UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ

15:21 | 16/08/2024

ຍສໝ - ວັນທີ 8 ສິງຫາ, ລັດຖະບານຫວຽດນາມ ໄດ້ປະກາດຢ່າງເປັນທາງການຂອງໂຄງການ​ກະທຳແຫ່ງຊາດ (NAP) ຄັ້ງທໍາອິດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ເຊິ່ງເປັນຂີດໝາຍປະຫວັດສາດໃນຄໍາໝັ້ນສັນຍາຂອງຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດສັນຕິພາບ ແລະຄວາມໝັ້ນຄົງ.

ຊອກຮູ້ກ່ຽວກັບຮູບແບບລ້ຽງຊີບຂອງບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN ຊອກຮູ້ກ່ຽວກັບຮູບແບບລ້ຽງຊີບຂອງບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN
ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

NAP ໄດ້ຖືກ​ສ້າງຂຶ້ນ​ໂດຍອີງໃສ່ 4 ເສົາຄໍ້າ​ຂອງໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ​ແລະຄວາມໝັ້ນຄົງ, ລະອຽດລວມມີ: ການ​ເຂົ້າຮ່ວມ, ການ​ປົກ​ປັກ​ຮັກສາ, ປ້ອງ​ກັນ ​ແລະຊ່ວຍເຫຼືອການຟື້ນ​ຟູ. ​ໂຄງການ​ຍັງ​ກ່າວ​ເຖິງ​ການ​ຮ່ວມ​ມື​ສາກົນ, ​ເນັ້ນ​ໜັກ​ເຖິງຄໍາໝັ້ນສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມທົ່ວ​ໂລກ ​ເພື່ອ​ແນ​ໃສ່​ຊຸກຍູ້​ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ​ແລະ ຄວາມໝັ້ນຄົງ.

Ông Đỗ Hùng Việt, Thứ trưởng Bộ Ngoại giao phát biểu tại lễ công bố. (Ảnh: UN Women)  ທ່ານ ໂດຮຸ່ງຫວຽດ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ປະກອບຄໍາເຫັນໃນ​ພິທີ​ປະກາດຢ່າງເປັນທາງການ. (ພາບ: ແມ່ຍິງສະຫະປະຊາຊາດ)

ທ່ານ ໂດຮຸ່ງຫວຽດ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ປະກອບຄໍາເຫັນໃນ​ພິທີ​ປະກາດຢ່າງເປັນທາງການ. (ພາບ: UN Women)

ທ່ານ​ນາງ Sima Bahous ຜູ້​ອຳ​ນວຍ​ການ​ຝ່າຍບໍ​ລິ​ຫານ​ທົ່ວ​ໂລກ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອສົ່ງເສີມບົດບາດ​ຍິງ-​ຊາຍ ແລະຄວາມກ້າວໜ້າ​ຂອງ​ແມ່​ຍິງ (UN Women) ສະ​ແດງ​ຄວາມສະ​ໜັບ​ສະ​ໜູນຕໍ່ NAP ຂອງ​ຫວຽດ​ນາມ: “ການ​ຜັນຂະຫຍາຍ​ໂຄງ​ການກະທຳແຫ່ງ​ຊາດ​ຂອງ​ຫວຽດ​ນາມ ໄດ້ດຳເນີນໃນຊ່ວງ​ເວ​ລາ​ສຳ​ຄັນ, ເມື່ອ​ສິ່ງ​ທ້າ​ທາຍຕ່າງໆທົ່ວໂລກ ກໍາລັງ​ສົ່ງ​ຜົນ​ກະທົບໃສ່​ພວກເຮົາໝົດທຸກຄົນ. ແມ່ຍິງ ແລະ​ເດັກ​ນ້ອຍໃນ​ທົ່ວ​ໂລກ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບຄວາມເສຍ​ຫາຍ ​ແລະການ​ຈຳແນກການປະພຶດຫຼາຍຢ່າງ. ສະນັ້ນ ການເປີດຕົວ​ໂຄງການ​ກະທຳແຫ່ງ​ຊາດ​ນີ້ ຈິ່ງກາຍເປັນມີ​ສຳຄັນຫຼາຍ​ກ່ວາເກົ່າ. UN Women ພ້ອມທີ່ຈະ​ຊ່ວຍເຫຼືອ​ລັດຖະບານ ຫວຽດນາມ ເປີດກວ້າງການພົວພັນ​ຄູ່​ຮ່ວມ​ມື, ໝູນ​ໃຊ້​ບັນດາແຫຼ່ງກຳລັງ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ແມ່ຍິງ ຫຼື​ເດັກນ້ອຍ​ຖືກ​ປະ​ຢູ່ເບື້ອງຫຼັງ”.

ໂຄງ​ການ NAP ໄດ້​ລະ​ບຸ​ເປົ້າ​ໝາຍ​ສະ​ເພາະ​ຢ່າງ​ລະອຽດ, ລວມ​ມີ ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ, ສະ​ເໝີ​ພາບ ແລະມີ​ຄວາມ​ໝາຍ​ຂອງ​ແມ່​ຍິງ​ໃນ​ດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ ແລະການ​ຮັບມືກັບ​ການໃຊ້ຄວາມ​ຮຸນ​ແຮງ​ທາງ​ເພດ. NAP ກໍ່ນໍາເອົາບັນຫາບົດບາດຍິງຊາຍເຂົ້າໃນບັນດາຍຸດທະສາດການຮັບມືກັບຂໍ້ຂັດແຍ່ງ, ການປະທະກັນ, ວິກິດການ, ໄພພິບັດ ແລະບັນດາສິ່ງທ້າທາຍດ້ານຄວາມປອດໄພແບບໃຫມ່ເຊັ່ນ ການປ່ຽນແປງດິນຟ້າອາກາດ ແລະຄວາມປອດໄພທາງອິນເຕີເນັດ.

Các đại biểu tham dự Hội thảo xây dựng Chương trình triển khai NAP. (Ảnh: UN Women)  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກ່ຽວກັບການກໍ່ສ້າງໂຄງການຜັນຂະຫຍາຍ NAP. (ພາບ: ແມ່ຍິງສະຫະປະຊາຊາດ)
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການສ້າງໂຄງການຜັນຂະຫຍາຍ NAP. (ພາບ: UN Women)

​ເນື່ອງ​ໃນ​ໂອກາດ​ພິທີ​ປະກາດຢ່າງເປັນທາງການທີ່​ດຳ​ເນີນ​ຢູ່​ນະຄອນ​ດ່າ​ໜັງ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ UN Women ​ໄດ້​ຈັດ​ກອງ​ປະຊຸມສໍາມະນາການສ້າງ​ໂຄງການດໍາເນີນງານ NAP. ກອງ​ປະຊຸມ​ຄັ້ງ​ນີ້ແນ​ໃສ່ເພື່ອ​ປະຕິບັດ​ໂຄງການ​ຢ່າງ​ມີ​ປະສິດທິ​ຜົນ, ກຳນົດ​ການ​ປະສານ​ງານ​ຢ່າງ​ຈະ​ແຈ້ງ, ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະການ​ລົງທຶນ​ຢ່າງ​ເຂັ້ມແຂງແມ່ນ​ກຳລັງ​ໜູນ​ສຳຄັນ​ໃນ​ການ​ປ່ຽນແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ແມ່ຍິງ ​ແລະເດັກ​ຍິງ, ກໍ່ຄືການປະກອບສ່ວນ​ຮັກສາ​ສັນຕິພາບ​ຢູ່ ຫວຽດນາມ.

ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ​ແລະຄວາມ​ໝັ້ນຄົງ ​ຮຽກຮ້ອງ​ໃຫ້​ມີ​ການ​ປະສານ​ສົມທົບ​ກັນກັບຂະແໜງການປະສົມລະຫວ່າງຫຼາຍ​ພາກສ່ວນ​ທີ່​ກ່ຽວຂ້ອງ, ນັບ​ແຕ່​ການ​ນຳ​ຂັ້ນ​ສູງ​ເຖິງ​ບັນດາ​ອົງການ​ແມ່ຍິງ, ສຳມະນາກອນ ​ແລະບັນດາ​ອົງການຈັດຕັ້ງ​ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ.

ທ່ານນາງ Ryce Chanchai ຜູ້ຄຸ້ມຄອງຂົງເຂດໂຄງການກ່ຽວກັບການບລິຫານ ແລະແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງໃນອາຊຽນຂອງUN Women ໄດ້ໃຫ້ຄຳເຫັນວ່າ: “ເປັນໂຄງການໜຶ່ງທີ່ຜັນຂະຫຍາຍຢ່າງຈະແຈ້ງ ແລະສາມາດວັດແທກໄດ້ຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການອຸປະຖໍາ ແລະຮຽກຮ້ອງໃຫ້ມີການເພີ່ມການລົງທຶນເຂົ້າໃນໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ສິ່ງນີ້ຈະຊ່ວຍ​ຮັກສາກໍາລັງໜູນ ​ແລະສືບ​ຕໍ່​ດຶງ​ດູດ​ການ​ສະໜັບສະໜູນ​​ຈາກ​ບັນດາ​ກະຊວງ ແລະອົງການຫຼັກແຫຼ່ງທີ່​ກ່ຽວຂ້ອງ​ຢູ່​ ຫວຽດນາມ”.

ຫວຽດນາມ​​ບັນລຸໄດ້​ຄວາມ​ກ້າວໜ້າຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ-​ຊາຍ, ພິສູດໃຫ້ເຫັນໂດຍຜ່ານການຈັດ​ອັນ​ດັບທົ່ວ​ໂລກຂອງຫວຽດນາມ ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ-​ຊາຍ​ຂອງ ​ຫວຽດນາມ ທີ່​ໄດ້ເລື່ອນຈາກ​ອັນ​ດັບທີ 83 ຂຶ້ນ​ເປັນ 72 ​ໃນ​ຈຳນວນ 146 ປະ​ເທດ ​ນັບ​ແຕ່​ໄດ້​ຜ່ານໂຄງການດຳເນີນງານ ​ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ຫວຽດນາມກໍ່​ໄດ້​ປະກາດໃຊ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​​ຍິງ-​ຊາຍ (2006), ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​​ຍິງ-​ຊາຍ (2021-2030) ​ແລະກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານການໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ (2022).

​ໃນ​ເວທີສາກົນ, ຫວຽດນາມຍາມ​ໃດ​ກໍ່​​ອອກສຽງຢ່າງເຂັ້ມ​ແຂງໃນການ​ສະໜັບສະໜູນ​ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ​ແລະຄວາມ​ໝັ້ນຄົງ. ພິເສດ, ຫວຽດນາມ​ໄດ້ເປັນຜູ້​ນຳ​ໜ້າ​ການ​ສະ​ເໜີ​ມະຕິ ​1889 ຂອງສະພາ​ຄວາມ​ໝັ້ນຄົງ ​ສະຫະ​ປະຊາ​ຊາດ​​ໃນ​ປີ 2009, ສຸມ​ໃສ່​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ສ້າງສັນຕິພາບ​ພາຍຫຼັງ​ການ​ປະ​ທະ​ກັນ. ​ໃນອາຍຸການ​ດຳລົງ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ບໍ່​ຖາວອນ ຂອງສະພາ​ຄວາມ​ໝັ້ນຄົງ​ ສະຫະ​ປະຊາ​ຊາດ (2020-2021), ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ “​ຍົກສູງ​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ສ້າງ ​ແລະປັບປຸງສັນຕິພາບ: ຈາກ​ຄຳ​ໝັ້ນ​ສັນຍາ​ໄປສູ່ຜົນສໍາເລັດ” ​ແລະຜ່ານ​ຄຳ​ໝັ້ນ​ສັນຍາ​ການກະທຳ ຮ່າ​ໂນ້ຍ ກັບຜູ້ອຸປະຖໍາຮ່ວມຂອງ 75 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​. ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ນີ້​ອີກ​ເທື່ອ​ໜຶ່ງ​ ໂດຍ​ໄດ້ຮັບການ​ເລືອກ​ຕັ້ງ​ເຂົ້າ​ໃນສະພາ​ຄະນະ​ບໍລິຫານ​ງານ​ UN Women ອາຍຸການ 2025-2027.

ນັບແຕ່ປີ 2021 ເປັນຕົ້ນມາ, UN Women ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກແກ່ລັດຖະບານຫວຽດນາມ ໃນຂະບວນການສ້າງ NAP, ໂດຍຮັບການສະໜັບສະໜູນຈາກລັດຖະບານການາດາ, ລາຊະອານາຈັກອັງກິດ, ອຽກລັງ ເໜືອ, ອົດສະຕາລີ ແລະ ສ.ເກົາຫຼີ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.