ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

23:07 | 18/07/2024

ຍສໝ - ວັນທີ 17 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈໍາ Fukuoka, ສະມາຄົມຊາວ ຫວຽດນາມ ປະຈຳ Saitama, ຍີ່ປຸ່ນ ແລະ ຊ່ອງໂທລະພາບ VTC 10 ຈັດຕັ້ງພິທີເປີດຕົວລາຍການ “ລະດູບານ​ໃໝ່ບ້ານເກີດເມືອງນອນ 2025” ຢູ່ ຍີ່ປຸ່ນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ສະຫຼອງລາຍການ, ທ່ານ​ນາງ ຫວູ​ຈິີມາຍ, ຫົວໜ້າກົງ​ສູນ​ໃຫຍ່ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ Fukuoka, ປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Fukuoka - ຍີ່ປຸ່ນ ​ໄດ້​ຈັດຕັ້ງ​ຫຼາຍ​ລາຍການ​ຢ່າງສຳເລັດຜົນດ້ວຍ​ຂອບຂະໜາດໃຫຍ່. ລະອຽດຄື​ການ​ປະ​ກວດ: ນາງ​ງາມມິດຕະພາບ ຫວຽດ​ນາມ - ຍີ່​ປຸ່ນ; ສັບປະດາອາພອນສະໄໝ ຊຸດເສື້ອຍາວ ຢູ່ Fukuoka. ໃນນັ້ນ, ສັບປະດາອາພອນສະໄໝ ຊຸດເສື້ອຍາວ ຢູ່ Fukuoka ໄດ້ສ້າງ 2 ສະຖິຕິຊາວ ຫວຽດນາມ ທົ່ວໂລກ ຄື: ເຫດການຈັດຮູບແຜນທີ່ ຫວຽດນາມ ທີ່ມີຈຳນວນຊາວ ຫວຽດນາມ ແລະ ຕ່າງປະເທດຮ່ວມກັນນຸ່ງຊຸດເສື້ອຍາວຫຼາຍທີ່ສຸດ; ງານ​ບຸນຂອງ​ຊາວ​ ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ​ທີ່ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຊຸມ​ຊົນ​ຊາວ​ ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ ແລະ ຕ້ອນ​ຮັບ​ບຸນ​ເຕັດປະເພນີ​ທີ່​ຫຼາກ​ຫຼາຍ​ທີ່​ສຸດ...

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ  ຫວຽດນາມ ຢູ່ ຍີ່ປຸ່ນ

ບັນຍາກາດພິທີເປີດຕົວລາຍການ "ລະດູບານ​ໃໝ່ບ້ານເກີດເມືອງນອນ 2025" ທີ່ປະເທດ ຍີ່ປຸ່ນ.

ງານບຸນລະດູບານ​ໃໝ່ບ້ານເກີດເມືອງນອນ ໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມຊາວຕ່າງປະເທດຢູ່ປະເທດ ຍີ່ປຸ່ນ ແລະ ຍັງເປັນເຫດການບຸນປີໃໝ່ທີ່ຈັດຂຶ້ນດ້ວຍຂອບຂະໜາດ ແລະ ຈຳນວນຜູ້ເຂົ້າຊົມໃຫຍ່ທີ່ສຸດ ຢູ່ ຍີ່ປຸ່ນ ແລະ ທົ່ວໂລກ.

ທ່ານ​ນາງ ຫວູຈິີມາຍ ​ໃຫ້​ຮູ້​ວ່າ: ​ລາຍການ​ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ 2025 ຢູ່ ​ຍີ່ປຸ່ນ ຄາດ​ວ່າ​ຈະ​ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 4 – 5 ມັງກອນ ປີ 2025 ຢູ່​ແຂວງ Saitama - ຍີ່ປຸ່ນ ​ແລະ ສິ້ນ​ສຸດ​ລົງ​ຢູ່ Fukuoka - ຍີ່ປຸ່ນ ​ແຕ່​ວັນ​ທີ 10 – 12 ມັງກອນ ປີ 2025. ​ໃນ​ຂອບ​ເຂດ​ຂອງ​ງານ​ບຸນ, ມີ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ຫັດຖະກຳ, ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ, ໂຄສະນາ​ການທ່ອງທ່ຽວ ​ແລະ ວັດທະນະທຳ ຫວຽດນາມ; ການ​ສະ​ແດງ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ນັກ​ສິ​ລະ​ປິນ, ນັກ​ຮ້ອງ, ນັກ​ສະ​ແດງ​ ຫວຽດ​ນາມ ທີ່​ຮັກ​ແພງ. ໂດຍສະເພາະ, ໃນຊຸດລາຍການ, ມີ 2 ເຫດການເດັ່ນຄື: ການປະກວດນາງງາມວັດທະນະທໍາ - ມິດຕະພາບ ສາກົນ 2025 ແລະ ຊຸບເປີໂມເດວເດັກສາກົນ 2025 ທີ່ປະເທດ ຍີ່ປຸ່ນ.

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ  ຫວຽດນາມ ຢູ່ ຍີ່ປຸ່ນ

ທ່ານ​ນາງ ຫວູ​ຈິີມາຍ, ຫົວໜ້າກົງ​ສູນ​ໃຫຍ່​ ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ​ ຫວຽດ​ນາມ ປະ​ຈຳ Fukuoka - ຍີ່​ປຸ່ນ ກ່າວ​ຄຳ​ປາໄສ​ທີ່ລາຍ​ການ.

ທ່ານນາງກ່າວວ່າ “ຄະນະຈັດ​ຕັ້ງ​ລາຍການປາດ​ຖະໜາ​ວ່າ ຜ່ານ​ເຫດການຄັ້ງ​ນີ້ ຈະ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ສ້າງ​ຮູບ​ພາບ​ທີ່ຕັ້ງບົດບາດຂອງປະຊາ​ຄົມ​ຊາວ​ ຫວຽດນາມ ​ທີ່ສາມັກຄີ ​ແລະ ພັດທະນາ​ຢູ່ ຍີ່ປຸ່ນ ​ເວົ້າສະ​ເພາະ ​ແລະ ທົ່ວ​ໂລກ ເວົ້າລວມ. ງານບຸນ​ແມ່ນ​ຂອງຂວັນ​ບຸນ​ປີໃໝ່​ທີ່​ມີ​ຄວາມ​ໝາຍສຳລັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ”.

ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ຫົວໜ້າຄະນະກຳມະການແຫ່ງລັດ​ກ່ຽວກັບຊາວ ​ຫວຽດ​ນາມ ອາໄສຢູ່ຕ່າງປະເທດ ຖືວ່າ: ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ຍີ່​ປຸ່ນ ເຂົ້າ​ຮ່ວມ​ງານບຸນ ​​ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ 2025 ກໍ່​ແມ່ນ​ຫົວ​ເລື່ອງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເປົ້າໝາຍໄດ້ຊົມໃຊ້​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ຈິດ​ໃຈ, ແຕ່​ລະ​ຄົນ​ຈະ​ເປັນ​ທູດ​ວັດ​ທະ​ນະ​ທຳ ແລະ ຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ລາຍ​ການ​ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ 2025 ຈະ​ສືບ​ຕໍ່​ດຶງ​ດູດ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ແລະ ​ເພື່ອນ​ມິດສາ​ກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ, ນີ້​ຈະ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາຄວາມງາມ​ຂອງ​ແມ່ຍິງ ຫວຽດນາມ, ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ເປັນມູນເຊື້ອ​ຂອງ ​ຫວຽດນາມ, ປະ​ເທດ​ທີ່​ຮັກ​ຫອມສັນ​ຕິ​ພາບ, ສະໜິດສະໜົມ ແລະ​ ເປັນ​ມິດ​ຕະ​ພາບ.

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ  ຫວຽດນາມ ຢູ່ ຍີ່ປຸ່ນ

ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ຫົວໜ້າຄະນະກຳມະການແຫ່ງລັດ​ກ່ຽວກັບຊາວ ​​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ກ່າວ​ຄຳ​ປາໄສທີ່​ລາຍການ.

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ ຫງວຽນ​ຢຸ່ຍ​ແອງ, ປະທານ​ສະມາຄົມ​ຊາວ ​ຫວຽດນາມ ອາໄສຢູ່​ Fukuoka - ຍີ່ປຸ່ນ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ລາຍການ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ມີ​ເກືອບ 600.000 ຄົນ, ​ເຊິ່ງແມ່ນ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ. ​ໃນ​ນັ້ນ, ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່ Fukuoka ມີ 55.000 ກວ່າ​ຄົນ.

ທ່ານ​ໃຫ້ຮູ້ວ່າ ການ​ປະ​ກວດ​ນາງ​ງາມ​ວັດທະນະທຳ - ມິດຕະພາບ​ສາກົນ 2025 ​ແລະ ຊຸບເປີໂມເດວເດັກສາກົນ 2025 ຈະ​ຈັດ​ຂຶ້ນ​ຢູ່​ ຍີ່ປຸ່ນ​ ແຕ່​ວັນ​ທີ 17 ກໍລະກົດ ປີ 2024 ຫາວັນທີ 24 ມັງກອນ ປີ 2025. ນາງງາມ ​ເຟືອງ​ແຂ໋ງ - Miss Earth 2018 ​ແລະ ຮອງ​​ນາງ​ງາມ ມາຍໂງ້ - ຮອງ​ນາງງາມອັນ​ດັບ 4 Miss Grand Vietnam 2022 ຈະ​ເປັນ​ທູດ​ຂອງ​ລາຍການ​ປີ​ນີ້.

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ  ຫວຽດນາມ ຢູ່ ຍີ່ປຸ່ນ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ການປະກວດນາງງາມວັດທະນະທໍາ - ມິດຕະພາບສາກົນ 2025 ບໍ່ພຽງແຕ່ເຊີດຊູຄວາມງາມເທົ່ານັ້ນ ຫາກຍັງເນັ້ນໃສ່ຄວາມເຂົ້າໃຈ, ການເຊື່ອມຕໍ່ວັດທະນະທໍາ ແລະ ມິດຕະພາບລະຫວ່າງບັນດາປະເທດອີກດ້ວຍ. ການ​ປະ​ກວດ​ມີ​ມາດ​ຖານ​ດັ່ງ​ນີ້: ໂຄສະນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່ເປັນມູນເຊື້ອ​ຂອງ​ ຫວຽດ​ນາມ; ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືສາກົນ; ພັດທະນາບັນດາໂຄງການສັງຄົມ ແລະ ກິດຈະກໍາຊຸມຊົນ; ກໍ່ສ້າງ​ ແລະ ​ເຊີດຊູ​ຮູບ​ພາບ​ຂອງ​ແມ່​ຍິງ​ທີ່​ທັນ​ສະ​ໄໝ ດ້ວຍ​ການ​ປະ​ສົມ​ປະ​ສານ​ຄວາມ​ງາມ, ຄວາມ​ສະຫຼາດ​ ແລະ​ ຄວາມ​ເມດ​ຕາ; ເຊື່ອມ​ຕໍ່, ຮ່ວມ​ມື, ພັດທະນາ, ​ມະຫາສາມັກຄີ​ເຄືອ​ຂ່າຍ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ທົ່ວ​ໂລກ.

ລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ” ຢູ່ລາວ ລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ” ຢູ່ລາວ

ຍສໝ - ຕອນ​ຄ່ຳ​ວັນ​ທີ 7 ກຸມພາ, ຢູ່​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ນະ​ຄອນຫຼວງ ວຽງ​ຈັນ - ລາວ, ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ ແລະ ສະ​ແດງ​ສິ​ລະ​ປະ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ”.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ມິງດຶກ

ເຫດການ
302 Found

Found

The document has moved here.