ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

18:12 | 30/07/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ຫາ​ກໍ່ປະກາດໃຊ້​ແຜນການ​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ ຢູ່​ນະຄອນ ເກີນ​ເທີ ​​ປີ 2024.

ອົງການ COPION (ສ.ເກົາຫຼີ) ມອບເຮືອນໃຫ້ບັນດາຄອບຄົວທຸກຍາກຢູ່ ຮາຍເຢືອງ
5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024

ຕາມ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ແລ້ວ, ການສົມທົບ​ກັນ​ຈັດ​ຕັ້ງ​ເຫດການ​ດັ່ງກ່າວ ​ແມ່ນເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ, ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ປັບປຸງພື້ນຖານ​ການ​ພົວພັນ​ມິດຕະພາບ​​ລະຫວ່າງ​ປະຊາຊົນສອງປະເທດ ​ຫວຽດນາມ - ສ.​ເກົາຫຼີ, ໂດຍສະເພາະ​ແມ່ນ​ລຸ້ນໜຸ່ມ ​ໂດຍ​ຜ່ານການໂຄສະນາ, ແນະນຳບັນດາຈຸດທີ່ເປັນເອກະລັກພິເສດຂອງພື້ນຖານວັດທະນະທຳ, ອາຫານ, ພາສາ ຫວຽດນາມ ແລະ ສ.ເກົາຫຼີ; ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ວິ​ສາ​ຫະ​ກິດ​ຂອງ​ສອງ​ຝ່າຍ​ຮ່ວມ​ມື ແລະ ເປີດກວ້າງ​ການ​ຄ້າ.

ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເພື່ອ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ ​ແລະ ພິທີເປີດວັນ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ ຢູ່​ນະຄອນ ​ເກີນ​ເທີ ປີ 2022.

ຕາມ​ແຜນການ​ແລ້ວ, ວັນ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ ຢູ່​ນະຄອນ ​ເກີນ​ເທີ ປີ 2024 ຈະ​ດຳ​ເນີນ​ໃນ 2 ວັນ (ວັນ​ທີ 5 – 6 ຕຸລາ) ຢູ່​ສວນສາທາລະນະ ລຶວຫື໊ວເຟືອກ (​ເມືອງ ນິງກຽວ, ນະຄອນ ເກີນເທີ), ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ເກີນ​ເທີ, ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ກົງສຸນໃຫຍ່ ສ.ເກົາຫຼີ ປະຈຳ ນະຄອນ ໂຮ່ຈີມິນ ເປັນປະທານຮ່ວມກັນຈັດຕັ້ງ.

ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ງານ​ບຸນ​ລວມມີ: ການຢ້ຽມຂ່ຳນັບ​ການ​ນຳ​ນະຄອນ; ພິທີເປີດ​​ວັນ​ວັດ​ທະ​ນະ​ທຳ ​ຫວຽດ​ນາມ - ສ​ເກົາ​ຫຼີ ຄັ້ງ​ທີ 2 ຢູ່​ນະ​ຄອນ ເກີນເທີ ​ປີ 2024; ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ ​ຫວຽດ​ນາມ - ສ.​ເກົາ​ຫຼີ ແລະ ນັກ​ຮຽນ​ທຸກ​ຍາກ​ຢູ່​ນະ​ຄອນ ເກີນເທີ; ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ ​ແລະ ການ​ຄ້າ ຫວຽດນາມ - ສ.​ເກົາຫຼີ ​ເຊັ່ນ: ການ​ສະ​ແດງ​ດົນຕີ ​ແລະ ສິລະ​ປະ​ຂອງ ສ.​ເກົາຫຼີ, ການ​ສະ​ແດງ K-pop, ບັນດາລາຍການສະ​ແດງ​ສີລະປະ ​ຫວຽດນາມ, ການສະແດງ ແລະ ພົບປະແລກປ່ຽນຕີມວຍພື້ນເມືອງ Vovinam, Taekwondo; ບັນດາ​ຮ້ານ​ວາງສະ​ແດງການ​ຄ້າ ຫວຽດນາມ - ສ.​ເກົາຫຼີ...

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024

ຍສໝ - ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຈະດຳເນີນແຕ່ວັນທີ 1 – 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.

ມິງດຶກ

ເຫດການ
302 Found

Found

The document has moved here.