ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

10:59 | 25/07/2024

ຍສໝ -ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າ​ງ​ຢາງ ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານຂອງລາວ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ
ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ວັນທີ 15 ກໍລະກົດນີ້, ໃນຂອບເຂດສັບປະດາລັດຖະມົນຕີ ເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງໄດ້ດໍາເນີນວາລະສະເໜີບົດລາຍງານຄວາມສະໝັກໃຈກ່ຽວກັບການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ.

Phó Thủ tướng, Bộ trưởng Ngoại giao Lào Saleumxay Kommasith và Đại sứ Đặng Hoàng Giang.  ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ.

ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ໄດ້​ສະ​ເໜີ​ບົດ​ລາຍ​ງານ VNR ຂອງ​ລາວ, ແນະນຳ​ຄວາມ​​ພະຍາຍາມ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້, ພ້ອມ​ທັງ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການ​ປະຕິບັດ​ບັນດາເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກ​ໃນ​ບັນຫາ​ນີ້.

Đại sứ Đặng Hoàng Giang phát biểu tại phiên họp.  ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຈູງ, ຫົວໜ້າ​ຄະນະ​​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ຊົມ​ເຊີຍ​ລາວ ​ກ່ຽວ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານມາ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທີ່ຕ້ອງປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ໄດ້​ຕີ​ລາຄາ​ສູງ​ວິວັດ​ການ​ຮອບດ້ານ ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ພາຍ​ໃຕ້ 6 ເສົາ​ຄ້ຳ​ການ​ຫັນ​ປ່ຽນ ເພື່ອ​ເສີມ​ຂະ​ຫຍາຍ​ການ​ປະ​ຕິ​ບັດ ແລະ ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່ຫວັງ​​ຢາກ​ໃຫ້​ລາວ ​ແບ່ງປັນ​ປະສົບ​ການ​ກັບ​ບັນດາ​ປະ​ເທດ​ໃນ​ການ​ຮັບປະກັນ​ການ​ເຊື່ອມ​ຈອດ​ ລະຫວ່າງ​ການ​ປະຕິບັດ​ບັນດາ​ບຸລິມະສິດ​ພັດທະນາ​ປະ​ເທດ​ຊາດ, ປະຕິບັດ​ບັນດາເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການຫຼຸດພົ້ນອອກຈາກ​ກຸ່ມ​ປະ​ເທດ​ດ້ອຍ​ພັດທະນາ, ຄາດ​ວ່າ​ຮອດ​ປີ 2026.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.