ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

13:54 | 07/08/2024

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ
ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ

ລາຍການໄດ້​ດຳ​ເນີນ​ໄປ​ດ້ວຍ​ຫຼາຍ​ກິດຈະກຳ​ຄື: ປູກ​ຕົ້ນ​ໄມ້ສີຂຽວ ​ແລະ ​ບົວລະບັດ​ສວນ​ K23 ຂອງ​ມະຫາວິທະຍາ​ໄລ ທູເຢົ່າໂມດ, ແຕ້ມອອກແບບໃສ່ໃບກຸບ; ແຕ້ມ​ທຸງ​ຊາດ​ຂອງ​ສອງ​ປະ​ເທດ​ດ້ວຍ​ເຈ້ຍ​ພື້ນ​ເມືອງຂອງ ສ.ເກົາຫຼີ; ຮຽນພາສາ ສ.ເກົາຫຼີ; ຮຽນ ເທັກຄອນໂດ...

Sinh viên trồng cây xanh và chăm sóc khuôn viên vườn học tập K23 của trường Đại học Thủ Dầu Một. (Ảnh: tdmu.edu.vn)  ນັກສຶກສາປູກຕົ້ນໄມ້ຂຽວ ແລະ ເບິ່ງແຍງສວນການຮຽນ K23 ຂອງມະຫາວິທະຍາໄລທູເຊົາໂມດ. (ພາບ: tdmu.edu.vn)

ນັກສຶກສາປູກຕົ້ນໄມ້ສີຂຽວ ແລະ ບົວລະບັດສວນການຮຽນ K23 ຂອງມະຫາວິທະຍາໄລ ທູເຢົ່າໂມດ. (ພາບ: tdmu.edu.vn)

ບັນດານັກສຶກສາ ສ.ເກົາຫຼີ ໄດ້ແນະນຳບັນດານັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ ເຕັ້ນ K-pop, ໃນຂະນະທີ່ນັກສືກສາ “ທີມເຈົ້າພາບ” ກໍ່ໄດ້ແນະນໍາບັນດານັກສຶກສາ ສ.ເກົາຫຼີ ຮ້ອງເພງທີ່ມີຊື່ສຽງ ກ່ຽວກັບຍ້ອງຍໍຄວາມສວຍສົດງົດງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ບິ່ງເຢືອງ. ບັນດາການ​ສະ​ແດງສິນລະປະ​ດົນ​ຕີ​ເຫຼົ່າ​ນີ້​ໄດ້ສະແດງ​ໂດຍ​ນັກ​ສຶກ​ສາ​ຂອງ​ທັງ​ສອງ​ປະ​ເທດ​ເພື່ອ​ສະ​ແດງ​ໃນ​ລາຍ​ການອໍາລາ.

ລາຍການແມ່ນໂອກາດເພື່ອໃຫ້ນັກສຶກສາຫວຽດນາມ ແລະ ສ.ເກົາຫຼີ ໄດ້ມີໂອກາດໄດ້ຮ່ຳຮຽນ, ແລກປ່ຽນວັດທະນະທຳທີ່ເປັນເອກະລັກສະເພາະຂອງສອງປະເທດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ໄດ້​ຮ່ຳຮຽນ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຽນ​ຮູ້​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ, ຮຳ່ຮຽນ​ເຊິ່ງກັນ ​ແລະ ກັນ ​ແລະ ພັດທະນາ​ຄວາມສາມາດ​ໃນ​ສະພາບ​ແວດ​ລ້ອມ​ຫຼາຍວັດທະນະທໍາ.

Các sinh viên Hàn Quốc thích thú với trải nghiệm trang trí hình vẽ trên nón lá Việt Nam. (Ảnh: tdmu.edu.vn)  ບັນດານັກ​ສຶກ​ສາເກົາ​ມັກ​ຕົກ​ແຕ່ງ​ຮູບ​ແຕ້ມ ແຕ້ມ​ໃສ່​ໃບກຸບ​ຫວຽດ​ນາມ. (ພາບ: tdmu.edu.vn)

ບັນດານັກ​ສຶກ​ສາ ສ.ເກົາຫຼີ ​ມັກ​ຕົກ​ແຕ່ງ​ຮູບ​ແຕ້ມໃສ່​ໃບກຸບ​ຫວຽດ​ນາມ. (ພາບ: tdmu.edu.vn)

ເມື່ອແບ່ງປັນກ່ຽວກັບການເດີນທາງລົງຕົວຈິງຂອງເຂົາເຈົ້າ, ນັກສຶກສາ Jeong Minsu ມະຫາວິທະຍາໄລແຫ່ງຊາດ ບູຊານໃຫ້ຮູ້ວ່າ: “ພວກນ້ອງມາຈາກປະເທດທີ່ໄກ ແຕ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກນັກສຶກສາມະຫາວິທະຍາໄລ ທູເຢົ່າໂມດ ຢ່າງສະໜິດສະໜົມ. ພວກນ້ອງເຂົ້າຮ່ວມກິດຈະກໍາອາສາສະຫມັກ ແລະ ຊອກຮູ້ປະສົບການວັດທະນະທໍາຮ່ວມກັນ. ດ້ວຍ​ເຫດ​ນັ້ນ, ກໍ່ໄດ້ເພີ່ມມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັດທະນະທຳ​ຮີດຄອງ​ປະ​ເພນີ, ວັດທະນະທຳ​ທີ່​ທັນ​ສະ​ໄໝ​ຂອງ ຫວຽດນາມ - ສ.​ເກົາຫຼີ, ພ້ອມ​ກັບ​ມູມມອງ​ໃໝ່​ກ່ຽວ​ກັບ​ຊີວິດ​ນັກ​ສຶກສາ​ຢູ່ສອງປະ​ເທດ. ພິ​ເສດ, ນ້ອງໄດ້ເພີ່ມ​ເພື່ອນ​ ຫວຽດ​ນາມ​ ແລະ ມີຄວາມ​ຊົງ​ຈຳ​ທີ່​ດີງາມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລທູເຢົ່າໂມດ”.

Vẽ quốc kỳ của hai nước bằng giấy truyền thống Hàn Quốc. (Ảnh: tdmu.edu.vn)  ແຕ້ມ​ທຸງ​ຊາດ​ຂອງ​ສອງ​ປະ​ເທດ​ດ້ວຍ​ເຈ້ຍ​ພື້ນ​ເມືອງເກົາຫຼີ. (ພາບ: tdmu.edu.vn)

ແຕ້ມ​ທຸງ​ຊາດ​ຂອງ​ສອງ​ປະ​ເທດ​ດ້ວຍ​ເຈ້ຍ​ພື້ນ​ເມືອງ ສ.ເກົາຫຼີ. (ພາບ: tdmu.edu.vn)

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ​ເກົາ​ຫຼີ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ນັກ​ສຶກສາ​ມະຫາວິທະຍາ​ໄລ ທູເຢົ່າໂມດ ​ໄດ້​ຮັບ​ການ​ແນະນຳ​ຈາກ​ນັກ​ສຶກສາ​ມະຫາວິທະຍາ​ໄລ ບູຊານ ແນະນໍາໃນການ​ຝຶກ​ຊ້ອມ​ສິລະ​ປະ​ຍຸດ​ທະ​ສາດກິລາເທັກຄອນໂດ. (ພາບ: tdmu.edu.vn)

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ​ເກົາ​ຫຼີ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ອາຈານສອນດົນຕີຢູ່ມະຫາວິທະຍາໄລ ທູເຢົ່າໂມດ ຝຶກຊ້ອມໃຫ້ນັກສຶກສາ ສ.ເກົາຫຼີ ຮຽນຮ້ອງເພງ “ຕີກອງ”. (ພາບ: tdmu.edu.vn)

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ​ເກົາ​ຫຼີ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບັນດາ​ນັກ​ສຶກສາ ຫວຽດນາມ ​ແລະ ​ສ.ເກົາຫຼີ. (ພາບ: tdmu.edu.vn)

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.