ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

10:44 | 16/06/2024

ຍສໝ - ປຶ້ມ​ດັ່ງກ່າວ ໄດ້ພິມ​ອອກ​ເປັນ​ສອງ​ພາສາ​ ຫວຽດນາມ - ​ອັງກິດ, ມີ​ຄວາມ​ໜາ​ກວ່າ 300 ໜ້າ. ຜ່ານ​ປຶ້ມ​ດັ່ງກ່າວ, ບັນດາເພື່ອນມິດ, ບັນດາການ​ເດີນ​ທາງ ​ແລະ ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສຳລັບເປົ້າໝາຍ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ​ເອກະລາດ​ແຫ່ງ​ຊາດ, ຄວາມ​ກ້າວໜ້າ​ຂອງສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງໃນພາກ​ພື້ນ ​ອາ​ຊີ-ອາ​ຟຣິ​ກາ-ອາ​ເມລິ​ກາ​ລາ​ຕິນ ເວົ້າສະເພາະ ແລະ ທົ່ວ​ໂລກ​ ເວົ້າລວມ ໄດ້ຍົກອອກຢ່າງພົ້ນເດັ່ນ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ
ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຕອນ​ເຊົ້າ​ວັນ​ທີ 12 ມິຖຸນາ 2024, ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ (ຄະນະ​ກຳມະການ) ​ໄດ້​ຈັດ​ຕັ້ງ​​ກອງປະຊຸມເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື​ ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວກ້າວເຖິງສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປ່ຽນແປງໃໝ່ ​ແລະ ພັດທະນາ (1975 – 2025), ບັນດາວັນບຸນສຳຄັນ​ຂອງ​ປະ​ເທດ​ຊາດ ໃນ​ປີ 2024, 2025 ​ແລະ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ກຳມະການ (19 ຕຸລາ 1956 - 2026).

​ເຂົ້າ​ຮ່ວມກອງປະຊຸມມີ​ຜູ້ຕາງໜ້າ​ການ​ນຳ​ບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນ​ກາງ; ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ທ່ານ ຮສ.ປອ, ນັກ​ປະພັນ ຫງວຽນເຖກີ້ - ອະດີດ​ກຳມະການສູນ​ກາງ​ພັກ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ, ປະທານ​ຄະນະ​ກຳມະການ ​ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ກ່າວ​ຄຳ​ປາໄສເປີດກອງ​ປະຊຸມ. (ພາບ: Dinh Hoa)

ກ່າວ​ຄຳ​ປາໄສເປີດກອງ​ປະຊຸມ​, ທ່ານ ຮສ.ປອ, ນັກ​ປະພັນ ຫງວຽນເຖກີ້ - ອະດີດ​ກຳມະການສູນ​ກາງ​ພັກ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ, ປະທານ​ຄະນະ​ກຳມະການ ​ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ໄດ້ທົບ​ທວນ​ຄືນ​ຂະ​ບວນການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ຄະນະ​ກຳມະການ​ໃນ​ເກືອບ 70 ປີຜ່ານມາ. ພ້ອມ​ກັນ​ນັ້ນ, ​ກໍ່ເນັ້ນໜັກວ່າ ການ​ກຳ​ເນີ​ດ ​ແລະ ພັດທະນາ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ ຕິດ​ພັນ​ກັບ​ການ​ລະເບີດຂຶ້ນ ແລະ ພັດທະນາປະສົບ​ຜົນສຳ​ເລັດ​ຂອງ​ຂະ​ບວນການ​ປະຊາຊົນ​ບັນດາ​ປະ​ເທດ ​ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສາມັກຄີຕໍ່ສູ້ເພື່ອຍາດເອົາ ແລະ ປົກ​ປັກ​ຮັກສາ​ສິດ​ແຫ່ງ​ຊາດ ​ແລະ ປະຊາທິປະ​ໄຕໃນເຄິ່ງຫນຶ່ງຫຼັງສະຕະວັດ XX.

ໂດຍຜ່ານເກືອບ70 ປີ​ແຫ່ງ​ການ​ສ້າງຕັ້ງ ແລະ ພັດທະນາ, ຄະນະ​ກຳມະການ​ ​ໄດ້ມີບັນດາການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ຫວຽດນາມ, ປະກອບສ່ວນເຂົ້າໃນການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ​ປະຊາຊົນ​ບັນດາປະເທດ​ ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ; ລະດົມຢ່າງຕັ້ງໜ້າ, ຍາດແຍ່ງການເປັນຈິດໜຶ່ງໃຈດຽວ, ການສະໜັບສະໜູນ ແລະ ໜູນ​ຊ່ວຍ​ໃນ​ຫຼາຍ​ດ້ານ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ເວົ້າ​ລວມ ກັບ ຫວຽດນາມ, ຍົກສູງບົດບາດ, ທີ່​ຕັ້ງ, ອິດທິພົນຂອງ​ ຫວຽດນາມ ຢູ່​ບັນດາເວທີ​ປາ​ໄສ​ປະຊາຊົນພາກພື້ນ ແລະ ໂລກ.

ຕາມ​ທ່ານ ຫງວຽນເຖກີ້ ​ແລ້ວ, ດ້ວຍ​ຄວາມ​ເຄົາລົບ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ​ນຳ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ; ເອກອ້າງທະນົງໃຈ, ຮູ້ບຸນຄຸນເຖິງບັນດາການນຳ, ນັກຊ່ຽວຊານ ແລະ ເພື່ອນມິດ, ຄູ່ຮ່ວມມື, ຄະນະປະຈຳຄະນະກຳມະການ ໄດ້ຊີ້ນຳການເກັບກຳ, ຄົ້ນຄວ້າ, ຮຽບຮຽງ ແລະ ພິມຈຳໜ່າຍປື້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ທ່ານ ຟ້າມວັນເຈື່ອງ, ອະດີດປະທານຄະນະກຳມະການ ​ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ແບ່ງປັນທີ່ກອງ​ປະຊຸມ. (ພາບ: Dinh Hoa)

ໂດຍແນະນຳ ແລະ ແບ່ງປັນກ່ຽວກັບເນື້ອໃນຂອງປຶ້ມ, ທ່ານ ຟ້າມວັນເຈື່ອງ, ອະດີດປະທານຄະນະກຳມະການ ໃຫ້ຮູ້ວ່າ ປຶ້ມດັ່ງກ່າວ ໄດ້ເປີດຕົວໃຫ້ຜູ້ອ່ານດ້ວຍສອງພາສາຄື: ຫວຽດນາມ ແລະ ອັງກິດ, ມີຄວາມໜາເກືອບ 330 ໜ້າ. ປື້ມ​ຫົວ​ນີ້​ມີ 6 ພາກ​​ຕົ້ນ​ຕໍ​ຄື: ພາກ​ທີ I, ແນວ​ຄິດ​ ໂຮ່​ຈິ​ມິນ, ແນວທາງ, ທັດ​ສະ​ນະ​ຂອງ​ພັກ, ລັດ​ ​ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​​ສາ​ກົນ, ​ຄວາມ​ສາ​ມັກ​ຄີ​​ປະ​ຊາ​ຊົນ. ພາກ​ນີ້ ຄັດສະເໜີບັນດາໜ້າທີ່ຕື້ນຕັນໃຈໃນບົດບັນທຶກຄວາມຊົງຈຳ “ຄອບຄົວ, ​ເພື່ອນ​ມິດ ​ແລະ ປະ​ເທດ​ຊາດ” ຂອງ​ທ່ານ​ນາງ ຫງວຽນ​ທິບິ່ງ, ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ຮອງ​ປະທານ​ອົງການ​ສາມັກຄີ​ປະຊາຊົນ ​ອາຊີ - ອາ​ຟຣິກາ (AAPSO). ພາກ​ທີ II, ຂະ​ບວນ​ການ​ສ້າງ​ຕັ້ງ, ການເຄື່ອນໄຫວ, ແລະ ພັດ​ທະ​ນາ​ຄະ​ນະ​ກຳ​ມະ​ການ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ; ພາກທີ III, ບັນດາອົງການສາມັກຄີ ອາຊີ-ອາຟຣິກາ-ອາເມລິກາລາຕິນ ລະຫວ່າງພາກພື້ນ ແລະ ຊາດ; ພາກ​ທີ IV, ການ​ຮ່ວມ​ມື​ ຫວຽດ​ນາມ - ອາ​ຟ​ຣິ​ກາ ຜ່ານບັນດາ​ໄລ​ຍະ; ພາກ​ທີ V ແລະ VI, ແນະນຳ​ບັນດາ​ການນຳ​ຄະນະ​ກຳມະການ ​ແລະ ບັນດາ​ຜູ້ຄົນ​ທີ່​ພົ້ນ​ເດັ່ນ.

ຕາມ​ທ່ານ ເຈື່ອງ, ເປີດປຶ້ມເທື່ອລະໜ້າ, ຜູ້​ອ່ານ​ ຈະ​ໄດ້​ຮັບການສະໜອງບັນດາຂໍ້​ມູນ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​ກຳ​ເນີ​ດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂອງ​ອົງການ​ສາມັກຄີ​ປະຊາຊົນ ​ອາຊີ - ອາ​ຟຣິກາ (AAPSO), ຂອງຄະນະ​ກຳມະການ​ສາມັກຄີ​ ອາຊີ ຂອງ ຫວຽດນາມ, ຫຼັງ​ຈາກ​ນັ້ນ ປ່ຽນມາເປັນ​ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ.

ປຶ້ມດັ່ງກ່າວ ຍັງແນະນຳກ່ຽວກັບບັນດານັກເຄື່ອນໄຫວສາກົນທີ່ຄຶກຄື້ນ, ຟົດຟື້ນເຊັ່ນ: ທ່ານ Ben Barka (ຊາວ ມາຣົກ); ທ່ານ Fidel Castro, ປະທານ ກູບາ; ນັກປະຕິວັດ Che Guevara; ທ່ານປະທານາທິບໍດີ Algerian Abdelaziz Bouteflika; ກຸ່ມກອງຫຼອນ ເວເນຊູເອລາ ຈັບ​ຕົວ​ປະກັນ​ຊາວ​ອາ​ເມ​ລິ​ກາ ​ເພື່ອ​ຊ່ວຍ​ ຫວຽດນາມ ສາມາດຊ່ວຍເອົາ​ວິລະ​ຊົນ ຫງວຽນ​ວັນ​ໂຈ້ຍ...

"ປື້ມກໍ່ຍັງພາພວກເຮົາໄປຈົນໝົດ "ບັນດາເສັ້ນທາງ" ທີ່ຜ່ານມາພ້ອມກັນກັບ "ບັນດາເພື່ອນມິດ" ທີ່ເຄີຍມີ. ​ແຕ່​ພາລະກິດ​ຂອງ​ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ຍັງ​ຄົງ​ມີ​ຢູ່ນັ້ນ. ຢູ່ຕໍ່ໜ້າ​ຄະນະ​ກຳມະການ​ ຈະ​ແມ່ນ “​ບັນດາເສັ້ນທາງ” ​ໃໝ່, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຍັງໃຫ້​ຄຳໝັ້ນສັນຍາຈະໄດ້​ຮັບ​ຜົນງານຫຼາຍຢ່າງ. ພ້ອມກັນກັບ "ບັນດາເພື່ອນມິດ" ເກົ່າ ກໍ່​ຈະ​ແມ່ນ"ບັນດາເພື່ອນມິດ" ໃໝ່ຫຼາຍຄົນ" - ທ່ານ​ ເຈື່ອງ ແບ່ງປັນ.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ບັນດາ​ຜູ້​ແທນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດຕົວ​ປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື​ ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”. (ພາບ: Dinh Hoa)

​ໃນ​ການ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ ໄດ້ສະແດງຄວາມ​ຊົມ​ເຊີຍ​ການຮຽບຮຽງ ແລະ ພິມຈຳໜ່າຍປຶ້ມ. ບັນດາ​ຜູ້​ແທນ ກໍ່​ໄດ້​ຕີ​ລາຄາ​ປຶ້ມ​ດັ່ງກ່າວ ໄດ້ເຮັດໃຫ້ບັນດາເສັ້ນທາງທີ່ໜ້າຈົດຈຳ, ເພື່ອນ​ມິດ​ສາ​ກົນ​ທີ່ສັດ​ຊື່ບໍລິສຸດ​ຂອງ​ຄະ​ນະ​ກໍາ​ມະການ; ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ສຳລັບເປົ້າໝາຍສັນຕິພາບ, ​ສາມັກຄີ, ມິດຕະພາບ, ​ເອກະລາດ​ແຫ່ງ​ຊາດ, ຄວາມ​ກ້າວໜ້າ​ຂອງ​ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ເວົ້າສະເພາະ ແລະ ທົ່ວໂລກ ເວົ້າລວມ ມີຄວາມໂດດເດັ່ນຂຶ້ນ.

ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ ປຶ້ມ​ດັ່ງກ່າວ​ມີ​ຄຸນຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ ​ແລະ ການ​ສຶກສາ​ ບໍ່​ພຽງ​ແຕ່​ສຳລັບ​ລຸ້ນ​​ຄົນ​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສຳລັບ​ລຸ້ນ​​ຄົນຫຼັງ​ອີກ​ດ້ວຍ. ພິ​ເສດ​ແມ່ນ​ການ​ຊ່ວຍ​ເຫຼືອ​ລຸ້ນໜຸ່ມ​ຫວນ​ຄືນ​ເບິ່ງ​ວິລະ​ຊົນ​ໃນ​ອະດີດ, ຜ່ານ​ນັ້ນ ກໍ່ເສີມຂະຫຍາຍ​ບັນດາ​ຜົນງານ ແລະ ບົດຮຽນ​ອັນ​ລ້ຳ​ຄ່າຄື​ເປັນອົງປະກອບ​ທີ່​ຂາດ​ບໍ່​ໄດ້​ເພື່ອ​ກ້າວ​ໄປ​ສູ່​ອະນາຄົດ.

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ ນັກ​ຮ​ຽນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 13 ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ ນັກ​ຮ​ຽນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 13

ຍສໝ - ຕອນ​ຄ່ຳ​ວັນ​ທີ 1 ມິຖຸນາ​ນີ້, ຢູ່​ສະໜາມກິລາ ຕຽນ​ເຊີນ, ນະຄອນ​ດ່າໜັງ, ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ​ໂຮງຮຽນ​ອາ​ຊຽນຄັ້ງ​ທີ 13 ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ໄດ້​ເຕົ້າ​ໂຮມ​ນັກ​ກິລາ​ນັກຮຽນ 1300 ຄົນ, ຄູ​ຝຶກ​ທີ່​ມາ​ຈາກ 10 ປະ​ເທດ​ໃນ​ພາກ​ພື້ນ. ຫວຽດ​ນາມ ມີ​ສະ​ມາ​ຊິກ 190 ຄົນ​ເຂົ້າ​ຮ່ວມ​ວິ​ຊາ​ການ 6 ມິຖຸນາ ຂອງ​ກອງ​ປະ​ຊຸມ.

ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ຄະນະ​ຜູ້​ແທນ​ໂຮງໝໍ​ສູນກາງກອງທັບ 108 ໂດຍ​ທ່ານພົນຈັດຕະວາ, ສຈ.ປອ ​ເລ​ຫິວຊອງ, ຜູ້ອຳນວຍການ​ໂຮງໝໍ​ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ​ທ່ານພົນເອກຈັນ​ສະໝອນ ຈັນຍາລາດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນປະເທດ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.