ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ

08:55 | 23/05/2024

ຍສໝ - ກຸ່ມບໍລິສັດ Pistis Group ໄດ້ຈັດຕັ້ງເວທີປາໄສສົ່ງອອກວັດສະດຸກໍ່ສ້າງ ແລະ ຮ່ວມມືໃນ​ຂົງ​ເຂດ​ກໍ່ສ້າງ, ອະສັງຫາລິມະຊັບ ຫວຽດນາມ - ອົດສະຕຣາລີ 2024.

ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ) ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ)
ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ

ເພື່ອ​ຊຸກຍູ້ສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະຖານທູດ​ ຫວຽດນາມ ແລະ ອົງການການຄ້າ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ, ກຸ່ມບໍລິສັດ Pistis Group ໄດ້ຈັດຕັ້ງເວທີປາໄສສົ່ງອອກວັດສະດຸກໍ່ສ້າງ ແລະ ຮ່ວມມືໃນ​ຂົງ​ເຂດ​ກໍ່ສ້າງ, ອະສັງຫາລິມະຊັບ ຫວຽດນາມ - ອົດສະຕຣາລີ 2024. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ຄັ້ງ​ທຳ​ອິດ​ລະຫວ່າງ 2 ປະ​ເທດ ພາຍຫຼັງ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕຣາ​ລີ Anthony Albanese ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປະກາດ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄປຍັງ ອົດສະຕຣາລີ ໃນວັນທີ 7 ມີນາ ທີ່ຜ່ານມາ.

ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ

ທ່ານ ຫງວຽນ​ໄທ​ຮື່ງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ​ໃຫຍ່ຫຸ້ນ​ສ່ວນ ກິດຈະການກໍ່ສ້າງ​ Viettel ​ແລະ ທ່ານ Timothy Wright, ຜູ້ອຳນວຍການ, HBC Build Australia Pty Ltd ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ທີ່​ເວທີ​ປາ​ໄສ. ພາບ: TTXVN

ເວທີ​ປາ​ໄສ​ ​ໄດ້​ດຶງ​ດູດ​ຜູ້​ແທນ 120 ກວ່າ​ຄົນເຂົ້າຮ່ວມ, ລວມມີ ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ; ​ທີ່​ປຶກສາ​ດ້ານ​ການ​ຄ້າ​ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕຣາ​ລີ; ຜູ້ຕາງຫນ້າຂອງສະມາຄົມວິສາຫະກິດ ລັດ New South Wales (Business NSW); ສະມາຄົມວິສາຫະກິດ ອົດສະຕຣາລີ - ຫວຽດນາມ (AVBC); ສະມາຄົມກໍ່ສ້າງ ແລະ ວັດສະດຸກໍ່ສ້າງນະຄອນ ໂຮ່ຈີມິນ (SACA), ສະມາຄົມກໍ່ສ້າງແຂວງ ບິ່ງເຢືອງ (BDCA); ສະມາຄົມຫັດຖະກຳ ແລະ ປຸງແຕ່ງໄມ້ ນະຄອນ ໂຮ່ຈີມິນ (HAWA); ທະ​ນາ​ຄານການຄ້າຫຸ້ນສ່ວນ​ທະ​ຫານ - ສາ​ຂາ​ ບິ່ງເຢືອງ ໃຕ້; ບັນດານັກຊ່ຽວຊານ, ວິສາຫະກິດຜະລິດວັດສະດຸກໍ່ສ້າງ, ວິສາຫະກິດກໍ່ສ້າງ, ພັດທະນາອະສັງຫາລິມະຊັບ ທີ່ມາຈາກຫວຽດນາມ ແລະ ອົດສະຕຣາລີ.

ທ່ານ ຫງວຽນ​ຝູ໋ຮວ່າ, ທີ່​ປຶກສາ​ດ້ານ​ການ​ຄ້າ​ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ ​ໄດ້​ສົ່ງ​ຄຳ​ຊົມເຊີຍ​ເຖິງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ອົງການການຄ້າ ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກຫາທ້ອງຕະຫຼາດ ​ແລະ ສົ່ງ​ອອກ​ໄປຍັງ ອົດ​ສະ​ຕຣາ​ລີ.

ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ບັນດາ​ອົງການຜະລິດວັດສະດຸກໍ່ສ້າງ​ ຫວຽດນາມ ໄດ້ແນະນຳ​ບັນດາ​ຜະລິດ​ຕະພັນ ແລະ ເຕັກ​ໂນ​ໂລ​ຢີວັດສະດຸກໍ່ສ້າງ​ທີ່​ກ້າວໜ້າຂອງ​ ຫວຽດນາມ, ຢືນຢັນ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ທ້ອງຕະຫຼາດ​ສາກົນ.

ກ່າວ​ຄຳ​ປາໄສທີ່​ເວທີ​ປາ​ໄສ, ທ່ານ Grame Barty - ທີ່​ປຶກສາ​ດ້ານ​ການ​ຄ້າ​ສາກົນ​ຂອງ​ Business NSW -​ ໃຫ້​ຮູ້​ວ່າ ​ຄວາມ​ຕ້ອງການກ່ຽວກັບເຮືອນຢູ່​ຂອງ ອົດ​ສະ​ຕຣາ​ລີ ​ແມ່ນ 1,2 ລ້ານຫ້ອງ, ໂດຍສະເພາະລັດ New South Wales ​ແມ່ນ 320.000 ຫ້ອງ ​ແລະ ນີ້​ແມ່ນ “​ໂອກາດ​ຄຳ” ​ໃຫ້​ແກ່​ບັນດາວິສາຫະກິດຜະລິດ​ວັດສະດຸ​ກໍ່ສ້າງ​ ຫວຽດນາມ ເພື່ອສົ່ງອອກທ້ອງຕະຫຼາດ ອົດສະຕຣາລີ.

ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Azalia Canuto-Ahmat - ເລ​ຂາ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອົດ​ສະ​ຕຣາ​ລີ ຊີ້​ແຈ້ງວ່າ ຫວຽດ​ນາມ ໄດ້ສະ​ເໜີກ່ຽວກັບ​ການ​ພັດ​ທະ​ນາ ແລະ ຄວາມ​ຕ້ອງ​ການ​ຂອງທ້ອງຕະຫຼາດເຮືອນຢູ່ ໃຫ້ແກ່ຊຸມຊົນ​ຜູ້ຢູ່ດັ້ງ​ເດີມ. ທ່ານ​ນາງ​ ໃຫ້ຮູ້ວ່າ ສັນຍາ​ 10 ປີ​ທີ່​ມີ​ມູນ​ຄ່າ 4 ຕື້ AUD (2.7 ຕື້ USD) ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ​ລະຫວ່າງລັດ ​ແລະ ອຳນາດການປົກຄອງ​ເຂດ​ພາກ​ເໜືອ ອົດ​ສະ​ຕຣາ​ລີ ​ໂດຍເປົ້າ​ໝາຍ​ແຕ່ລະປີ ຈະກໍ່​ສ້າງ​ເຮືອນຢູ່ 270 ຫ້ອງ​ໃຫ້​ແກ່​ຊຸມຊົນຜູ້ຢູ່​ດັ້ງ​ເດີມ​ຢູ່​ເຂດ​ຫ່າງ​ໄກ​.

ທີ່​ເວທີ​ປາ​ໄສ ກໍ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ສັນຍາລະຫວ່າງ ກຸ່ມບໍລິສັດໃຫຍ່ຫຸ້ນສ່ວນກິດຈະການກໍ່ສ້າງ Viettel ​ແລະ HBC Build Australia ກ່ຽວ​ກັບ​ການຊື້ເຄື່ອງ​ວັດສະດຸກໍ່ສ້າງ Ramada Sky Hotel ​ແລະ ​ໂຄງການ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ມີ​ອາຍຸ 50 ກວ່າ​ປີຢູ່ Warwick, ເທດສະບານຢູ່​ລັດ Queensland (ອົດສະຕຣາລີ).

ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ຮັບຮູ້​ບັນດາຄຳເຫັນທີ່ເວທີປາໄສ, ແບ່ງປັນບັນດາຄວາມມານະພະຍາຍາມຂອງສະຖານທູດໃນໄລຍະມໍ່ໆມານີ້ ເພື່ອເຊື່ອມຕໍ່ວິສາຫະກິດ ແລະ ເຜີຍແພ່ຜະລິດຕະພັນຂອງ ຫວຽດນາມ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່​ຮ່ວມ​ເດີນທາງກັບວິສາຫະກິດໃນໄລຍະຈະມາເຖິງ.

ທີ່​ວາລະຖາມຕອບທີ່​ດຳ​ເນີນ​ເປັນ​ເວລາ​ກວ່າ 1 ຊົ່ວ​ໂມງ, ບັນດາອົງການຜະລິດວັດສະດຸ​ກໍ່ສ້າງ​ ຫວຽດນາມ ​ໄດ້​ແບ່ງປັນ​ປະສົບ​ການ​ໃນ​ການ​ສົ່ງ​ອອກ​ວັດສະດຸ​ກໍ່ສ້າງ, ບັນດາ​ຍຸດ​ທະ​ສາດ​ເຂົ້າເຖິງທ້ອງ​ຕະຫຼາດ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ຍົກ​ສູງ​ຄຸນ​ນະພາ​ບ, ກະກຽມ​ໃຫ້​ແກ່​ຂະ​ບວນການ​ສົ່ງ​ອອກ​ທີ່​ດີກ​ວ່າ​ເກົ່າ ​ແລະ ປຶກສາ​ຫາລື​ໂດຍ​ກົງກັບທ່ານ Jonathan McCray - ວິສະວະກອນວັດສະດຸຂຶ້ນກັບບໍລິສັດ ARUP, ກ່ຽວກັບມາດຕະຖານຄຸນນະພາບ ແລະ ກົດລະບຽບການນໍາເຂົ້າຂອງ ອົດສະຕຣາລີ.

​ເວທີ​ປາ​ໄສ ​ໄດ້​ສິ້ນ​ສຸດ​ລົງ​ຢ່າງຈົບງາມ ດ້ວຍ​ຫຼາຍ​ແຜນການກ່ຽວກັບການ​ສົ່ງ​ອອກ​ວັດສະດຸກໍ່ສ້າງ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່ສ້າງ ​ແລະ ອະສັງຫາລິມະ​ຊັບ​ລະຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕຣາ​ລີ.

ມິງດຶກ

ເຫດການ