ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

15:56 | 22/09/2023

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ

ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມກັບ ຊາວ​ປະ​ມົງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ ຂອງ EC ໂດຍ​ໄວ ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມກັບ ຊາວ​ປະ​ມົງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ ຂອງ EC ໂດຍ​ໄວ

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະ ມີບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ (ອາເມລິກາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ, ຮັບປະທານອາຫານຄ່ຳ ແລະ ເຮັດວຽກກັບການນຳບັນດາກຸ່ມບໍລິສັດນາໆຊາດ ແລະ ກອງທຶນການລົງທຶນດ້ານການເງິນ ແຖວໜ້າຂອງ ອາເມລິກາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ, ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ຊຸກຍູ້ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເພື່ອເຂົ້າຮ່ວມໂຄງປະກອບການລົງທຶນ, ຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າ ແລະ ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງກ່ວາ.

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ກອງທຶນການລົງທຶນ, ອົງການບໍລິຫານແຫ່ງລັດ ຫວຽດນາມ ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການ, ການກຳນົດທິດເພື່ອແນໃສ່ຍູ້ແຮງການດຶງດູດແຫຼ່ງການເງິນໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນໃນການກໍ່ສ້າງ ແລະ ພັດທະນາສູນການເງິນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.