ຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ (ລາວ) ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi

06:51 | 23/09/2024

ຍສໝ - ວັນທີ 19-20 ກັນຍາ 2024, ຄະນະປະຕິບັດງານສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພະເຖລານຸເຖລະ, ພຸດທະສາສະນິກະຊົນຂອງວັດ ເຟີດຕິກ, ວັດ ໂສກປ່າຫຼວງ ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມວິສາຫະກິດ ຫວຽດນາມ ​ຢູ່​ພາກ​ເໜືອ​ລາວ ​ແລະ ບັນດາຜູ້​ມີຄວາມເມດຕາ ຫວຽດນາມ - ລາວ ​ໄດ້​ລົງ​ຢື້ຢາມ, ລະດົມ, ໜູນ​ຊ່ວຍ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ Yagi ຢູ່​ແຂວງ ຫຼວງ​ນ້ຳທາ.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ເສີມຂະຫຍາຍ​ປະ​ເພນີ​ແຫ່ງ​ຄວາມ​ສາມັກຄີ ແລະ ຈິດ​ໃຈ “ຮັກ​ແພງຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ”, ສະ​ຖານ​ກົງ​ສູນ​ໃຫຍ່​ ຫວຽດນາມ ປະຈຳ​ແຂວງ ຫຼວງ​ພະ​ບາງ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ພວມດຳ​ເນີນ​ທຸລະ​ກິ, ດຳລົງ​ຊີວິດ​ຢູ່ ລາວ, ວິ​ສາ​ຫະກິດ ຫວຽດນາມ, ບັນດາ​ອົງການ​ຕາງໜ້າ​ ຫວຽດນາມ ຢູ່​ພາກ​ເໜືອ​ລາວ ສົມທົບ​ກັນເພື່ອໜູນ​ຊ່ວຍ, ຊ່ວຍເຫຼືອ​ປະຊາຊົນ ຫວຽດນາມ ​ແລະ ລາວ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ Yagi.

ຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ (ລາວ) ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi

ຄະນະປະຕິບັດງານສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພະເຖລານຸເຖລະ, ພຸດທະສາສະນິກະຊົນຂອງວັດ ເຟີດຕິກ, ວັດ ໂສກປ່າຫຼວງ ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມວິສາຫະກິດ ຫວຽດນາມ ​ຢູ່​ພາກ​ເໜືອ​ລາວ ​ແລະ ບັນດາຜູ້​ມີຄວາມເມດຕາ ຫວຽດນາມ - ລາວ ​ໄດ້​ລົງ​ຢື້ຢາມ, ລະດົມ, ໜູນ​ຊ່ວຍ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ Yagi ຢູ່​ແຂວງ ຫຼວງ​ນ້ຳທາ.

ໃນຈຳນວນເງິນທີ່ລະດົມໄດ້, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ຫັກອອກ 200.000.000 ກີບ (ເກືອບ 223 ລ້ານດົ່ງ) ພ້ອມດ້ວຍເງິນຈຳນວນ 300.000.000 ກີບ (ເກືອບ 335 ລ້ານດົ່ງ) ໂດຍບັນດາະເຖລານຸເຖລະ, ພຸດທະສາສະນິກະຊົນຂອງວັດ ເຟີດຕິກ, ວັດ ໂສກປ່າຫຼວງ ຢູ່ນະຄອນຫຼວງວຽງຈັນ ບໍລິຈາກໄດ້ ມອບໃຫ້ແກ່ 500 ຄົວເຮືອນໃນ 5 ບ້ານ (ບ້ານຂອນ, ບ້ານຫຼວງ, ບ້ານໄມ, ບ້ານປາສັກ ແລະ ບ້ານວຽງເໜືອ) ຂອງແຂວງຫຼວງນ້ຳທາ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ແຕ່ລະຄອບຄົວ 1.000.000 ກີບ (ເກືອບ 1.000.000 ດົ່ງ).

ການ​ເຄື່ອນ​ໄຫວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກແພງ​ອັນ​ເລິກ​ເຊິ່ງຂອງ​ຊາວ​ຫວຽດນາມ​ ທີ່ພວມໄປປະຕິບັດງານ ແລະ ດຳ​ເນີນ​ທຸລະ​ກິດ, ດຳລົງ​ຊີວິດ​ຢູ່​ລາວ​ ​ທີ່​ມີ​ຕໍ່​ຊາວ​ເຜົ່າ​ລາວ ​ຢູ່​ແຂວງ ຫຼວງ​ນ້ຳທາ. ການກະທຳ​ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກທັນທີ, ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ນອກຈາກນັ້ນ, ຄະນະປະຕິບັດງານສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ຍັງໄດ້ໃຊ້ເວລາໄປຢື້ຢາມຖາມຂ່າວ ແລະ ລະດົມບັນດາຄອບຄົວຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ ຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກພະຍຸ, ໄພນ້ຳຖ້ວມໃນໄລຍະຜ່ານມາ.

ໂດຍໄດ້ຮູ້ວ່າ ໃນຊຸມມື້ຕົ້ນເດືອນກັນຍາ 2024, ພາຍຸYagi ເຊິ່ງເປັນພະຍຸທີ່ແຮງທີ່ສຸດໃນປະຫວັດສາດໃນຮອບ 30 ປີຜ່ານມາ ໄດ້ພັດເຂົ້າ ຫວຽດນາມ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນບັນດາແຂວງພາກເໜືອຂອງຫວຽດນາມ ແລະ ລົມພັດແຮງຂອງພະຍຸດັ່ງກ່າວ ເຮັດໃຫ້ເກີດມີຝົນຕົກໜັກ ເຮັດໃຫ້ບາງແຂວງພາກເໜືອຂອງລາວ ພິເສດແມ່ນແຂວງ ຫຼວງນ້ຳທາ ຖືກນໍ້າຖ້ວມໜັກ.

ຢູ່ລາວ, ສະຖິຕິຜົນເສຍຫາຍຈາກພະຍຸ Yagi ສະແດງໃຫ້ເຫັນວ່າ 99 ເມືອງ ແລະ 1.099 ບ້ານຖືກນໍ້າຖ້ວມ, ມີຜູ້ເສຍຊີວິດ 05 ຄົນ, ບາດເຈັບ 1 ຄົນ ແລະ ຫຼາຍ​ຄອບຄົວ​ຕົກ​ຢູ່​ໃນສະພາບ​ຖືກ​ເສຍເຮືອນ, ​ຜົນລະປູກ​ຫຼາຍ​ເຮັກຕາ​ຖືກ​ນ້ຳ​ຖ້ວມ,ກິດຈະກຳສາທາລະນະ​ຫຼາຍ​ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ໃນ​ນັ້ນ​ມີ 1 ຄົນ​ເສຍ​ຊີວິດ​ຢູ່​ແຂວງ​ຫຼວງ​ນ້ຳທາ, ​ແລະ 4.159 ຄົນ​ໄດ້​ຮັບ​ບາດ​ເຈັບ. 19 ບ້ານຖືກນໍ້າຖ້ວມຫຼາຍວັນ, 18 ບ້ານຖືກນໍ້າຖ້ວມເສຍຫາຍໜັກໜວ່ງ.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

ຍສໝ - ອິນ​ເດຍ​ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ 35 ​ໂຕນ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​​ຜ່ານ​ຜ່າ​ຜົນ​ຮ້າຍທີ່ຕາມມາ​ຈາກ​ພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມ​ມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.