ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

20:08 | 07/08/2024

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ
ສະ​ມາ​ຄົມ​ມິດ​ຕະ​ພາບ​ໃຫມ່ 2 ແຫ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ້ອງ​ຖິ່ນ

ທີ່​ການ​ພົບ​ປະ, ທ່ານ ຟານ​ແອງ​ເຊີນ ​ໄດ້ສະແດງຄວາມ​ຂອບ​ໃຈເຖິງ KOVECA ທີ່​ໄດ້​ສົ່ງ​ຈົດໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ການຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ທ່ານ ​ໄດ້​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Kwon Sung-taek ​ແລະ KOVECA ​ໃນ​ການເພີ່ມພູນຄູນສ້າງນ້ຳໃຈການ​ພົວພັນ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ ​ໃນ​ຂົງ​ເຂດ​ການ​ພົວພັນ​​ປະຊາຊົນ, ຊ່ວຍ​ເຫຼືອ​ຫຼາຍຄອບຄົວ​ຊາວ ຫວຽດນາມ ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ທ່ານ​ປະທານ KOVECA Kwon Sung-taek ​ໄດ້​ມອບປື້ມ ​“​ທ່ານເລຂາທິການ​ໃຫຍ່ ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ” ສະບັບພາສາ ເກົາຫຼີ ໃຫ້ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. (ພາບ: Dinh Hoa)

ຕາມ​ທ່ານ ຟານ​ແອງ​ເຊີນ​ ແລ້ວ, ຫວຽດນາມ ​ແລະ ສ.​ເກົາຫຼີ ມີ​ຈຸດ​ຄ້າຍຄື​ກັນ​ຫຼາຍ​ດ້ານ​ກ່ຽວກັບປະຫວັດສາດ, ວັດທະນະທຳ, ບຸກຄະລິກ​ຂອງ​ມະນຸດ, ຮີດຄອງ​ປະ​ເພນີ​ຂອງ​ຊາດ; ມີຊາວ​ຫວຽດນາມ ​ຢູ່ ສ.​ເກົາຫຼີ ​ແລະ ຊາວ ​ສ.​ເກົາຫຼີ ຢູ່ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສ.​ເກົາຫຼີ ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນະວັດຕະກຳ, ​ເຕັກ​ໂນ​ໂລ​ຢີ; ​ປະສົບການ ແລະ ຜົນສຳເລັດຂອງ ສ.​ເກົາຫຼີ ​ໃນ​ການ​ພັດທະນາ​ເສດຖະກິດ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າສຳລັບ ​ຫວຽດນາມ.

ໂດຍຢືນຢັນ​ວ່າ​ ຍັງ​ມີ​ພື້ນທີ່ຮ່ວມມືຫຼາຍຢ່າງລະຫວ່າງ​ສອງຝ່າຍ, ທ່ານ ຟານ​ແອງ​ເຊີນ ຫວັງ​ວ່າ KOVECA ກັບ​ເຄືອ​ຂ່າຍຂອງຕົນ​ ຈະ​ເຊື່ອມ​ຕໍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ກັບ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ, ວິ​ສາ​ຫະກິດ​ໃຫຍ່​ຂອງ ສ.​ເກົາຫຼີ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ KOVECA ​ແລະ ບັນດາ​ຫົວໜ່ວຍ​ທີ່ກ່າວມາຂ້າງ​ເທິງ​ ເພື່ອຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ວິ​ໄສ​ທັດ, ຮູບ​ແບບ ​ແລະ ທິດ​ທາງ​ພັດທະນາ​ຂອງ​ລັດຖະບານ ສ.​ເກົາຫຼີ; ບົດຮຽນການພັດທະນາເສດຖະກິດໂດຍອີງໃສ່ວິສາຫະກິດຊັ້ນນໍາແຖວໜ້າ...

ທ່ານ Kwon Sung-taek ກ່າວຄຳປາໄສວ່າ KOVECA ພວມ​ສ້າງ​ແຜນການ​ເພື່ອປະຕິບັດ​ບັນດາ​ນະ​ໂຍບາຍ​ດັ່ງກ່າວ; ​ເຊື່ອ​ໝັ້ນ​ວ່າ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ດີງາມດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ.

​ໂດຍ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ໄດ້​ສູນ​ເສຍ​ດວງ​ດາວ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ ​ເມື່ອ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ແກ່​ມໍລະນະ​ກຳ, ທ່ານ Kwon Sung-taek ​ໃຫ້​ຮູ້​ວ່າ ຢູ່ ສ.​ເກົາຫຼີ, ນັກ​ປະພັນ Cho Chul-hyeon ​ໄດ້ເປີດຕົວປຶ້ມ “​ທ່ານເລຂາທິການ​ໃຫຍ່ ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ” ເນື່ອງ​ໃນ​ໂອກາດຄົບຮອບ 80 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການ​ໃຫຍ່. ນີ້​ແມ່ນ​ປຶ້ມ​ຂຽນກ່ຽວ​ກັບ 80 ປີ​ແຫ່ງ​ຊີວິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ​ໄດ້​ພິມ​ຈຳໜ່າຍດ້ວຍພາສາ ເກົາຫຼີ ຢູ່ ສ.ເກົາຫຼີ. ໃນ​ໄລຍະ​ຈະ​ມາ​ເຖິງ, ປຶ້ມ​ຫົວ​ນີ້ ຈະ​ໄດ້​ຮັບ​ການ​ພິມ​ຈຳໜ່າຍ​ເປັນ​ພາສາ​ຫວຽດນາມ​ ຢູ່​ ຫວຽດນາມ.

KOVECA ໄດ້ເຊື່ອມຕໍ່ກັບຜູ້ຂຽນ Cho Chul-hyeon ເພື່ອເຜີຍແຜ່ປຶ້ມນີ້. ຄາດ​ວ່າ ​ໃນ​ເດືອນ​ສິງຫາ​ນີ້, KOVECA ຈະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ປຶ້ມ​ຢູ່ ສ.​ເກົາຫຼີ ​ແລະ ​ຈັດ​ຕັ້ງ​ຄະນະ​ປະຕິບັດງານ, ​ໃນ​ນັ້ນ​ມີ​ນັກ​ປະພັນ Cho Chul-hyeon ມາ ​ຫວຽດນາມ ​ເພື່ອ​ຊອກ​ຮູ້​ມໍລະດົກ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີຖຸນາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຖານີ​ວິທະຍຸ​ກະຈາຍສຽງ - ໂທລະພາບ ​ແຂວງ ດົ່ງ​ນາຍ ​​ຈັດ​ຕັ້ງ​ພິທີ​ເປີດງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ຄັ້ງ​ທີ 5 ປີ 2024.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ຍສໝ - ວັນ​ທີ 11 ພຶດສະພາ, ຢູ່​ແຂວງ ​ລາວ​ກາຍ, ​ໂຮງຮຽນ​ມັດທະຍົມ​ຕອນປາຍ​ລົງເລິກວິຊາສະເພາະ ລາວ​ກາຍ​ ໄດ້​ຈັດຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ສາກົນກ່ຽວກັບດ້ານສິລະປະ, ກິລາ​ ກັບ​ໂຮງຮຽນ​ມັດທະຍົມຊັ້ນສູງ ​ແລະ ໂຮງຮຽນ​ມັດທະຍົມຊັ້ນສູງອາຊີວະສຶກສາ (​ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).

ມີງດຶກ

ເຫດການ
302 Found

Found

The document has moved here.