ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ

13:54 | 05/01/2024

ຍສໝ​ - ວັນທີ 7 ມັງກອນ, ຄະນະກໍາມະການປະຊາຊົນເທດສະບານ ແທ້ງອ່ານ (ເມືອງ ວີ້ງແທ້ງ, ນະຄອນ ເກີ່ນເທີ) ໄດ້ສົມທົບກັບກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VK) ສະຫຼອງເປີດຂົວມິດຕະພາບ VK 282.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ
ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຂົວ VK 282 ຫຼື ເອີ້ນອີກຊື່ໜຶ່ງວ່າ ຂົວ ເບີບ່າວ 1, ຢູ່ບ້ານ ໄທກີ, ເທດສະບານ ແທ້ງອ່ານ, ເມືອງ ວິ້ງແທ້ງ ມີຄວາມຍາວ 34 ແມັດ, ກວ້າງ 3,5 ແມັດ, ດ້ວຍມູນຄ່າການກໍ່ສ້າງເກືອບ 500 ລ້ານດົ່ງ. ໃນ​ນັ້ນ, ກຸ່ມ VK ​ໄດ້​ໜູນ​ຊ່ວຍ​ທ້ອງ​ຖິ່ນ 50% ​ໃນ​ຍອດ​ມູນ​ຄ່າ​ການ​ກໍ່ສ້າງ, ​ເມືອງ ວິ້ງແທ້ງ ໜູນ​ຊ່ວຍ 30 ລ້ານ​ດົ່ງ, ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ແທ້ງ​ຝູ, ​ເມືອງ ເກີດໍ ໜູນ​ຊ່ວຍ 30 ລ້ານ​ດົ່ງ; ເຂດທາງສາສະໜາ ຈິ່ງເວື່ອງ ໄດ້​ປຸກລະດົມ​ບັນດາ​ສາສະນິກະຊົນປະກອບສ່ວນ 190 ລ້ານ​ດົ່ງ. ຂົວ​ດັ່ງກ່າວ​ ໄດ້​ເປີດສະຫຼອງ ແລະ ​ນຳ​ໃຊ້​ພາຍຫຼັງ​ກໍ່ສ້າງ​ເກືອບ 2 ​ເດືອນ.

ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ

“ຂົວ VK282 ​ ໄດ້​ເປີດສະຫຼອງ ແລະ ​ນຳເຂົ້າ​ໃຊ້ການ​​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ເດີນທາງ​ໄປ​ມາ​ສະດວກສະບາຍ​ໃນ​ການ​ຄ້າ​ສິນຄ້າ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ”, ທ່ານ ຟ້າ​ມມິນ​ຈິ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເທດສະບານ ແທ້ງ​ອ່ານ ​ໃຫ້​ຮູ້​.

ທ່ານນາງ ຫງວຽນທິອຽນທູ, ຮອງຫົວໜ້າກຸ່ມ VK ໃຫ້ຮູ້ວ່າ: "ໃນກວ່າ 20 ປີແຫ່ງການເຄື່ອນໄຫວ, ກຸ່ມ VK ໄດ້ກໍ່ສ້າງຂົວມິດຕະພາບ 282 ຂົວໃນທົ່ວປະເທດ. ຢູ່​ນະຄອນ ​ເກີ່ນ​ເທີ, ກຸ່ມໄດ້​ກໍ່ສ້າງ ​ແລະ ນຳ​ໃຊ້ 16 ຂົວ. ​ເນື່ອງ​ໃນ​ໂອກາດ​ນີ້, ກຸ່ມ VK ​ໄດ້​ມອບ​ຂອງຂວັນ 30 ພູດ ​ໃຫ້​ແກ່​ນັກຮຽນ ​ແລະ ຄູ​ອາຈານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເນື່ອງ​ໃນ​ໂອກາດບຸນເຕັດ ປີມະໂລງ".

ມິງດຶກ

ເຫດການ
302 Found

Found

The document has moved here.