ຜູ້ວ່າການ Saint Petersburg (ລັດ​ເຊຍ) ອວຍພອນ​ວັນ​ຊາດ ຫວຽດນາມ, ຕີ​ລາຄາ​ສູງ​ບົດບາດ​ຂອງ​ການ​ທູດ​ກັບ​ປະຊາຊົນ.

12:34 | 03/09/2025

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ ແລະ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຜູ້ວ່າການ Saint Petersburg (ລັດ​ເຊຍ) A.D. Beglov ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.

ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

​ໃນ​ຈົດໝາຍ, ຜູ້ວ່າການ A.D. Beglov ​ໄດ້​ຂຽນ​ວ່າ “ວັນ​ນີ້ 80 ປີ​ກ່ອນ, ພາລະກຳປະເທດຊາດຫວຽດນາມ ​ໄດ້​ກ້າວ​ເຂົ້າ​ສູ່​ໜ້າ​ທີ່​ໃໝ່. ປະຊາຊົນ​ຫວຽດນາມ ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຄວາມ​ລຳບາກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ຢ່າງ​ເລິກ​ເຊິ່ງ ​ແລະ ຄວາມ​ຕັດສິນ​ໃຈ​ໃນ​ການຮັບ​ເສລີພາບ ​ແລະ​ ອະທິປະ​ໄຕ​ຂອງ​ຊາດ​ຄືນ​ມາ. ປະຈຸ​ບັນ, ຫວຽດນາມ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ສິ້ນ​ເຊີງ​ໃນ​ການ​ກ້າວ​ໄປ​ໜ້າ, ຍັງ​ຄົງ​ຮັກສາ​ອຸດົມ​ການ​ທີ່​ຖືກຕ້ອງ​ຂອງ​ປະທານ​ໂຮ່ຈິ​ມິນ”.

ຜູ້ວ່າການ Saint Petersburg (ລັດ​ເຊຍ) ອວຍພອນ​ວັນ​ຊາດ ຫວຽດນາມ, ຕີ​ລາຄາ​ສູງ​ບົດບາດ​ຂອງ​ການ​ທູດ​ກັບ​ປະຊາຊົນ.
ຜູ້ວ່າການນະຄອນ Saint Petersburg (ລັດ​ເຊຍ) A.D. Beglov ກ່າວຄຳປາໄສທີ່ພິທີວາງສີລາລຶກຢູ່ສະໜາມຫຼວງ ໂຮ່ຈີມິນ ຢູ່ນະຄອນ Saint Petersburg (ລັດເຊຍ), ວັນທີ 29 ກໍລະກົດ 2025. (ພາບ: TTXVN)

ຕາມຜູ້ວ່າການ A.D.Beglov ແລ້ວ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມີບົດບາດສຳຄັນໃນການພັດທະນາປະເທດ: “ບັນດາເພື່ອນບໍ່ພຽງແຕ່ລະດົມກຳລັງພາຍໃນປະເທດເທົ່ານັ້ນ, ຫາກຍັງພັດທະນາການຮ່ວມມືຮອບດ້ານກັບບັນດາຄູ່ຮ່ວມມືຕ່າງປະເທດ, ກໍ່ສ້າງຂົວເຊື່ອມຕໍ່ແຫ່ງຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນນັບລ້ານໆຄົນ, ພ້ອມກັນນັ້ນກໍ່ຮັກສາບັນດາຄຸນຄ່າຫຼັກແຫຼ່ງແບບຍືນຍົງເຊັ່ນ: ສັນຕິພາບ, ຄວາມເຄົາລົບເຊິ່ງກັນ ແລະກັນ ແລະ ສະເໝີພາບ”.

ການນຳນະຄອນ Saint Petersburg ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນຮ່ວມມືລະຫວ່າງ 2 ຝ່າຍບັນລຸຜົນສຳເລັດ ແລະ ຮອບດ້ານ.

ໃນທ້າຍ​ຈົດໝາຍ, ຜູ້ວ່າການ A.D.Beglov ໄດ້​ສະແດງຄວາມອວຍພອນເຖິງທ່ານ ຟານ​ແອງ​ເຊີນ ຈົ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນ​ໃນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ຕົນ, ​ແລະ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ເປັນ​ເອກະລາດ ​ແລະ ​ເຂັ້ມ​ແຂງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.

ຍສໝ - ວັນ​ທີ 25 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຄຳເພົາ ເອີນທະວັນ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່ ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ