​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

21:32 | 18/09/2024

ຍສໝ - ອິນ​ເດຍ​ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ 35 ​ໂຕນ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​​ຜ່ານ​ຜ່າ​ຜົນ​ຮ້າຍທີ່ຕາມມາ​ຈາກ​ພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມ​ມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi.

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3
ບັນດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ພາຍຸ Yagi

ອິນ​ເດຍ ​ໄດ້​ສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 35 ​ໂຕນ ດ້ວຍ​ມູນ​ຄ່າ 1 ລ້ານ USD ​ເພື່ອ​ໜູນ​ຊ່ວຍ ​ຫວຽດນາມ ພາຍຫຼັງ​ພາຍຸ Yagi

​ໃນ​ຂອບ​ເຂດ​ຍຸດທະນາການ Sadbhav (Goodwill - ເຈດຕະນາດີ), ລັດຖະບານ​ ອິນ​ເດຍ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໄປ​ ຫວຽດນາມ ​ໃນ​ວັນ​ທີ 15 ກັນຍາ​ນີ້ ​ເພື່ອ​ໜູນ​ຊ່ວຍ​ຊຸມຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢູ່ບາງແຂວງ, ນະຄອນ​ທາງ​ພາກ​ເໜືອ​ຂອງ​ຫວຽດນາມ ພາຍຫຼັງພາຍຸ Yagi.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

ອິນ​ເດຍ ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​​ມະ​ນຸດ​ສະ​ທຳ​ໃຫ້​ ຫວຽດ​ນາມ ດ້ວຍ​ມູນ​ຄ່າ 1 ລ້ານ USD

ຫວ່າງ​ມໍ່ໆ​ມາ​ນີ້, ຕາງໜ້າໃຫ້​ລັດຖະບານ ​ແລະ ປະຊາຊົນ​ ອິນ​ເດຍ, ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ໄດ້​ສົ່ງ​ຄຳແບ່ງປັນຄວາມເຫັນໃຈ ແລະ ​ສະ​ແດງ​ຄວາມ​ສາມັກຄີ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງຈິງ. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອິນ​ເດຍ, ປອ S. Jaishankar ກໍ່ໄດ້ສົ່ງ​​ຄຳແບ່ງປັນຄວາມເຫັນໃຈມາ​ຍັງ​ຮອງ​ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ, ທ່ານ ບຸ່ຍ​ແທງ​ເຊີນ ກ່ຽວກັບຄວາມ​ເສຍ​ຫາຍຈາກ​ພາຍຸ.

ລັດຖະບານ ​ອິນ​ເດຍ ຢືນຢັນ​ວ່າ ການເຄື່ອນໄຫວ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ຫວຽດນາມ ​ແມ່ນ​ຫຼັກຖານພະຍານ​ໃຫ້​ແກ່​ສາຍ​ພົວພັນອັນຍາວນານທີ່ໝັ້ນແກ່ນ​ລະຫວ່າງ​ສອງ​ປະ​ເທດ, ໄດ້​ຂີດໝາຍໂດຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ຍຸດທະນາການ Sadbhav (ເຈດຕະນາດີ) ແມ່ນສ່ວນຫນຶ່ງຂອງຄວາມພະຍາຍາມຂະຫນາດໃຫຍ່ຂອງ ອິນເດຍ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວໜູນຊ່ວຍດ້ານມະນຸດສະທໍາ ແລະ ການຊ່ວຍເຫຼືອໄພພິບັດຢູ່ພາກພື້ນ ອາຊຽນ, ເໝາະສົມກັບ 'ນະໂຍບາຍກະທຳມຸ່ງໄປທາງຕາເວັນອອກ' ອັນຍາວນານຂອງ ອິນເດຍ.

​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ປະຈຳ ຫວຽດນາມ ​ໄດ້​ມອບ​ບັນດາ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ຫົວໜ້າກົມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ເພື່ອມອບໃຫ້​ກົມ​ຄຸ້ມ​ຄອງຄັນຄູ ​ແລະ ປ້ອງກັນ, ຕ້ານ​ໄພ​ພິບັດ​ທຳ​ມະ​ຊາດ​ຂອງ​ກະຊວງ​ນີ້ ​ແລະ ຜູ້ຕາງໜ້າ​ແຂວງ ຕວຽນກວາງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​​ສົ່ງຄຳແບ່ງປັນຄວາມເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມຊາວ ​ອິນ​ເດຍ ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພາຍຸ Yagi ​ແລະ ກ່າວ​ວ່າ ບັນດາ​ວິ​ສາ​ຫະກິດ ​ແລະ ສະມາຊິກ​ຂອງ​ປະຊາ​ຄົມ​ຊາວ ​ອິນ​ເດຍ ຢູ່ ຫວຽດນາມ ​ໄດ້​ໜູນຊ່ວຍ ​ແລະ ປະກອບສ່ວນ​ຫຼາຍ​ດ້ານ​ໃຫ້​ແກ່​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi ແລະ ອົງການເຈົ້າໜ້າທີ່ຂອງ ​ຫວຽດນາມ.

ນູແວນເຊລັງ ປະກອບສ່ວນ​ຊ່ວຍ​ໃຫ້​ຫວຽດນາມ​ຜ່ານ​ຜ່າ​ຜົນ​ຮ້າຍຈາກ​ພາຍຸ​ Yagi

ລັດຖະບານ ນູແວນເຊລັງ ໄດ້ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມ​ມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi. ບ້ວງຊ່ວຍເຫຼືອນີ້ ຈະ​ຖືກ​ສົ່ງ​ໃຫ້ຜ່ານບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານທີ່ເປັນຄູ່​ຮ່ວມ​ມື​ຮັບ​ມື​ກັບ​ໄພພິບັດຂອງ ນິວຊີແລນ ແລະ ອົງການ​ສະຫະ​ປະຊາ​ຊາດ​ ປະຈຳ​ ຫວຽດນາມ, ​ໂດຍ​ສຸມ​ໃສ່​ການຮັບ​ມື​ສຸກ​ເສີນ ​ແລະ ການ​ຟື້ນ​ຟູການຫາລ້ຽງຊີບ.

​ໃນ​ຈົດໝາຍ​ຝາກ​ເຖິງ​​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ, ທ່ານ ບຸ່ຍ​ແທງ​ເຊີນ ລົງ​ວັນ​ທີ 16 ກັນຍາ, ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ແລະ ການ​ຄ້າ ນູແວນເຊລັງ, ທ່ານ Winston Peters ຂຽນ​ວ່າ: “ລັດຖະບານ ນູແວນເຊລັງ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງຜູ້ປະສົບເຄາະຮ້າຍຈາກພາຍຸ Yagi ຢູ່ພາກເໜືອຂອງຫວຽດນາມ. ປະຊາຊົນ ນູແວນເຊລັງ ທຸກຄົນໄດ້ມຸ່ງເຖິງບັນດາຜູ້ໄດ້ຮັບຜົນກະທົບ ແລະ ກຳລັງກູ້ໄພຢູ່ດ່ານໜ້າ… ນູແວນເຊລັງ ຫວັງວ່າຈະໝູນໃຊ້ຫຼາຍດ້ານຂອງການພົວພັນສອງຝ່າຍ ເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຄວາມຕ້ານທານຂອງ ຫວຽດນາມ ຕໍ່ໜ້າໄພພິບັດທີ່ຮ້າຍກາດດັ່ງກ່າວໃນອະນາຄົດ”.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

ໃນ​ຖານະ​ທີ່​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ​ຫວຽດນາມ, ນູແວນເຊລັງ ຢູ່ຄຽງຂ້າງກັບລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ນີ້.

ທ່ານ​ນາງ Caroline Beresford, ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ “​ໃນ​ຖານະ​ທີ່​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ​ຫວຽດນາມ, ນູແວນເຊລັງ ຢູ່ຄຽງຂ້າງກັບລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ນີ້. ພວກຂ້າພະເຈົ້າຫວັງວ່າການໜູນຊ່ວຍຂອງຕົນຈະໄປເຖິງຜູ້ທີ່ມີຄວາມຕ້ອງການໄດ້ຢ່າງວ່ອງໄວ, ປະກອບສ່ວນເຂົ້າໃນຄວາມພະຍາຍາມສຸກເສີນ ແລະ ຊ່ວຍເຫຼືອຊຸມຊົນທີ່ຖືກຜົນກະທົບໄດ້ຟື້ນຟູຊີວິດຂອງເຂົາເຈົ້າ”.

ພາຍຸ Yagi ແມ່ນພາຍຸທີ່ແຮງທີ່ສຸດໃນທະເລຕາເວັນອອກໃນຮອບ 30 ປີຜ່ານມາ ແລະ ເປັນພາຍຸທີ່ແຮງທີ່ສຸດທີ່ພັດເຂົ້າແຜ່ນດິນ ຫວຽດນາມ ໃນຮອບ 70 ປີຜ່ານມາ. ພາຍຸ​ຫົວ​ນີ້ ​ແລະ​ ​ສິ່ງ​ທີ່​ເຫຼືອ​ຢູ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໄປ​ທົ່ວ​ພາກ​ເໜືອ​ຂອງ​ຫວຽດນາມ. ມາ​ຮອດ​ວັນ​ທີ 15 ກັນຍາ, ມີ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ​ ແລະ ​ຫາຍ​ສາບ​ສູນ330 ຄົນ, ມີ​​ປະມານ 800 ຄົນຮັບບາດເຈັບຫລັງ​ຈາກ​ເກີດ​ໄພ​ນ້ຳ​ຖ້ວມເປັນວົງ​ກວ້າງ, ດິນ​ເຈື່ອນ ​ແລະ ຕົ້ນ​ໄມ້​ຫັກ. ຄາດ​ຄະ​ເນ​ການ​ສູນ​ເສຍ​ດ້ານເສດ​ຖະ​ກິດ​ເບື້ອງ​ຕົ້ນ​ບັນ​ລຸ 40 ຕື້​ດົ່ງ (1,6 ຕື້ USD).

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3

ຍສໝ - ຂໍ້​ມູນ​ດັ່ງກ່າວ​ໄດ້​ລົງ​ພິມ​ໃນ​ວັນ​ທີ 11 ກັນຍາ​ ​ຢູ່​ເວັບ​ໄຊ​ຂອງ​ສະຖານທູດ ​ແລະ ສະຖານ​ກົງສຸນ​ໃຫຍ່​ ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ສະ​ໜອງ​ເຂົ້າ​ສານສໍາຮອງ​ໃຫ້​ປະ​ຊາ​ຊົນ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ ກໍ່ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ມູນເຊື້ອສາມັກຄີຮັກແພງ​... ຂໍ້​ມູນໄດ້ຍົກຂື້ນ​ໃນ​ກອງ​ປະ​ຊຸມ​​ຕີ​ລາ​ຄາ​ວຽກ​ງານ​ຊີ້​ນຳ​ການຮັບມື, ສະ​ພາບ​ຄວາມ​ເສຍ​ຫາຍ ແລະ ຜັນຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຮີບດ່ວນຂອງ​ພະຍຸ​ລູກທີ 3 ເຊິ່ງ​ໄດ້​ດຳ​ເນີນ​ໃນ​​ວັນ​ທີ 8 ກັນຍາ ຢູ່​ຮ່າ​ໂນ້ຍ ​ໂດຍ​ການເປັນປະທານຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງ​ຈິ້ງ.

ມີງດຶກ

ເຫດການ
302 Found

Found

The document has moved here.