ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ​ສະ​ຫະ​ພັນ​ລັດ​ເຊຍ ດັ້ງ​ມິງ​ຄອຍ:

ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່

00:00 | 12/09/2024

ຍສໝ - ນັບແຕ່ວັນທີ 8 – 10 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມະການການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ລັດເຊຍ ຄັ້ງທີ 3. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ດັ້ງ​ມິ​ງ​ຄອຍ ​ໄດ້​ຕອບສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ ນັກຂ່າວ ປະຈຳ ​ລັດ​ເຊຍ ກ່ຽວ​ກັບເປັ້າໝາຍ, ຄວາມ​ໝາຍ ​ແລະ ຈຸດ​ພົ້ນເດັ່ນ​ຂອງ​ການ​ຢ້ຽມຢາມ.

ບຣູໄນ ດາຣູຊາລາມ ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ​ພ້ອມກັບ ຫວຽດ​ນາມ ບົນບັນດາເສັ້ນທາງການພັດທະນາ
ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ນັກຂ່າວ: ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຂໍຮຽນທ່ານໃຫ້ຮູ້ ເປົ້າໝາຍ, ຄວາມ​ໝາຍ​ຂອງ​ການໄປ​ຢ້ຽມ​ຢາມ​ ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການຂອງທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ?

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ: ໂດຍຕອບ​ສະ​ໜອງ​ຕາມຄຳ​ເຊີນ​ຂອງ​ປະ​ທານ Duma ແຫ່ງ​ລັດ​ສະ​ຫະ​ພັນ ລັດ​ເຊຍ, ​ທ່ານ Vyacheslav Volodin, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ແລະ​ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ໄດ້​ມີການໄປ​ຢ້ຽມ​ຢາມ​ ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການນັບແຕ່ວັນທີ 8 ຫາ 10 ກັນຍາ 2024.

ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ ​ສະຫະພັນ​ລັດ​ເຊຍ ຕອບ​ສຳພາດ​ນັກ​ຂ່າວ​ ປະຈຳ ​ລັດ​ເຊຍ. (ພາບ: NGUYEN HOANG)

ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີນແທງເໝີນ ມີ​ຄວາມ​ໝາຍ​ສຳ​ຄັນ​ຫລາຍ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ໃນ​ບັນ​ດາ​ຈຸດ​ສຸມ​ດັ່ງ​ນີ້:

ກ່ອນ​ອື່ນ​ໝົດ, ການ​ຢ້ຽມຢາມໄດ້​ສະ​ແດງ​ໃຫ້​ເຫັນເຖິງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ, ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ສະພາບ​ການ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການພາວະວິໄສຂອງ​ສອງ​ປະ​ເທດ​ໃນພາລະກິດແຫ່ງການສ້າງສາ ​ແລະ ພັດທະນາ​ປະ​ເທດຊາດຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ.

ທີສອງ, ການ​ຢ້ຽມຢາມໄດ້​ສະ​ແດງ​ໃຫ້​ເຫັນການ​ຮັກສາ​ບັນດາການ​ຢ້ຽມຢາມ ​ແລະ ການ​ພົບປະຂັ້ນສູງລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ ທີ່ມີຄວາມໝາຍສຳຄັນທີ່​ສຸດ ມີລັກສະນະຕັດສິນ​ໃນການ​ຊຸກຍູ້​ການ​ພັດທະນາ​ຮອບດ້ານ​ຂອງ​ການ​ພົວພັນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ທີ່ພວມ​ປະສົບ​ກັບ​ການ​ຜັນແປສັບສົນ​ຫຼາຍ​ຢ່າງ​ໃນ​ປະຈຸ​ບັນ.

ທີ​ສາມ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຈີນແທງເໝີນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາ​ແຫ່ງ​ຊາດ​ຂອງ ຫວຽດນາມ ນັບ​ມື້​ນັບເສີມຂະຫຍາຍບົດບາດ​ສຳຄັນ​ໃນ​ພາລະກິດແຫ່ງການ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ກໍ່ຄືການ​ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ພິເສດແມ່ນໃນໄລຍະ​ທີ່ ຫວຽດນາມ ພວມກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່​ແຫ່ງບືນຕົວ​ຂອງຊາດ ຫວຽດນາມ.

ທີ​ສາມ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຈີນແທງເໝີນ ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດການ​ຄ້າ ​ແລະ ການ​ພົບປະແລກປ່ຽນ​ປະຊາຊົນ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານສາມາດແບ່ງປັນກ່ຽວກັບຈຸດພົ້ນເດັ່ນຂອງກອງປະຊຸມຄະນະກຳມະການການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ລັດເຊຍ ຄັ້ງທີ 3 ແລະ Duma ແຫ່ງຊາດ ສະພາສະຫະພັນລັດເຊຍ ໄດ້ບໍ?

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ: ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງເປັນທາງ​ການ​ຄື ​ການເຈລະຈາ, ການ​ພົບ​ປະ​ຂັ້ນ​ສູງ​ກັບ​ການ​ນຳ​ສະຫະພັນ​ລັດ​ເຊຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຈີນແທງເໝີນ ຈະພ້ອມກັບ​ປະທານ Duma ແຫ່ງຊາດສະພາສະຫະພັນ​ລັດ​ເຊຍ, ທ່ານ Vyacheslav Volodin ເປັນ​ປະທານ​ກອງ​ປະຊຸມຄະນະກຳມະການການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ລັດເຊຍ ຄັ້ງທີ 3 ​ເພື່ອ​ປຶກສາ​ຫາລືຢ່າງຮອບດ້ານ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ປຶກສາ​ຫາລື 7 ຫົວ​ຂໍ້​ໃຫຍ່, ​ແບ່ງປັນ​ບົດຮຽນປະສົບການດ້ານນິຕິບັນຍັດ, ບົດບາດຕິດຕາມກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ ກ່ຽວກັບການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ກໍຄືການ​ແລກປ່ຽນ​ບັນດາມາດຕະການ​ລະອຽດ ເພື່ອກຳນົດ​ທິດ​​ໃຫ້​ລັດຖະບານ 2 ປະ​ເທດ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ລະອຽດ​ໃນ​ການ​ຮ່ວມ​ມືລະຫວ່າງສອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ.

ນັກຂ່າວ: ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ໂລກ​ປະຈຸ​ບັນ, ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຕ້ອງ​ເຮັດ​ແນວ​ໃດ ​ເພື່ອເຮັດໃຫ້ກ່ວາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານເລິກເຊິ່ງ ແລະ ເເທດຈິງກ່ວາອີກ?

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ: ປີ​ນີ້​ສອງ​ປະ​ເທດ​ພວກ​ເຮົາ​ ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິ​ສັນ​ຍາກ່ຽວກັບບັນ​ດາຫຼັກການພື້ນຖານຂອງການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ແລະ ປີ​ໜ້າ​ແມ່ນ​ສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

​ເພື່ອເຮັດໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງສອງປະເທດເລິກເຊິ່ງ ແລະ ເເທດຈິງກ່ວາອີກ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ໄດ້ເຫັນ​ດີເປັນເອກະພາບໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ບັນດາການ​ຢ້ຽມຢາມ​ ແລະ ພົບປະຂັ້ນ​ສູງ, ພະຍາຍາມ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ; ຍົກສູງປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ​ໃນ​ນັ້ນ ​ມີ​ກົນ​ໄກ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ, ສ້າງ​ບັນດາກົນ​ໄກ​ຮ່ວມ​ມື​ໃໝ່, ສົມທົບ​ກັນ​ຢ່າງ​ທັນ​ການ​ເພື່ອ​ແກ້ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ.

ຍູ້​ແຮງ​ການ​ພົບປະຕາມຊ່ອງທາງຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ການທູດປະຊາຊົນ​, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສືບ​ຕໍ່ຖືການ​ຮ່ວມ​ມື​ທາງ​ການ​ທູດ, ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບເປັນສຳຄັນ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພະລັງງານ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ແກ້ໄຂຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ເສີມຂະຫຍາຍທ່າແຮງຂອງ​ແຕ່ລະ​ຝ່າຍ ​ແລະ ຊອກ​ຫາ​ບັນດາ​ຈຸດ​ເຕີບ​ໂຕໃໝ່, ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ປະ​ເທດ. ຖືເປັນສຳຄັນ ແລະ ​ສ້າງໃໝ່​ຂົງ​ເຂດ​ການ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ສຶກສາບຳລຸງ​ສ້າງ, ​ແລກປ່ຽນ​ປະຊາຊົນ ແລະ ການທ່ອງທ່ຽວ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ຍສໝ - 5 ນະຄອນ​ຂອງ​ຫວຽດນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ​ ແຕ່ເດືອນ 6 ຫາ​ວັນ​ທີ 24 ມິຖຸນາ​ ລວມມີ: ນະຄອນ ​ໂຮ່ຈີ​ມິນ, ດາ​ນັງ, ຮ່າ​ໂນ້ຍ, ​ໂຮ້ຍອານ, ຢ່າ​ຈາ່ງ.

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ມິງດຶກ (ແປຕາມ Xuan Hung/ໜັງສືພິມປະຊາຊົນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.