ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)

07:57 | 12/09/2022

ຫວ່າງແລ້ວນີ້, ຢູ່ນະຄອນ Yokohama, ແຂວງ Kanagawa, ປະເທດ ຍີ່ປຸ່ນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສົມທົບກັບຜູ້ຕາງໜ້າບາງທ້ອງຖິ່ນ ແລະວິສາຫະກິດຫວຽດນາມ ຂອງສອງປະເທດ ຈັດຕັ້ງເວທີປາໄສສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ ຢູ່ແຂວງ Kanagawa. ເຂົ້າຮ່ວມເວທີປາໄສມີຜູ້ຕາງໜ້າອຳນາດການປົກຄອງແຂວງ Kanagawa, ການນຳບັນດາແຂວງ ລອງອານ, ຮ່ານາມ, ນະຄອນ ໂຮ່ຍອານ (ກວາງນາມ) ທີ່ພວມປະຕິບັດງານສົ່ງເສີມການລົງທຶນຢູ່ ຍີ່ປຸ່ນ.

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ
ບັນຍາກາດທີ່ເວທີປາໄສ. ພາບ: baolongan.vn
ບັນຍາກາດທີ່ເວທີປາໄສ. ພາບ: baolongan.vn

ເຂົ້າຮ່ວມເວທີປາໄສ, ການນຳ 3 ແຂວງໄດ້ແນະນຳໃຫ້ອໍານາດການປົກຄອງ ແລະວິສາຫະກິດແຂວງ Kanagawa ບັນດາທ່າແຮງຂອງທ້ອງຖິ່ນ, ບັນດາບຸລິມະສິດຂອງລັດຖະບານ ຫວຽດນາມ ເວົ້າລວມ ແລະອໍານາດການປົກຄອງທ້ອງຖິ່ນເວົ້າສະເພາະທີ່ມີຕໍ່ກັບບັນດານັກລົງທຶນ ຍີ່ປຸນ.

ໃນນັ້ນ, ທ່ານ ຫງວຽນແທັງຫາຍ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ລອງອານ ເນັ້ນໜັກວ່າ: “ຈົ່ງມາ ຫວຽດນາມ ແລະປະສົບຜົນສຳເລັດພ້ອມກັບພວກຂ້າພະເຈົ້າ!”.

ສ່ວນຝ່າຍວິສາຫະກິດແຂວງ Kanagawa, ທ່ານ Ando Mitsuru, ຜູ້ອຳນວຍການບໍລິສັດ AIC ຫວຽດນາມ ສາຂາຢູ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນ ເພື່ອຊອກຫາກາລະໂອກາດພົບປະກັບຄູ່ຮ່ວມມື ຫວຽດນາມ ກໍ່ຄືແນະນຳບໍລິການໜູນຊ່ວຍໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມີຄວາມຫວັງຢາກ ຫຼື ພວມເຄື່ອນໄຫວລົງທຶນຢູ່ຫວຽດນາມ. ນອກຈາກນັ້ນ, ທ່ານ Ando Mitsuru ກໍ່ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າລັດຖະບານຫວຽດນາມ ໄດ້ ແລະກໍາລັງຜັນຂະຫຍາຍຫຼາຍນະໂຍບາຍທີ່ມີປະສິດທິຜົນເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະປະຈຸບັນວິສາຫະກິດຍີ່ປຸ່ນນັບມື້ນັບມີຄວາມສົນໃຈເຖິງການລົງທຶນຢູ່ ຫວຽດນາມ.

la.qdnd.vn

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ