ ​ໂດຍ​ໄດ້​ຮັບ​ການຊ່ວຍເຫຼືອຈາກລັດຖະບານນິວຊີ​ແລນ ​, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ພະນັກງານ ​ແລະ ສະມາຊິກ​ຂອງສະມາຄົມມີຄວາມຕັ້ງໜ້າເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ​ປະຊາຊົນ​.

Lãnh đạo Liên hiệp các tổ chức hữu nghị tỉnh (thứ 5 từ trái qua) tặng hoa chúc mừng Ban Chấp hành Hội hữu nghị Việt Nam - New Zealand tỉnh nhiệm kỳ IV (2024 - 2029). (Ảnh: H.Thu)  ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ (ທີ 5 ຈາກ​ຊ້າຍ) ​ໄດ້​ມອບຊໍ່​ດອກ​ໄມ້​ອວຍພອນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ ສະໄໝ​ທີ IV (2024 - 2029). (ພາບ: H.Thu)
ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ (ທີ 5 ຈາກ​ຊ້າຍ) ​ໄດ້​ມອບຊໍ່​ດອກ​ໄມ້​ຊົມເຊີຍຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບຫວຽດນາມ - ນິວຊີ​ແລນ ສະໄໝ​ທີ IV (2024 - 2029). (ພາບ: H.Thu)

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ທິດ​ທາງ, ​ເປົ້າ​ໝາຍ ​ແລະ ໜ້າທີ່ວຽກ​ງານ​ຂອງ​ສະມາຄົມ ອາຍຸການ 2024 - 2029. ຈາກນັ້ນ​, ກໍ່ສືບ​ຕໍ່​ເຊື່ອມຊືມ​ຄໍາສັ່ງ​ເລກທີ 12-CT/TW ລົງ​ວັນ​ທີ 5 ມັງກອນ 2022 ຂອງ​ຄະນະ​ເລຂາ​ທິການ ວ່າ​ດ້ວຍ “​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ; ຍົກສູງຄຸນນະພາບ​ການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່”. ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ຄວາມ​ສາມັກຄີ, ມິດຕະພາບ, ສັນຕິພາບ ​ແລະ ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ມູນເຊື້ອວັດທະນະທຳຂອງ​ປະຊາຊົນ ບິ່ງ​ດິ້ງ - ຫວຽດນາມ ​ແລະ ນິວຊີ​ແລນ.

ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງສະມາຄົມ, ບັນດາສາຂາຂອງສະມາຄົມ ແລະ ຂະຫຍາຍສະມາຊິກໃຫ້ເພີ່ມຂຶ້ນແຕ່ 15 – 20% ເມື່ອທຽບໃສ່ຈໍານວນສະມາຊິກທັງໝົດໃນປະຈຸບັນ. ສະມາຄົມໄດ້ສົ່ງພະນັກງານຫຼັກແຫຼ່ງ ແລະ ສະມາຊິກເຂົ້າຮ່ວມຝຶກອົບຮົມວຽກງານການທູດປະຊາຊົນ. ຈັດຕັ້ງການສອນພາສາອັງກິດແບບບໍ່ເສຍຄ່າໃຫ້ແກ່ສະມາຊິກ ແລະ ຊາວໜຸ່ມນອກສະມາຄົມ. ລະດົມ, ຕ້ອນຮັບ ແລະ ຜັນຂະຫຍາຍບັນດາກິດຈະກໍາ ແລະ ໂຄງການຊ່ວຍເຫຼືອໂດຍລັດຖະບານນິວຊີແລນ...

ກອງ​ປະ​ຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ສະ​ໄໝ​ທີ IV (2024 - 2029) ລວມ​ມີ 11 ສະ​ມາ​ຊິກ. ທ່ານ ຮາວັນ​ກາດ, ປະທານ​ສະພາ​ກາ​ແດງ​ແຂວງ ບິ່ງ​ດິ້ງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ ​ສະໄໝ​ທີ III ສືບ​ຕໍ່​ໄດ້​ຮັບຄວາມໄວ້ວາງໃຈ ແລະ ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ ແຂວງບິ່ງດິ້ງ ສະໄໝທີ IV.

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ
ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.