ບຣູໄນ ດາຣູຊາລາມ ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ​ພ້ອມກັບ ຫວຽດ​ນາມ ບົນບັນດາເສັ້ນທາງການພັດທະນາ

14:24 | 15/08/2024

ຍສໝ - ​ວັນ​ທີ 10 ສິງຫາ, ສະຖານທູດ ​ຫວຽດນາມ ປະຈຳ ບຣູໄນ ໄດ້​ຈັດ​ຕັ້ງງານລ້ຽງສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ 2 ກັນຍາ.

ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ
ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ທີ່ເຫດການ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ເປັນກຽດເມື່ອໄດ້ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ເປັນຜູ້ນຳໜ້າ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ບຣູໄນ ມາເຂົ້າຮ່ວມ. ນອກຈາກນັ້ນ​ຍັງ​ມີການເຂົ້າຮ່ວມຂອງ ​ທ່ານ Haji Abdul Manaf bin Haji Metussin ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ທ່ອງ​ທ່ຽວ, ຜູ້ຕາງໜ້າ​ລັດຖະບານ ​ບຣູ​ໄນ, ພ້ອມກັນກັບແຂກຮັບເຊີນ 100 ຄົນ ເຊິ່ງແມ່ນຊະມາຊິກລັດຖະສະພາ ບຣູ​ໄນ ແລະ ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ, ບັນດາອົງການອ້ອມຂ້າງ, ຜູ້ຕາງໜ້າປະຊາຄົມ ແລະ ບັນດາສະມາຄົມ.

Brunei Darussalam ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ​ພ້ອມກັບ ຫວຽດ​ນາມ ບົນບັນດາເສັ້ນທາງພັດທະນາ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຄັກດີ້ງ ແລະທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈີ່ນແອງຫວູ ໄດ້​ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນດາ​ປະ​ເທດ ປະຈຳ ​ບຣູ​ໄນ. (ພາບ: TTXVN)

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນແອງຫວູ ​ໄດ້ຍົກໃຫ້ເຫັນຄວາມ​ໝາຍ​ຂອງ​ວັນ​ຊາດ ວັນທີ 2 ກັນຍາ 1945, ​ ພ້ອມກັນນັ້ນ ກໍ່ເນັ້ນ​ໜັກ​ເຖິງ​ບັນດາ​ຜົນງານ​ດ້ານ​ການ​ເມືອງ, ​ເສດຖະກິດ ແລະ ສັງຄົມ​ຂອງ​ພັກ, ລັດ ​ແລະ ລັດຖະບານ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່ໄດ້​ຢືນຢັນ​ວ່າ ບັນດາ​ຜົນງານ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຂອງ​ລັດຖະບານ​ພວມ​ໄດ້​ຮັບ​ການປະຕິບັດ​ຢ່າງມີຜົນສັກສິດ, ມີ​ປະສິດທິ​ຜົນ. ທ່າ​ອ່ຽງ​ພັດທະນາໄປສູ່ພື້ນຖານເສດຖະກິດ​ດີ​ຈີ​ຕອນ, ເສດຖະກິດ​ສີຂຽວ ພວມໃຫ້ເຫັນບັນດາຈຸດຄ້າຍຄືກັນ ແລະ ທ່າ​ໄດ້​ປຽບ​​ຂອງ ຫວຽດນາມ ​ໃນ​ທ່າ​ອ່ຽງ​ທົ່ວ​ໄປ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ຖືການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາ​ຊຽນ ເປັນສຳຄັນທີ່ສຸດ, ໃນ​ນັ້ນ​ ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ບຣູ​ໄນ ດາຣູຊາລາມ. ບຣູ​ໄນ ດາຣູຊາລາມ ຍາມ​ໃດ​ກໍ່​ແມ່ນ​ເພື່ອນຮ່ວມເດີນທາງ, ​ຢືນ​ຄຽງ​ຂ້າງ​ກັບ​ ຫວຽດ​ນາມ ບົນບັນດາເສັ້ນທາງພັດ​ທະ​ນາ​ຂອງ​ປະ​ເທດ. ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1992, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ, ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ.

ໃນປີ 2024, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດມີບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ດ້ານ. ພິ​ເສດ, ການ​ຢ້ຽມ​ຢາມ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນຄັກດິ້ງ ແລະ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ໄປຍັງບຣູ​ໄນ ດາ​ຣູ​ຊາ​ລາມ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ອົງ​ການ​ນິ​ຕິ​ບັນ​ຍັດ ແລະ ເຈົ້າກະສັດ ບຣູ​ໄນ ຫວັງວ່າ ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ໂດຍ​ໄວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ແລກປ່ຽນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ ໄດ້ມີ​ຈຸດເນັ້ນ​ພິ​ເສດ​ເມື່ອ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ​ຫວຽດນາມ ​- ບຣູ​ໄນ ​ໃນ​ເຄິ່ງຕົ້ນ​ປີ 2024 ​ໄດ້​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ປະຈຸ​ບັນ ບຣູ​ໄນ ດາ​ຣູ​ຊາ​ລາມ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 20 ຂອງ​ຫວຽດນາມ. ນັບ​ມື້​ນັບ​ມີຫຼາຍ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ໃຫ້ຄວາມ​ສົນ​ໃຈເຖິງທ້ອງຕະຫຼາດ ບຣູ​ໄນ ແລະ​ ການສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບບັນດາວິ​ສາ​ຫະ​ກິດ ບຣູ​ໄນ ໃນບັນດາ​ຂົງ​ເຂດ​ພະ​ລັງ​ງານ, ພະລາທິການ, ອຸດ​ສາ​ຫະ​ກຳ​ສະ​ບຽງ​ອາ​ຫານ Halal ແລະ ສິນທະ​ເລ.

ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ສະຖານທູດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນແອງຫວູ ໄດ້​ລາຍ​ງານ​ຕໍ່ ​ທ່ານ ຫງວຽນຄັກດິ້ງ ແລະ ຄະນະຜູ້ແທນກ່ຽວ​ກັບ​ສະພາບ​ການ​ປະຊາ​ຄົມ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ດ້ວຍ​ຊາວ​ຫວຽດ​ນາມ 300 ກວ່າ​ຄົນ​ອາ​ໄສ​ຢູ່ ບຣູ​ໄນ, ເເຕ່ຊຸມ​ຊົນກໍ່​ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ປະ​ທັບ​ໃຈ​ໃຫ້​ແກ່​ພື້ນຖານ​ເສດ​ຖະ​ກິດ​ຂອງ ບຣູ​ໄນ. ຊຸມຊົນ ກໍ່ມີຄວາມສາມັກຄີ, ເຄົາລົບກົດໝາຍປະຈຳຖິ່ນ.

Brunei Darussalam ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ​ພ້ອມກັບ ຫວຽດ​ນາມ ບົນບັນດາເສັ້ນທາງພັດທະນາ

ທ່ານ​ຜູ້ອຳນວຍການ​ໃຫຍ່ Haduco ເຈີ່ນກວາງຮຸ່ງ ​ລາຍ​ງານຕໍ່ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຄັກດີ້ງ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ. (ພາບ: TTXVN)

​ໂດຍ​ຮັບເອົາ​ບັນດາຂໍ້ສະເໜີຂອງຜູ້ຕາງໜ້າ​ບັນດາ​ປະຊາ​ຄົມ​ຄື ອາຈານ​ຮັບຜິດຊອບ​ວິຊາ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ບຣູ​ໄນ (UBD) ເຈີ່ນຈ້ອງເຫງີຍ ແລະ ທ່ານ​ຜູ້ອຳນວຍການ​ໃຫຍ່ Haduco ເຈີ່ນກວາງຮຸ່ງ, ທ່ານ​ ຫວຽນຄັກດິ້ງ ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໃນ​ການ​ກໍ່ສ້າງ ແລະ ປົກ​ປັກ​ຮັກສາຮູບພາບ, ເຜີຍ​ແຜ່​ວັດ​ທະ​ນະ​ທໍາ​ ຫວຽດນາມ ຢູ່​ຕ່າງ​ປະ​ເທດ​.

ທ່ານ​ຮອງ​ປະທານສະພາແຫ່ງຊາດ ໄດ້​ຊົມເຊີຍ ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນແອງຫວູ ແລະ ລວມໝູ່ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ ຫວຽດນາມ ທີ່ໄດ້ເຮັດວຽກງານກ່ຽວກັບ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດເປັນຢ່າງດີ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ທ່ານ​ຮອງ​ປະທານສະພາແຫ່ງຊາດ ກໍ່ໄດ້​ຕີ​ລາຄາ​ສູງ​ ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນແອງຫວູ ແລະ ລວມໝູ່ພະນັດງານ ທີ່​ໄດ້​ປະກອບສ່ວນ​ເຂົ້າຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ດ້ວຍ​ຫຼາຍ​ໂຄງການ​ທີ່​ມີ​ຄວາມ​ໝາຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ຍສໝ​ - ນີ້​ແມ່ນ​ຄຳປາໄສຂອງ​ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ​ທີ່ການ​ຮັບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ” ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ວັນ​ທີ 23 ເມສາຢູ່ ຮ່າ​ໂນ້ຍ. ຫຼຽນກາລະນຶກ ​ແມ່ນ​ລາງວັນ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ແລະ ຍີ່ປຸ່ນ.

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ມີນານີ້, ຢູ່​ນະຄອນຫຼວງ Wellington, ​ໃນລາຍການການ​ຢ້ຽມຢາມ ​ນິວຊີ​ແລນ ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ.

ມີງດຶກ

ເຫດການ
302 Found

Found

The document has moved here.