ສີ່ໜ້າທີ່​ສຳຄັນ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່​ນະຄອນ ຮ່າ​ໂນ້ຍ ​ໃນ 6 ​ເດືອນ​ທ້າຍ​ປີ

15:20 | 31/07/2024

ຍສໝ - ສີ່ໜ້າທີ່ສຳຄັນ​ໃນ 6 ​ເດືອນ​ທ້າຍ​ປີ​ທີ່​ສະມາຄົມ​ກຳນົດ​ໄວ້​ ລວມມີ: ຊຸກຍູ້ການເຄື່ອນໄຫວ​ໂຄສະນາ​ເຜີຍ​ແຜ່,​ ສຶກສາອົບຮົມ ​ແບບ​ດັ້ງ​ເດີມ, ແຈ້ງຂໍ້ມູນຂ່າວສານ ​ແລະ ​ໂຄສະນາ​ເຜີຍ​ແຜ່​ການ​ທູດ​ຂອງ​ປະຊາຊົນ; ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ກຳປູ​ເຈຍ; ສຸມ​ໃສ່​ເຕົ້າ​ໂຮມ ​ແລະ ສ້າງ​ອົງການ​ສະມາຄົມ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ; ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ທີ່​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ​ ຈັດ​ຕັ້ງ​ການ​ໂຄ​ສະ​ນາ​ໃນວັນສໍາຄັນຕ່າງໆ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາງ ເຈີ່ນ​ທິ​ເຟືອງ, ຮອງ​ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຮ່າ​ໂນ້ຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ໃນ 6 ເດືອນ​ທ້າຍ​ປີ 2024 ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ກຳ​ປູ​ເຈຍ ຢູ່ ຮ່າ​ໂນ້ຍ.

Hội nghị sơ kết 6 tháng đầu năm 2024 của Hội hữu nghị Việt Nam - Campuchia thành phố Hà Nội. (Ảnh: HAUFO)  ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ຢູ່ຮ່າໂນ້ຍ. (ພາບ: HAUFO)

ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ຢູ່ຮ່າໂນ້ຍ. (ພາບ: HAUFO)

ທ່ານນາງໃຫ້ຮູ້ວ່າ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາສະມາຄົມທີ່ມີການເຄື່ອນໄຫວຫຼາຍຢ່າງດ້ວຍເນື້ອໃນ, ຮູບແບບທີ່ອຸດົມສົມບູນ, ມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານການທູດຂອງປະຊາຊົນນະຄອນຫຼວງ 6 ເດືອນຕົ້ນ ປີ 2024. ການເຄື່ອນໄຫວຂອງສະມາຄົມແມ່ນມີຄວາມຟົດຟື້ນຫຼາຍ, ແຕ່ຕ້ອງປັບປຸງລະບົບຂໍ້ມູນຂ່າວສານ, ລາຍງານໃຫ້ທັນເວລາຕື່ມອີກ ເພື່ອໃຫ້ຄະນະປະຈຳສະມາຄົມໄດ້ສະຫຼຸບສັງລວມ, ລາຍງານໃຫ້ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ນຳເຂົ້າໃນບົດ​ລາຍ​ງານ​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ. ທ່ານ​ນາງ​ຍັງ​ຮຽກຮ້ອງ​ໃຫ້​ບັນດາ​ສະມາຄົມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ສ້າງ​ກຳລັງ​ແຮງ ​ແລະ ຄວາມ​ສາມັກຄີລວມ​ໃຫ້ກັບ​ສະມາຄົມ.

ທ່ານ ເລວັນຕຸຍ, ຮອງ​ປະ​ທານຜູ້ປະຈຳການ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກຳ​ປູ​ເຈຍ ຫວັງ​ວ່າ​ ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ສົມທົບ​ກັບ​ສູນ​ກາງສະ​ມາ​ຄົມ​ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຮ່າ​ໂນ້ຍ ເພື່ອ​ສຳ​ເລັດບັນດາ​ເປົ້າຫມາຍລວມ ແລະ ສ້າງກິດຈະກໍາທີ່ມີຄວາມຫມາຍ ແລະ ແທດຈິງກວ່າເກົ່າ.

ຕາມ​ບົດ​ລາຍ​ງານ​ທີ່​ນຳສະ​ເໜີ​ທີ່​ກອງ​ປະຊຸມ, ​ໃນ 6 ​ເດືອນ​ຕົ້ນ​ປີ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປະເທດຊາດ ຮ່ວມກັບທະຫານປະຊາຊົນ ກຳປູເຈຍ ຍາດ​ເອົາ​ຊະ​ນະ​ລະບອບດັບສູນເຊື້ອຊາດ Polpot. ສະມາຄົມ​ກໍ່​ປະຕິບັດ​ຫຼາຍ​ກິດຈະກຳ​​ສຶກສາມູນເຊື້ອ, ຫຼໍ່ລ້ຽງ​ມິດຕະພາບ... ສະມາຄົມ​ໄດ້​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດສຸມ, ໃນນັ້ນ ສຸມ​ໃສ່ຍູ້ແຮງວຽກງານ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່ຖັນແຖວ​ພະນັກງານ​ຄະນະ​ບໍລິຫານ​ງານ, ສາຂາສະມາຄົມ ​ແລະ ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ, ສັນຕິພາບ ​ແລະ ມິດຕະພາບ... ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ກິດຈະກຳ​ເບິ່ງ​ແຍງ​ດູ​ແລ​ສະມາຊິກ ແລະ ມີຄວາມໝາຍກັບເພື່ອນຮ່ວມງານ; ຮັກສາ, ເສີມ​ຂະຫຍາຍ ​ແລະ ພັດທະນາ​ການ​ພົວພັນ​ກັບ​ສະຖານທູດ ກຳປູ​ເຈຍ ປະຈຳ ຫວຽດນາມ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​​ສູນ​ກາງສະມາຄົມ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຮ່າ​ໂນ້ຍ ຈັດ​ຕັ້ງ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.