ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ

21:18 | 23/09/2023

ຍສໝ - ລາຍການພິເສດ ສະເຫລີມ ສະຫລອງ 120 ປີ ແຫ່ງການທ່ອງທ່ຽວ ຊາປາ ໄດ້ໄຂຂຶ້ນຢູ່ ແຂວງລາວກາຍ ເມື່ອບໍ່ ດົນ ມານີ້.ໃນໂອກາດນີ້ ທ່ານ ເຈິ່ນຮົ່ງຮ່າ,ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງ ວິວັດການສ້າງຕັ້ງ, ພັດທະ ນາ ການທ່ອງທ່ຽວ ຊາປາ ໃນໄລຍະ 120 ປີຜ່ານ ມາ

ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ
ລາວກາຍ ໃຫ້ຈະຈັດງານບຸນດອກກຸຫຼາບ ລາວກາຍ ໃຫ້ຈະຈັດງານບຸນດອກກຸຫຼາບ

ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ລາຍການພິເສດ ສະເຫລີມ ສະຫລອງ 120 ປີ ແຫ່ງການທ່ອງທ່ຽວ ຊາປາ ໄດ້ໄຂຂຶ້ນຢູ່ ແຂວງລາວກາຍ ເມື່ອບໍ່ ດົນມານີ້.ໃນໂອກາດນີ້ ທ່ານ ເຈິ່ນຮົ່ງຮ່າ,ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງ ວິວັດການສ້າງຕັ້ງ, ພັດທະນາ ການທ່ອງທ່ຽວ ຊາປາ ໃນໄລຍະ 120 ປີຜ່ານ ມາ, ຈາກເຂດປະຖົມ ປະຖານ ຄ່ອຍໆ ກາຍເປັນ ສູນທ່ອງທ່ຽວ ບຳລຸງສຸຂະພາບ ລະດັບສາກົນ ແລະ ມີມາດຕະການ ແກ້ໄຂສັງລວມ, ຄົບຊຸດ ເພື່ອແນໃສ່ ມຸ່ງໄປເຖິງ ການກໍ່ສ້າງ ຊາປາ ພັດທະນາ ແບບຍືນຍົງ ແລະ ປະສົມກົມກຽວ.

ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ

ຕິດພັນກັບ ການອະນຸລັກຮັກສາ ບັນດາຄຸນຄ່າ ຫລັກແຫລ່ງ ໂດຍສຸມໃສ່ ຫັນການທ່ອງທ່ຽວ ເປັນສີຂຽວ; ພັດທະນາ ບັນດາຮູບແບບ ການທ່ອງທ່ຽວ ໂດຍອີງໃສ່ ລະບົບ ຊີວະພາບ; ເສີມຂະຫຍາຍ ຄຸນຄ່າ ວັດທະນະທໍາ ພື້ນເມືອງ ເພື່ອຊຸກຍູ້ ເສດຖະກິດ ການທ່ອງທ່ຽວ; ຖືເສດ ຖະກິດ ການທ່ອງທ່ຽວ ເປັນພື້ນຖານ ເພື່ອອະນຸລັກ ຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າ ວັດທະນະທຳ ທ້ອງຖິ່ນ. ນີ້ແມ່ນທ່າແຮງ ສະເພາະ ຂອງ ຊາປາ ແລະ ກໍ່ຍັງ ເປັນທ່າອ່ຽງ ລວມໃນໂລກ.ນອກນີ້ ຍັງຍູ້ແຮງ ການຫັນເປັນ ດິຈິຕອນ ໃນການພັດທະນາ ການທ່ອງທ່ຽວ; ເອົາໃຈໃສ່ ໂຄສະນາ ການທ່ອງທ່ຽວ ຜ່ານຜະລິດ ຕະພັນ ດ້ານສິ ລະປະ; ເພີ່ມທະວີ ການເຊື່ອມຕໍ່ ເພື່ອສ້າງລະບົບ ມູນຄ່າເພີ່ມ; ສຸມໃສ່ ພັດທະນາ ແຫລ່ງຊັບພະຍາກອນ ມະນຸດ ຮັບໃຊ້ ການທ່ອງທ່ຽວ ຄຸນນະພາບສູງ./.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.