ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ | |
ໜັງສືພິມອານເຊຣີ ເຊີດຊູບົດບາດຂອງ ທ່ານພົນເອກ ຫວໍງວຽນຢາບ |
ຈາກບັນດາຄວາມຮູ້ສຶກກ່ຽວກັບຜູ້ນໍາທີ່ຍິ່ງໃຫຍ່, ຄູ່ຕໍ່ສູ້ທີ່ໃຫຍ່
ໂດຍໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າຂອງຝລັ່ງ ຢູ່ພາກເໜືອອິນດູຈີນ, ໃນເວລາທີ່ມາຮອດຮ່າໂນ້ຍ, ທ້າຍເດືອນ ສິງຫາ 1945, ທ່ານ J.Sainteny ໄດ້ມີການະພົບປະຄັ້ງທຳອິດກັບທ່ານ ຫວໍ ງວຽນ ຢາບ ໃນຖານະເປັນລັດຖະມົນຕີກະຊວງພາຍໃນ ຂອງລັດຖະບານຊົ່ວຄາວ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ທ່ານ J.Sainteny ໃຫ້ຮູ້ວ່າ ນັບແຕ່ຄັ້ງທຳອິດທີ່ໄດ້ພົບ, ທ່ານ ຫວໍ ງວຽນ ຢາບ “ໄດ້ໃຫ້ຂ້າພະເຂົ້າມີຄວາມປະທັບໃຈຕໍ່ກັບຜູ້ທີ່ມີຄວາມເດັດດ່ຽວຄົນໜຶ່ງ, ມີຄວາມແຂງແກ່ນທີ່ສຸດ, ມີສະຕິປັນຍາສະຫຼາດຫຼັກແຫຼມ”.
ເຖິງຢ່າງໃດກໍ່ຕາມ, ດ້ວຍລັກສະນະການເປັນຫົວເມືອງຂຶ້ນ, ທ່ານ J.Sainteny ໄດ້ເຮັດຄວາມຜິດພາດຢ່າງໃຫຍ່ຫຼວງ ໂດຍຄິດບໍ່ອອກ ແລະ ຕີລາຄາຄູ່ສົນທະນາກັບຕົນໃນມື້ນັ້ນບໍ່ໄດ້ໝົດ, "ເວລານີ້, ຂ້າພະເຈົ້າກໍ່ບໍ່ຄິດວ່າ ຢາບ ແມ່ນຜູ້ທີ່ມື້ນີ້ຂ້າພະເຈົ້າໄດ້ພົບເປັນຄັ້ງທໍາອິດນັ້ນ, ສອງສາມເດືອນຕໍ່ມາຈະກາຍເປັນສັດຕູທີ່ໂຫດຮ້າຍທີ່ສຸດ” (ຕາມຫນັງສື Jean Sainteny: ເລື່ອງເລົ່າກ່ຽວກັບພື້ນຖານສັນຕິພາບທີ່ພາດໂອກາດ. ສຳນັກພິມຈຳໜ່າຍ ຕໍາຫຼວດປະຊາຊົນ, ຮ່າໂນ້ຍ, ປີ 2003, ຫນ້າ 116-118).
ຄວາມຜິດພາດຂອງ ທ່ານ J.Sainteny ຍັງເປັນຄວາມຜິດພາດອັນລວມຂອງນັກການເມືອງຝຣັ່ງ ເມື່ອຕີລາຄາຕ່ຳຕໍ່ກຳລັງແຮງ ແລະ ຄວາມຕັດສິນໃຈໃນການປົກປ້ອງພື້ນຖານເອກະລາດ ທີ່ຫາກໍຍາດມາໄດ້ຂອງຊົນເຜົ່າໜຶ່ງ. ທ່ານ L.Patti, ອະດີດຫົວໜ້າ ຄະນະອິນດູຈີນ ທີ່ຂຶ້ນກັບຝຣັ່ງ ຂອງ OSS (ກົມສືບລາດສະການຍຸດທະສາດ ຂອງສະຫະລັດອາເມລິການ, ການຈັດຕັ້ງຂອງ CIA), ຜູ້ຈັດຕັ້ງການພົບປະ ໄດ້ມີຄໍາເຫັນຕີລາຄາຢ່າງພາວະວິໄສກວ່າກ່ຽວກັບທັດສະນະຂອງທ່ານ J.Sainteny ແລະ ຄຸນທາດຂອງ ທ່ານ ຫວໍ ງວຽນ ຢາບ.
ທ່ານ ພົນເອກ ຫວໍ ງວຽນ ຢາບ ແລະ ທ່ານ Robert S.McNamara, ອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ ທີ່ຮ່າໂນ້ຍ, ປີ 1995. ພາບ: AFP |
ຕໍ່ກັບແນວຄິດ ແລະ ການປະພຶດຄືກັບ “ເຈົ້ານາຍ” ເກົ່າຂອງທ່ານ ເຈ. ຊຽນເທີນີ (J.Sainteny) ກ່ຽວກັບນະໂຍບາຍຂອງຫວຽດມີງ ຕໍ່ກັບ “ຜູ້ທີ່ບໍ່ໄດ້ຮັບເຊີນແຕ່ກໍ່ມາ”, ທ່ານ ຫວໍ ງວຽນ ຢາບ ໄດ້ຕອບແບບໃຈເຢັນໆ, ເຮັດໃຫ້ “ເປັນຄັ້ງທຳອິດໃນຊີວິດຂອງຕົນ, ທ່ານ J.Sainteny ໄດ້ປະເຊີນໜ້າກັບຄົນຫວຽດນາມ. ຜູ້ທີ່ກ້າທີ່ຈະປະເຊີນໜ້າກັບຝຣັ່ງຢ່າງກ້າຫານ. ທັດສະນະທ່າທີຂອງທ່ານ J.Sainteny ອ່ອນລົງທັນທີ ” (ຕາມ “ທ່ານ L.Patti: ເປັນຫຍັງຫວຽດນາມ?”, ຜູ້ແປ ເລີຈອງເຫງ້ຍ ,ສຳນັກພິມຈຳໜ່າຍ ດານັ້ງ, ປີ 1995, ຫນ້າ 215, 217). ທ່ານ L.Patti ກ່າວຕື່ມວ່າ: "ທ່ານ J.Sainteny ເບິ່ງບໍ່ອອກເລີຍວ່າ ແຕ່ທຳອິດທ່ານໄດ້ປະເຊີນກັບຄົນໜື່ງທີ່ຕໍ່ຈາກນີ້ ຈະໄດ້ຈົດບັນທຶກໃນປະຫວັດສາດດ້ວຍການພັງທະລາຍຈັກກະພັດ ຫົວເມືອງຂຶ້ນ ຝຣັ່ງ ຢູ່ໃນອິນດູຈີນ ໂດຍພຶ້ນຖານ".
ບໍ່ພຽງແຕ່ເທົ່າໃດເດືອນຕໍ່ມາ, ທ່ານ J.Sainteny ກໍ່ໄດ້ຮັບຮູ້ຢ່າງວ່ອງໄວວ່າ ທ່ານ ຫວໍ ງວຽນ ຢາບ ແມ່ນ “ບູລຸດທີ່ໜ້າຢ້ານທີ່ສຸດ. ບູລຸດທີ່ອົງອາດກ້າຫານນີ້ ໄດ້ສະກັດກອງປະຊຸມກະກຽມ ຢູ່ນະຄອນດາລາດ. ດັ່ງທີ່ ທ່ານ Charles De Gaulle ໄດ້ຂຽນເຖິງປະທານ ໂຮ່ຈີມິນ ເມື່ອປີ 1966 ວ່າ: ຖ້າມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງຄົນຫວຽດນາມ ແລະ ຝລັ່ງ ໃນທັນທີພາຍຫຼັງສົງຄາມໂລກ, ທ່ານ J.Sainteny ກໍ່ຈະບໍ່ມີໂອກາດໄດ້ທົດສອບ ຄວາມຮັບຮູ້ຂອງຕົນກ່ຽວກັບ ທ່ານ ຫວໍ ງວຽນ ຢາບ ໃນເວລາພົບປະກັບບັນດາເຈົ້າໜ້າທີ່ລະດັບສູງຂອງຝຣັ່ງ ທີ່ໄດ້ມອບກັບຄືນມາ ພາຍຫຼັງສົນທິສັນຍາເຈນີວາ. ນັ້ນແມ່ນ Castries, Lalande, Langlais, Bigeard, Blanchet ... ແລະ ອີກຫຼາຍຄົນ. ໂດຍຜ່ານການໂອ້ລົມສົນທະນາຂອງເຂົາເຈົ້າ, ຂ້າພະເຈົ້າໄດ້ເຫັນຢ່າງງ່າຍວ່າ ພວກເຂົາຍ້ອງຍໍຄຸນນະທາດການຕໍ່ສູ້ຂອງຝ່າຍກົງກັນຂ້າມ.
ການຍ້ອງຍໍສັນລະເສີນໜຶ່ງຂັ້ນ “ມະຫາເກັ່ງ” ໃນການກໍ່ສ້າງ ແລະ ຈັດຕັ້ງກອງທັບປະຕິວັດ
ນັກຄົ້ນຄວ້າ James A.Warren ເຄີຍໃຫ້ຄຳເຫັນວ່າ: “ບາງທີການປະກອບສ່ວນທີ່ສຳຄັນທີ່ສຸດຂອງ ຢາບ ໃນສົງຄາມຕໍ່ຕ້ານ ແມ່ນການສົມທົບຢ່າງມີໄຫວພິບຂອງສາມກຳລັງ (ທະຫານປະຊາຊົນທ້ອງຖິ່ນໃນໝູ່ບ້ານ, ທະຫານທ້ອງຖິ່ນ ແລະ ບັນດາຫົວໜ່ວຍກຳລັງເຕົ້າໂຮມຫຼັກແຫຼ່ງ), ແລະ ການນໍາໃຊ້ຫົວຄິດປະດິດສ້າງບັນດາ "ຮູບແບບຂອງການຕໍ່ສູ້" ທີ່ແຕກຕ່າງກັນ-ສົງຄາມຕະລຸມບອນ" (ອີງຕາມ James A. Warren: Giap the General who defeated America in Vietnam, Palgrave Macmillan, New York, 2013, p.8).
ໂດຍໄດ້ຮັບການມອບໝາຍໃຫ້ສ້າງຕັ້ງ ແລະ ບັນຊາກອງທັບປະຕິວັດ, ໃນເວລາພຽງ 1 ປີປາຍ, ຈາກທຳອິດທີ່ມີທະຫານ 34 ຄົນ, ທ່ານ ຫວໍ ງວຽນ ຢາບ ໄດ້ຮັບການຂະຫຍາຍເປັນກຳລັງໃຫຍ່, ເປັນແກນກາງໃນການລຸກຮື້ຂຶ້ນທົ່ວປວງຊົນ ເພື່ອຍຶດເອົາອຳນາດກໍ່ຄືການປົກປັກຮັກສາລະບອບໃໝ່ໃນຊຸມວັນທໍາອິດຂອງການສ້າງຕັ້ງ. ເຊິ່ງແມ່ນກຳລັງນີ້ເອງ ທີ່ໄດ້ສ້າງສິ່ງທ້າທາຍ ທີ່ເຮັດໃຫ້ພວກລ່າເມືອງຂຶ້ນຝຣັ່ງ ໄດ້ລະວັງໃນເວລາວາງແຜນທີ່ຈະໃຊ້ກຳລັງເພື່ອເລີ່ມສົງຄາມ.
ພົນໂທກອງທັບເຮືອ Barjot - ຜູ້ຂຽນຫນັງສື "ແຈ້ງການຄົ້ນຄ້ວາ ເລກທີ 46" (ລັບ) ຂອງຄະນະເສນາທິການ ກະຊວງປ້ອງກັນປະເທດຝຣັ່ງ (ວັນທີ 8 ທັນວາ 1946) ໄດ້ຕີລາຄາ: "ຄວາມພະຍາຍາມທີ່ບໍ່ທຳມະດາ ແລະ ຄວາມເກັ່ງກ້າສາມາດຂອງ ຢາບ ພຽງແຕ່ໃນຫນຶ່ງປີເທົ່ານັ້ນ ແມ່ນໄດ້ສໍາເລັດໃນການສ້າງເຄື່ອງມືອຸປະກອນທີ່ມີຄວາມສາມາດເຮັດເປັນບ່ອນອີງ ທີ່ໝັ້ນແກ່ນໃຫ້ແກ່ນະໂຍບາຍ ທີ່ບໍ່ມີການປະນິປະນອມໃດໆ ຕໍ່ປະເທດຝຣັ່ງ".
ໂດຍລອດຊີວິດຫຼັງຈາກບັ້ນຮົບ ດ້ຽນບຽນຝູ ທີ່ “ສັ່ນສະເທືອນທັງໜ່ວຍໂລກ”, ທ່ານ ພັນຕີ Marcel Bigeard (ຕໍ່ມາແມ່ນ ພົນເອກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ) ໄດ້ຊີ້ອອກບັນດາສາຍເຫດທີ່ຝະລັ່ງ ປະລາໄຊຕໍ່ກຳລັງຄວາມສາມາດຂັ້ນປະລຳມາຈານກ່ຽວກັບການຈັດຕັ້ງ ແລະ ກໍ່ສ້າງກອງທັບ ກໍ່ຄືຄວາມສາມາດໃນກສຍນຳໜ້າກອງທັບຂອງທ່ານ ຜູ້ບັນຊາການໃຫຍ່, ພົນເອກ ຫວໍ ງວຽນ ຢາບ: “ບັນດາຜູ້ທີ່ທ່ານ ຢາບ ໄດ້ກໍ່ສ້າງ, ຝຶກຝົນ ແມ່ນນັກຮົບທີ່ດີເດັ່ນຢ່າງແທ້ຈິງ! ການໂຈມຕີຂອງທະຫານຫວຽດນາມ ໄດ້ສະກັດກັ້ນປືນໃຫຍ່ຂອງພວກຂ້າພະເຈົ້າ, ບັນດາປືນຄົກຂອງພວກຂ້າພະເຈົ້າບໍ່ສາມາດຍິງໄດ້”.
ທ່ານ Marcel Bigeard ກ່າວຄວາມຈິງຕື່ມອີກວ່າ: “ພາຍໃນ 9 ປີ, ພົນເອກ ຫວໍ ງວຽນ ຢາບ ໄດ້ເອົາຊະນະກອງທັບຂອງພວກເຮົາ, ເລື້ອງນັ້ນ ບໍ່ມີຫຍັງຈະຕ້ອງຖົກຖຽງກັນອີກ” (Marcel Bigeard: ຄໍາສາລະພາບ, ໂຮງພິມຈຳໜ່າຍພິມຮ່າໂນ້ຍ, ປີ 2004, ໜ້າ 78).
ພາຍຫຼັງ 21 ປີແຫ່ງການຕໍ່ສູ້ຢ່າງບໍ່ຢຸດຢັ້ງ, ພາຍໃຕ້ການຊີ້ນຳນຳພາ ແລະ ບັນຊາຂອງທ່ານພົນເອກ ຫວໍ ງວຽນ ຢາບ, ກອງທັບປະຊາຊົນຫວຽດນາມ ໄດ້ມີການເຕີບໂຕຢ່າງກະໂດດຂັ້ນ, ໄດ້ປະເຊີນໜ້າ ແລະ ຍາດໄດ້ໄຊຊະນະຕໍ່ບັນດາກອງທັບຮຸກຮານ ບຸກໂຈມຕີແບບມີອາຊີບ. ສະໜາມຮົບ ຫວຽດນາມ ກາຍເປັນບ່ອນຝັງ ຊື່ນາມສະກຸນ ແລະ ພາລະກິດຂອງບັນດານາຍພົນຜູ້ບັນຊາການໃຫຍ່ຂອງ ຝະລັ່ງ ແລະ ອາເມລິກາ.
ໃນປຶ້ມ “ອິນດູຈີນແດງ”, ນາຍພົນ Salan, ເຊິ່ງເຄີຍເປັນຜູ້ບັນຊາການກອງທັບຝຣັ່ງ ໃນສົງຄາມອິນດູຈີນ ປີ 1952-1953, ຂຽນວ່າ: “ມື້ນີ້ 30 ເມສາ 1975 ທີ່ສະຖານທີ່ແຕ່ກ່ອນເຄີຍເປັນອິນດູຈີນ ຂຶ້ນກັບຝລັ່ງ, ກອງທັບຫວຽດມິ່ງ ກ່ອນນັ້ນ ໄດ້ເຂົ້າໄປຮອດດ້ຽນບຽນຝູ, ປະຈຸບັນໄດ້ໄປຮອດໄຊງ່ອນ...
ລັດຖະບານໄດ້ເປັນເອກະພາບ, ພັດມີຄວາມຕັດສິນໃຈ ແລະ ມີເວລາຕື່ມ, ພັດມີປັດໄຈສຳຄັນທີ່ສຸດ, ນັ້ນແມ່ນກອງທັບຂອງເຂົາ, ກອງທັບໜຶ່ງຈາກ ດ້ຽນບຽນຝູ ໄປເຖິງ ໄຊງ່ອນ, ມີລະບຽບວິໄນ ແລະ ມີຄວາມກ້າຫານທີ່ສຸດ, ພ້ອມແລ້ວທີ່ຈະຮັບໃຊ້ນະໂຍບາຍການເມືອງຂອງລັດຖະບານ... ເຂົາຜູ້ທີ່ທະຫານຝຣັ່ງ ຖືວ່າເປັນ "ຄູ່ຕໍ່ສູ້ທີ່ໜ້າເຄົາລົບ". ຊາວອາເມລິກາ ເຄີຍດູຖູກພວກເຂົາ ແລະ ເປັນສິ່ງທີ່ແນ່ນອນວ່າ ເຂົາເອົາຊະນະອາເມກາ, ເຖິງແມ່ນວ່າຄວາມເຂັ້ມແຂງ, ຈໍານວນ ແລະ ເຕັກນິກສູງກວ່າພວກເຂົາຫຼາຍເທົ່າກໍ່ຕາມ.
ພົນເອກ ຫວໍ ງວຽນ ຢາບ ແມ່ນປະລຳມະຈານອາຈານ ກ່ຽວກັບສົງຄາມສູ້ປະຊາຊົນ
ໂດຍບໍ່ຢຸດຢູ່ທີ່ການຈັດຕັ້ງ ແລະ ກໍ່ສ້າງກຳລັງ, ຊາບຊຶມແນວທາງການຕໍ່ຕ້ານຂອງພັກ ແລະ ປະທານໂຮ່ຈິມິນ, ພົນເອກ ຫວໍ ງວຽນ ຢາບ ຍັງແມ່ນປະລຳມະຈານ ກ່ຽວກັບສົງຄາມປະຊາຊົນ, ໃນຖານະຜູ້ຊີ້ນໍາສູງສຸດຂອງກອງກໍລັງປະກອບອາວຸດ ຫວຽດນາມ.
ປຶ້ມ “ສົງຄາມປະຊາຊົນ, ກອງທັບປະຊາຊົນ” ຂອງ ພົນເອກ ໄດ້ແປເປັນຫຼາຍພາສາ, ກາຍເປັນປຶ້ມ ໝອນຫົວນອນ ຂອງບັນດາຜູ້ນຳໃນໂລກທີສາມ, ແຕ່ກໍ່ຍັງໄດ້ຮັບຄວາມນິຍົມຊົມຊອບຈາກບັນດານາຍທະຫານຂອງຝ່າຍຕາເວັນຕົກ ເມື່ອຊອກຮູ້ເຖິງແຫຼ່ງກຳເນີດກຳລັງແຮງແຫ່ງໄຊຊະນະຂອງກອງທັບປະຊາຊົນຫວຽດນາມ.
“ກວ່າ 30 ປີແຫ່ງການດຳລົງຕຳແໜ່ງເປັນຜູ້ບັນຊາການໃຫຍ່, ທ່ານ ພົນເອກ ຢາບ ບໍ່ພຽງແຕ່ໄດ້ເຮັດປະລາໄຊແຜນການຂອງສອງປະເທດທີ່ເຂັ້ມແຂງກວ່າ ຖ້າທຽບໃສ່ປະເທດຂອງຕົນ ນັບທັງການທະຫານ ແລະ ເຕັກນິກ, ແຕ່ຍັງສ້າງກຳລັງແຮງ ແລະ ຄວາມສາມາດຂອງບັນດາກໍາລັງທະຫານສະເພາະຂອງຕົນຢ່າງຕໍ່ເນື່ອງນຳອີກ, ເຊື່ອມຕໍ່ມັນຢ່າງແຫນ້ນແຟ້ນກັບໂຄງສ້າງພື້ນຖານທາງດ້ານການເມືອງທີ່ໝັ້ນຄົງໂດຍທ່ານເອງໄດ້ປະກອບສ່ວນບໍ່ໜ້ອຍເພື່ອກໍ່ສ້າງ. ມີນາຍພົນຈໍານວນຫນ້ອຍໃນປະຫວັດສາດ ທີ່ສາມາດປະສົມປະສານຮູບແບບຕ່າງໆຂອງສົງຄາມທີ່ແຕກຕ່າງກັນ-ປຸກລຸກກອງທະຫານຕະລຸມບອນ, ສົງຄາມແບບຕະລຸມບອນ ໂດຍກອງຮ້ອຍ ແລະ ກອງພັນ ດຳເນີນຢ່າງເອກະລາດ, ບັນດາບັ້ນເຄື່ອນທີ່, ການປິດລ້ອມ ແລະ ການບຸກໂຈມຕີຂອງສົງຄາມແບບດັ້ງເດີມ - ເພື່ອບັນລຸເປົ້າໝາຍຍຸດທະສາດທີ່ກວ້າງຂວາງຂອງພວກເຂົາ." (James A.Warren: Giap the General who defeated America in Vietnam, pp. 243-244).
ດ້ວຍຄວາມຮັບຜິດຊອບຂອງຕົນ, ພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແລະ ປະທານ ໂຮ່ຈີມິນ, ຜູ້ບັນຊາການໃຫຍ່, ພົນເອກ ຫວໍ ງວຽນ ຢາບ ຍາມໃດກໍ່ຕິດຕາມສະພາບຕົວຈິງຢ່າງແໜ້ນແຟ້ນ ເພື່ອມີແຜນການຮັບມືກັບການຜັນແປຢູ່ສະໜາມຮົບຢ່າງທັນການ. ການຊີ້ນຳຍຸດທະສາດຂອງທ່ານ ໄດ້ສະແດງໃຫ້ເຫັນເຖິງຄວາມກວມລວມຢ່າງກວ້າງຂວາງ, ສົ່ງເສີມທ່າແຮງຂອງພວກເຮົາ ແລະ ຈໍາກັດຄວາມສາມາດຂອງຝ່າຍກົງກັນຂ້າມ.
“ທ່ານ ຢາບ ໄດ້ສະແດງໃຫ້ເຫັນຄຸນງາມຄວາມດີທີ່ໂດດເດັ່ນໃນທຸກຂົງເຂດທີ່ໃຫຍ່ທີ່ສຸດຂອງສົງຄາມ, ທ່ານມີການສັງເກດການຢ່າງເລິກເຊິ່ງກ່ຽວກັບເຫດການ ແລະ ໄດ້ໝາຍເອົາບັນຫາສໍາຄັນຕົ້ນຕໍ; ທ່ານໄດ້ເຮັດໃຫ້ສັດຕູສັ່ນສະເທືອນດ້ວຍການໃຊ້ກຳລັງຢ່າງສະຫຼາດສ່ອງໄສຈາກຫຼາຍຈຸດຄື: ຢູ່ລາວ, ກຳປູເຈຍ, ເຂດດິນແມ່ນ້ຳຂອງ, ເຂດພູພຽງ ໄຕ ງວຽນ, ທົ່ງພຽງແຄມທະເລ, ທັງສອງຟາກຊາຍແດນປອດການທະຫານ” (Peter Macdonald: ນາຍພົນ ຢາບ ຜ່ານສອງສົງຄາມ ອິນດູຈີນ.).
ສິ່ງທີ່ທ້າທາຍ ນາຍພົນ ຢາບ ສົ່ງທະຫານໄປສູ້ຮົບຢູ່ ດ້ຽນບຽນຝູ, ແຕ່ສຸດທ້າຍ, ນາຍພົນ De Castries - ຜູ້ບັນຊາການກຸ່ມຖານທີ່ໝັ້ນແຫ່ງນີ້ ຕ້ອງຍອມຮັບວ່າ: “ນາຍພົນ ຢາບ ເປັນຄົນສະຫຼາດສ່ອງໄສ, ມີຄວາມກ້າຫານ, ເປັນຄົນເກັ່ງໃນການບັນຊາກອງກໍາລັງຕະລຸມບອນ...
ພວກຂ້າພະເຈົ້າໄດ້ເຫັນຢ່າງຈະແຈ້ງສິ່ງນັ້ນແລ້ວ. ປະຈຸບັນ, ຜ່ານບັ້ນຮົບ ດ້ຽນບຽນຝູ, ຂ້າພະເຈົ້າເຫັນວ່າ ພົນເອກ ຢາບ ບໍ່ພຽງແຕ່ເກັ່ງໃນການບັນຊາການບຸກໂຈມຕີຕະລຸມບອນຂອງກອງທັບເທົ່ານັ້ນ, ຫາກຍັງມີຄວາມເກັ່ງກ້າສາມາດໃນການບັນຊາການສູ້ຮົບທາງບົກ, ບັນຊາການເຄື່ອນໄຫວສູ້ຮົບຂອງເຫຼົ່າທະຫານລາບ, ລວມທັງການອອກອຸບາຍຫຼອກລວງຝ່າຍກົງກັນຂ້າມ”. De Castries ເສົ້າດ້ວຍຄວາມຈິງໃຈວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເປັນຄູ່ຕໍ່ສູ້ຂອງນາຍພົນ ຢາບ, ເປັນຜູ້ປະລາໄຊຂອງຜູ້ທີ່ມີຄວາມຮູ້ຄືນາຍພົນ ຢາບ ໂດຍກົງ. ຂ້າພະເຈົ້າຊື່ນຊົມ ແລະ ເຄົາລົບທ່ານ".
ບັນດາໄຊຊະນະໃນສະໜາມຮົບຂອງຜູ້ບັນຊາການໃຫຍ່, ພົນເອກ ຫວໍ ງວຽນ ຢາບ ກໍ່ຕິດພັນກັບການທີ່ທ່ານກະກຽມຢ່າງລະອຽດລະອໍສຳລັບວຽກງານພະລາທິການໃນຕະຫຼອດໄລຍະສົງຄາມ ກໍ່ຄືໃນແຕ່ລະບັ້ນຮົບສະເພາະ.
ພົນເອກ Peter Macdonald, ນັກປະຫວັດສາດຂອງກອງທັບລາດຊະວົງອັງກິດ, ໃຫ້ຄຳເຫັນວ່າ: “ໃນຂົງເຂດພະລາທິການ, ທ່ານມີຄວາມເກັ່ງກ້າສາມາດທີ່ດີເລີດໃນຕະຫຼອດບັ້ນສົງຄາມອິນດູຈີນ, ບໍ່ມີຄວາມເປັນເຈົ້າການດ້ານພາລາທິການ ໃດທີ່ສົມບູນແບບກວ່າ ທີ່ບໍ່ສາມາດປະຕິບັດໄດ້ໃນໄລຍະການສູ້ຮົບ ດ້ຽນບຽນຝູ. ກໍ່ຄືແນວນັ້ັ້ນ, ໃນສົງຄາມຫວຽດນາມ, ເສັ້ນທາງໂຮ່ຈີມິນ ໄດ້ສະໜອງເຄື່ອງໃຊ້ທີ່ຈຳເປັນໃຫ້ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍພາກໃຕ້ ເປັນເວລາຫຼາຍປີ” (Peter Macdonald: ພົນເອກ ຢາບ ຜ່ານສອງສົງຄາມອິນດູຈີນ, ໜ້າ 376-377).
ການຄົ້ນຄ້ວາໂດຍ ສະຖາບັນຄົ້ນຄວ້າ ຍຸດທະສາດ-ກອງທັບອາເມລິກາ ໃຫ້ຄຳເຫັນວ່າ: “ການຄຸ້ມຄອງລະບົບພະລາທິການ ຂອງຫວຽດນາມເໜືອ ໄດ້ເປັນສິ່ງທີ່ສະແດງໃຫ້ເຫັນວ່າ ແມ່ນໜຶ່ງໃນກຸນແຈທີ່ພາໄປເຖິງການຜົນສຳເລັດຂອງການຕໍ່ສູ້ຕ້ານຄືນຊາວຝະລັ່ງ ແລະ ອາເມລິກາ.
ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຫວຽດນາມ, ບັນດາຖານທີ່ໝັ້ນ ໂດຍ ທ່ານພົນເອກ ຢາບ ໄດ້ໃຫ້ສ້າງໃນຕະຫຼອດໄລຍະສົງຄາມ ແມ່ນໄດ້ມອບໃຫ້ກອງທັບປະຊາຊົນຫວຽດນາມ ໃນຕໍາແໜ່ງທີ່ຕັ້ງຍຸດທະສາດຫວຽດນາມ ປະກອບສ່ວນ ເຂົ້າໃນການຕໍ່ສູ້ຕີປະລາໄຊກຳລັງທະຫານພາກເໜືອຫວຽດນາມ”. ພ້ອມກັບໄຊຊະນະບົນພື້ນຖານການຊີ້ນຳຍຸດທະສາດທີ່ຖືກຕ້ອງ, ຕ້ອງຢືນຢັນວ່າ: “ນາຍພົນ ຢາບ ແມ່ນປະລຳມະຈານກ່ຽວກັບການນຳໃຊ້ຍຸດໂທພະລາທິການ”.
ຕາມທັດສະນະຂອງນາຍທະຫານ ແລະ ບັນດານັກຄົ້ນຄ້ວາການທະຫານຝ່າຍຕາເວັນຕົກແລ້ວ, ພົນເອກ ຫວໍ ງວຽນ ຢາບ ແມ່ນພົນເອກພິເສດທີ່ສຸດ. ພົນເອກ Peter Macdonald ໃຫ້ຄໍາເຫັນວ່າ: "ທ່ານເປັນນາຍພົນຄົນດຽວທີ່ປຸກລະດົມບັ້ນສົງຄາມຕ້ານສັດຕູ ໂດຍສະຖານະການກຳລັງທີ່ອ່ອນແອຢ່າງຮ້າຍແຮງ: ຂາດວັດຖຸອຸປະກອນ, ຂາດທຶນແຫຼ່ງການເງິນ, ເລີ່ມຕົ້ນແຕ່ບໍ່ມີທະຫານ", ແຕ່ຍັງສາມາດເອົາຊະນະຕິດຕໍ່ກັນໄດ້ ຈາກພວກທະຫານຍີ່ປຸ່ນ ຈົນເຖິງກອງທັບຝຣັ່ງ, ຈັກກະພັດຫົວເມືອງຂຶ້ນໃຫຍ່ອັນດັບສອງ (ຖັດຈາກອັງກິດ) ແລະ ສະຫະລັດອາເມລິກາ, ເຊິ່ງເປັນໜຶ່ງໃນສອງປະເທດມະຫາອຳນາດຂອງໂລກ…
ຍັງມີການຕີລາຄາອີກຫຼາຍຢ່າງກ່ຽວກັບໄຊຊະນະຂອງພົນເອກ ຫວໍ ງວຽນ ຢາບ ຈາກນາຍພົນທະຫານ ແລະ ນັກຄົ້ນຄ້ວາຝ່າຍຕາເວັນຕົກ ເຊິ່ງໃນບົດຂ່າວນີ້ ບໍ່ສາມາດເລົ່າໝົດໄດ້.
ອານຸໄຊ ສະຫວັດ