ສະໜາມ​ລະ​ຫຼິ້ນພາສາຫວຽດ​ນາມ​ ທີ່​ຫຼາກ​ຫຼາຍໃຫ້ແກ່​ເດັກ​ນ້ອຍ​ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ແລະ ນັກ​ສຶກ​ສາລັດ​ເຊຍ

13:46 | 10/10/2024

ຍສໝ​ - ບັນດາງານແຂ່ງຂັນຄື ວັນບຸນພາສາຫວຽດນາມ, ແປພາສາຫວຽດນາມ, ພາສາຫວຽດນາມ ມ່ວນ​ຊື່ນ ຫຼື ຊອກຫາກ່ຽວກັບ​ຫວຽດ​ນາມ, ໂດຍກອງ​ທຶນ​ຊຸກຍູ້​ການ​ຮ່ວມ​ມື​ລັດ​ເຊຍ - ຫວຽດນາມ “ທີ່ເປັນມູນເຊື້ອ ແລະ ມິດຕະພາບ” ພ້ອມກັນກັບສະມາຄົມ​ຊາວ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ຈັດຕັ້ງ, ໄດ້​ກາຍ​ເປັນ​ສະໜາມ​ຫຼິ້ນ​ທີ່​ມີ​ຄວາມ​ໝາຍ, ​ເຊື່ອມ​ໂຍງລຸ້ນໜຸ່ມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ​ແລະ ຊາວລັດ​ເຊຍ ທີ່​ຮັກ​ແພງ​ຫວຽດນາມ.

ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່
ໄຂຊຸດຮຽນ​ຫ້ອງ​ຮຽນ​ພາສາ ​ຫວຽດ​ນາມ​ ສຳລັບ​ເດັກ​ນ້ອຍ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ

ສະໜາມ​ລະ​ຫຼິ້ນພາສາຫວຽດ​ນາມ​ ທີ່​ຫຼາກ​ຫຼາຍໃຫ້ແກ່​ນັກ​ສຶກ​ສາລັດ​ເຊຍ

ດ້ວຍລົງເລິກຂະແໜງ​ພາສາຫວຽດນາມ, ທ່ານ Nikita Luxenko, ນັກສຶກສາຂອງສະຖາບັນບັນດາປະເທດອາຊີ ແລະ ອາຟຣິກາ, ມະຫາວິທະຍາໄລສັງລວມແຫ່ງຊາດ Moscow (MGU), ສະຫະພັນລັດເຊຍ ໄດ້ລົງທະບຽນເຂົ້າຮ່ວມການແຂ່ງຂັນຊອກຫາກ່ຽວກັບຫວຽດນາມ ໃນວັນທີ 21 ກັນຍາ.

ໃນເວລາ 2 ຊົ່ວໂມງ, ທ່ານ Nikita Luxenko ແລະ ບັນດາຜູ້ເຂົ້າຮ່ວມການແຂ່ງຂັນ ໄດ້ເຂົ້າເຖິງກັບບັນດາກະດານຄຳຖາມ ແລະ ຮູບພາບທີ່ອຸດົມສົມບູນກ່ຽວກັບວັດທະນະທໍາ, ປະຫວັດສາດ, ພູມສາດ, ອາຫານການກິນ ແລະ ຂໍ້ມູນຫຼາຍຢ່າງກ່ຽວກັບຊີວິດຂອງຫວຽດນາມ. ບັນດາກະດານຄຳຖາມເຫຼົ່ານີ້ບໍ່ພຽງແຕ່ເປັນຄຳຖາມແບບປາລະໄນທີ່ງ່າຍດາຍເທົ່ານັ້ນ, ຫາກຍັງສະໜອງຂໍ້ມູນໃຫ້ແກ່ຜູ້ເຂົ້າຮ່ວມດ້ວຍວິທີການທີ່ໜ້າສົນໃຈ ແລະ ຈື່ງ່າຍກ່ຽວກັບຫວຽດນາມ.

ສະໜາມ​ລະ​ຫຼິ້ນພາສາຫວຽດ​ນາມ​ ທີ່​ຫຼາກ​ຫຼາຍໃຫ້ແກ່​ເດັກ​ນ້ອຍ​ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ແລະ ນັກ​ສຶກ​ສາລັດ​ເຊຍ

ນັກ​ສຶກ​ສາ​ລັດ​ເຊຍ​​ ໄດ້ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊອກຫາຮຽນ​ກ່ຽວ​ກັບ​ຫວຽດ​ນາມ ຢ່າງກະຕືລືລົ້ນ.

ສໍາລັບທ່ານ Nikita Luxenko, ການແຂ່ງຂັນນີ້ແມ່ນມີຄວາມຫມາຍແທ້ໆ. ​ເພາະວ່າ ບໍ່ພຽງແຕ່ມີໂອກາດເຂົ້າຮ່ວມຍົກສູງລະດັບຄວາມ​ຮູ້​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດກວດກາ​ຄວາມ​ຮູ້​ດ້ານ​ພາສາ ​ແລະ ວັດທະນະທຳ​ຫວຽດນາມ. “ຂ້າພະເຈົ້າສັງເກດເຫັນວ່າ ນັບມື້ນັບຫຼາຍຄົນໄດ້ຮຽນຮູ້ພາສາຫວຽດນາມ ແລະ ຄົ້ນຄວ້າວັດທະນະທໍາຫວຽດນາມ”, ທ່ານ Nikita Luxenko ແບ່ງປັນ.

“ເມື່ອ​ເລີ່ມ​ຮຽນ​ພາສາ​ຫວຽດນາມ ຄັ້ງ​ທຳ​ອິດ ແລະ ນ້ອງບໍ່​ເຄີຍ​ເສຍ​ໃຈ​ເລີຍ​ມາ​ຮອດ​ປັດ​ຈຸ​ບັນ. ນ້ອງຮັກ​ຫວຽດ​ນາມ​ ແທ້ໆ, ນ້ອງຮັກ​ວັດ​ທະ​ນະ​ທໍາ​, ​ປະ​ຊາ​ຊົນ​ຫວຽດ​ນາມ. ນີ້​ແມ່ນ​ຄວາມ​ຮັກ​ທີ່​ເກີດ​ຂຶ້ນ​ຈາກ​ຕອນ​ທໍາ​ອິດ​ ແລະ ​ເປັນ​ຄວາມ​ຮັກ​ຕະ​ຫຼອດ​ໄປ”, ທ້້າວ Konstantin​, ນັກ​ສຶກ​ສາ​ປີ​ທີ​ສີ່​ແບ່ງ​ປັນ​.

ໂດຍໄດ້ຮູ້ວ່າ, ການແຂ່ງຂັນນອນໃນໂຄງການ “ມີຄວາມຮູ້” ຂອງກອງທຶນ ເພື່ອຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ລັດ​ເຊຍ - ຫວຽດນາມ “ທີ່ເປັນມູນເຊື້ອ ແລະ ມິດຕະພາບ” (ກອງທຶນ) ສົມທົບ​ກັບ​ໂຮງຮຽນ ຈັດຕັ້ງ.

ທ່ານ ຫງວຽນກວກຮຸ່ງ, ຜູ້ອໍານວຍການກອງທຶນຊຸກຍູ້ການຮ່ວມມື ລັດເຊຍ - ຫວຽດນາມ “ທີ່ເປັນມູນເຊື້ອ ແລະ ມິດຕະພາບ” ໃຫ້ຮູ້ວ່າ ໃນຫຼາຍປີຜ່ານມາ, ກອງທຶນໄດ້ພັດທະນາໂຄງການພິເສດ “ມີຄວາມຮູ້” ສຸມໃສ່ການພັດທະນາວັດທະນະທໍາ ແລະ ການສຶກສາ, ດ້ວຍຈຸດສຸມແມ່ນພັດທະນາການຄົ້ນຄວ້າ​ກ່ຽວ​ກັບ​ພາສາຫວຽດນາມ.

ລະອຽດ, ກອງທຶນສົມທົບກັບມະຫາວິທະຍາໄລພົວພັນສາກົນ MGIMO (ກະຊວງການຕ່າງປະເທດລັດເຊຍ) ໄດ້ຈັດຕັ້ງ “ການແຂ່ງຂັນແປພາສາຫວຽດນາມ ໃນຂົງເຂດສື່ສານວິຊາຊີບ (ການແປດ້ານການເມືອງ-ສັງຄົມ)” ໃນທົ່ວປະເທດລັດເຊຍ. ຜ່ານການແຂ່ງຂັນໄດ້ຈັດຕັ້ງ 3 ເທື່ອ ດ້ວຍຈຳນວນນັກສຶກສາເຂົ້າຮ່ວມນັບມື້ນັບເພີ່ມຂຶ້ນ, ການແຂ່ງຂັນແປພາສາໄດ້ຢັ້ງຢືນຄວາມດຶງດູດ ແລະ ຄຸນນະພາບໃນການສິດສອນ ແລະ ຮ່ຳຮຽນພາສາຫວຽດນາມ ຢູ່ສະຫະພັນລັດເຊຍ.

​ເປີດ​ຕົວ 2021 ​ແມ່ນ​ໂຄງການ​ພິ​ເສດ​ຂອງ​ກອງ​ທຶນ​ສົ່ງ​ເສີມ​ການ​ຮ່ວມ​ມື​ລັດ​ເຊຍ - ຫວຽດນາມ “ທີ່ເປັນມູນເຊື້ອ ແລະ ມິດຕະພາບ” ດຍ​ສະ​ເພາະ​ແມ່ນ​ເພື່ອ​ແນ​ໃສ່​ໃຫ້​ລຸ້ນໜຸ່ມ ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ - ການ​ສຶກສາ ​ແລະ ​ເປີດ​ກວ້າງ​ຄວາມ​ຮູ້, ຮ່ວມ​ມື​ໃນ​ຂົງ​ເຂດ​ຮ່ຳຮຽນ ​ແລະ ສອນ​ພາສາ​ຫວຽດນາມ ຢູ່ ລັດ​ເຊຍ ພ້ອມ​ທັງ​ສອນ​ພາ​ສາ​ລັດ​ເຊຍ ແລະ ຄົ້ນ​ຄ້​ວາ “ໂລກ​ລັດ​ເຊຍ” ຢູ່​ຫວຽດ​ນາມ.

ກໍ່ໃນຂອບ​ເຂດ​ຂອງ​ໂຄງການມີຄວາມຮູ້, ກອງ​ທຶນ​ໄດ້​ໜູນ​ຊ່ວຍ​ການ​ເປີດ​ສະ​ໝຸດ​ຫວຽດ​ນາມ ຢູ່​ສະ​ຖາ​ບັນ​ອາ​ຊີ​ປະ​ຈຸ​ບັນ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ລັດ​ເຊຍ, ໄດ້ເປີດຕົວປື້ມ“ຫວຽດ​ນາມ - ຄູ່​ຮ່ວມ​ມື​ການ​ຄ້າ ແລະ ການ​ລົງ​ທຶນ: ປື້ມຊອກຄົ້ນ”. ພ້ອມກັນນັ້ນ, ສົມທົບ​ກັບ​ມະຫາວິທະຍາ​ໄລສັງລວມແຫ່ງຊາດພາສາ Moscow (MGLU), ​ໄດ້​ຈັດ​ຕັ້ງວັນບຸນພາສາ​ຫວຽດນາມ 2023 ​ເພື່ອເຊີດຊູ ແລະ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ຳຮຽນ​ພາສາ​ຫວຽດນາມ ຢູ່ “ດິນແດນແຫ່ງເປືອຍຂາວ”.

ປູກລ້ຽງພາສາ​ຫວຽດນາມ ​ໃຫ້​ແກ່​ເດັກ​ນ້ອຍ​ຫວຽດ​ນາມ ອາໄສ​ຢູ່​ລັດ​ເຊຍ

ນອກຈາກບັນດາການແຂ່ງຂັນຂອງກອງທຶນ, ສະມາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ ຍັງຈັດຕັ້ງການແຂ່ງຂັນຫຼາຍຢ່າງເພື່ອຍົກສູງສະຕິປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ ດ້ວຍພາສາຫວຽດນາມ, ເຊີດຊູ ແລະ ເຄົາລົບຄວາມງາມ, ຄຸນຄ່າຂອງພາສາຫວຽດນາມ ໃນປະຊາຄົມ, ຮັກສາການຊົມໃຊ້ພາສາຫວຽດນາມ ໃນຄອບຄົວຊາວຫວຽດນາມ.

ທ່ານ​ນາງ ຟ້າມ​ແທງ​ຊວນ, ກຳມະການ​ຄະນະຜູ້​ປະຈຳ​ສະມາຄົມ​ຊາວຫວຽດນາມ ປະຈຳ​ສະຫະພັນ ລັດ​ເຊຍ ​ໃຫ້​ຮູ້​ວ່າ ສະມາຄົມ​ຊາວຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ພ້ອມກັນກັບກອງ​ທຶນ​ພື້ນ​ເມືອງ ​ແລະ ມິດຕະພາບ​ໄດ້​ປະຕິບັດ. ບັນດາ​ມາດ​ຕະການ​ສ​ັງລວມເພື່ອ​ພັດທະນາ​ພາສາ​ຫວຽດນາມ ຢູ່ ລັດ​ເຊຍ ​ແລະ ຜັນ​ຂະຫຍາຍ​ໂຄງການວັນ​ເຊີດ​ຊູ​ພາສາ​ຫວຽດນາມ ໃນຊຸມຊົນຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ.

“ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ເປັນ​ປະຈຳ, ໜູມຊ່ວຍບັນດາຂໍ້​ລິ​ເລີ່​ມ​ໃນ​ຊຸມ​ຊົນ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ, ຝຶກຝົນພາສາ​ຫວຽດນາມ ຢູ່​ຊຸມ​ຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ. ບາງ​ການ​ເຄື່ອນ​ໄຫວ​ສະ​ເພາະ​ຄື: ສົມທົບ​ກັນ​ຈັດ​ຕັ້ງງານແຂ່ງຂັນ“ຮ້ອງ​ເພງ​ຊຸມ​ຊົນ”, ໜູນ​ຊ່ວຍ​ການຈັດ​ຕັ້ງບຸນໄຫວ້ພະຈັນປະຈຳ​ປີ​ໃຫ້​ເດັກນ້ອຍ​ທີ່ມີເຊື້ອຊາດຫວຽດນາມ; ຄືນບົດກະວີວັນເພັງເດືອນຈຽງ; ຄ້າຍພັກແລ້ງນັກສຶກສາລັດເຊຍ, ວັນຫວຽດນາມ... ໄດ້ດຶງດູດຄວາມສົນໃຈຂອງໄວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ລັດເຊຍ ແລະ ທັງນັກສຶກສາລັດເຊຍ”, ທ່ານນາງ ຊວນ ແບ່ງປັນ.

ສະໜາມ​ລະ​ຫຼິ້ນພາສາຫວຽດ​ນາມ​ ທີ່​ຫຼາກ​ຫຼາຍໃຫ້ແກ່​ເດັກ​ນ້ອຍ​ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ແລະ ນັກ​ສຶກ​ສາລັດ​ເຊຍ

ພິທີສະຫຼຸບຂອງລາຍການພາສາຫວຽດນາມ ມ່ວນ​ຊື່ນ.

ກໍ່ຕາມ​ທ່ານ​ນາງ ຊວນ​ ແລ້ວ, ອີກ​ລາຍການ​ໜຶ່ງ​ໂດຍ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ​ເພື່ອ​ເຊີດຊູພາສາຫວຽດນາມ ​ແມ່ນ “ພາສາຫວຽດນາມ ມ່ວນ​ຊື່ນ”. ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສິດສອນ ແລະ ຮຽນພາສາຫວຽດນາມ, ດໍາເນີນຊີວິດສະໂມສອນກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ​ໃຫ້​ແກ່​ເດັກນ້ອຍ​ຊາວ​ຫວຽດນາມ ຢູ່ດິນແດນແຫ່ງເປືອຍຂາວເພື່ອ​ປຸກລະດົມ​ຄວາມ​ຮັກແພງ, ຮັກສາ, ຍົກ​ສູງ​ຄວາມ​ສາມາດ​ນຳ​ໃຊ້​ພາສາ​ແມ່; ຊ່ວຍໃຫ້ເດັກນ້ອຍເຂົ້າໃຈເຖິງຮີດຄອງປະເພນີ, ປະຫວັດສາດຂອງປະເທດໄດ້ດີຂຶ້ນ; ພັດທະນາ​ຄວາມ​ຮັກບ້ານເກີດເມືອງນອນ, ສ້າງ​ຄວາມ​ພາກພູມ​ໃຈກ່ຽວກັບກົກເຄົ້າເຫງົ້າກໍປະເທດ​ຊາດ.

ໄລຮອດປະຈຸ​ບັນ, ​ພາສາຫວຽດນາມ ມ່ວນ​ຊື່ນ ​ໄດ້ຜ່ານ 1 ປີ​ແຫ່ງ​ການເຄື່ອນໄຫວຢ່າງເປັນທາງການພ້ອມກັບ3 ຫ້ອງ​ຮຽນ ແລະ ນັກ​ຮຽນ​ເກືອບ 40 ຄົນ​ທີ່​ມີ​ອາ​ຍຸ​ແຕ່ 6-12 ປີ​ແມ່ນ​ເດັກ​ນ້ອຍ​ຂອງ​ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່​ສະ​ຫະ​ພັນລັດ​ເຊຍ. ຜ່ານ 3 ໄລຍະພ້ອມກັບຫຼາຍ​ລາຍການ​ທີ່​ມີ​ຄວາມ​ໝາຍ, ພາສາຫວຽດນາມ ມ່ວນ​ຊື່ນ ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ບັນດາ​ນັກ​ສຶກສາ, ຊາວ​ໜຸ່ມ ຫວຽດນາມ ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ. ນີ້​ກໍ່​ແມ່ນ​ຊັ້ນ​ປູກລ້ຽງໃຫ້​ລຸ່ນຄົນສືບ​ຕໍ່ຂອງຊຸມ​ຊົນ​ຊາວ​ຫວຽດ​ນາມ​ ຢູ່ສະ​ຫະ​ພັນ​ລັດ​ເຊຍ ເພື່ອສືບ​ທອດບັນດາສິ່ງຍອດຢ້ຽມຂອງວັດ​ທະ​ນະ​ທຳ ແລະ ພາ​ສາ​ຂອງ​ປະ​ເທດ​ຊາດ.

​ເພື່ອຊຸກຍູ້ການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ, ທ່ານ​ນາງ ຟ້າ​ມແທ່ງ​ຊວນ ກ່າວວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ຈັດ​ຕັ້ງ​ບັນດາ​ໂຄງການ​ຝຶກ​ອົບຮົມທາງໂດຍກົງ ​ແລະ ທາງອອນໄລ​ໃຫ້​ແກ່​ຄູ​ສອນ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ປະຈຳ. ຕ້ອງແນະນຳ ແລະ ສາມາດສົ່ງພະນັກງານໄປຍັງບໍລິເວນເພື່ອຈັດ​ຕັ້ງຄ້າຍພັກແລ້ງພາສາຫວຽດນາມ ໃຫ້​ແກ່​ເດັກນ້ອຍຊາວຫວຽດນາມ ຢູ່​ຕ່າງປະ​ເທດ. ພິ​ເສດ​, ແມ່ນ​ຕ້ອງ​ໜູນ​ຊ່ວຍ​ການ​ສະໜອງ​ອຸປະກອນ​ການ​ສອນ​ພາສາ​ຫວຽດນາມ (ອາດ​ຈະ​ເປັນ​ຮູບ​ແບບເອ​ເລັກ​ໂຕນິກ) ​ເພື່ອ​ຮັບ​ໃຊ້​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ.

“ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ວ່າ ສິ່ງ​ສຳ​ຄັນ​ທີ່​ສຸດ​ເພື່ອ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ພາສາຫວຽດນາມ ໃນ​ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ແມ່ນ​ຄວາມ​ຮັກ​ສຳລັບພາສາຫວຽດນາມ. ຄວາມຮັກຕ້ອງໄດ້ຮັບການບໍາລຸງລ້ຽງຢ່າງຖືກຕ້ອງໃນຄອບຄົວຂອງແຕ່ລະຄົນ. ພາສາ​ຫວຽດ​ ນັ້ນ​​ແມ່ນ​ນ້ຳ​ສຽງ​ທີ່​ຮັກ​ແພງ​ຂອງ​ພໍ່​ແມ່​ຂອງ​ພວກ​ເຮົາ, ເປັນຄຳຮຽກຮ້ອງປະຊາຊົນ​ຂອງຫວຽດນາມ. ທ່ານ​ປະທານ​ໂຮ່ຈີ​ມິນ ໄດ້ກ່າວເຖິງການ​ປົກ​ປັກ​ຮັກສາພາສາຫວຽດນາມ ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ທີ່​ອຳນາດການປົກຄອງ​ແລະ ປະຊາຊົນ​ຕ້ອງ​ປະຕິບັດ​ພ້ອມ​ກັບໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ: “ພວກເຮົາຕ້ອງປົກປັກຮັກສາປະເທດຫວຽດນາມ; ຕ້ອງຮັກສາສຽງຂອງຫວຽດນາມ”, ທ່ານນາງ ຊວນ ເນັ້ນຫນັກ.

ແຂວງເບັ້ນແຈ່: ຢາກເສີມຂະຫາຍແຫຼ່ງ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໃຫ້ຫຼາຍທີ່ສຸດ

ແຂວງເບັ້ນແຈ່: ຢາກເສີມຂະຫາຍແຫຼ່ງ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໃຫ້ຫຼາຍທີ່ສຸດ

ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

ມີງດຶກ

ເຫດການ