ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

13:55 | 14/06/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ມີຖຸນາ, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ
ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ
ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ຍຸ​ຕິ​ທຳ ຫວຽດນາມ ເລ​ແທງ​ລອງ ແລະ ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ນິ​ຕິ​ບັນ​ຍັດ​ລັດ​ຖະ​ບານ ສ.ເກົາຫຼີ LEE Wan-kyu.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ລະອຽດ ​ແລະ ​ແທດ​ຈິງ​ໃນ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການຮ່ວມມືລະຫວ່າງ​ກະຊວງ​ຍຸຕິ​ທຳ​ ຫວຽດນາມ ​ແລະ ກະຊວງ​ນິຕິບັນຍັດ​ລັດຖະບານ ສ.​ເກົາຫຼີ ​ໃນ ​ປີ 2012, ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ (​ໄດ້​ຮັບ​ການ​ຍົກ​ລະດັບ​ໃນ​ເດືອນ ມີຖຸນາ ປີ 2023),

ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເລແທງລອງ ໄດ້ຕີລາຄາຢ່າງສູງການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນໄລຍະທີ່ຜ່ານມາ, ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ​ເກົາຫຼີ, ປາຖະໜາວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ເພື່ອ​ໃຫ້​ແທດ​ເໝາະ​ກັບ​ເນື້ອ​ໃນ ​ແລະ ​ເນື້ອ​ແທ້​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​, ຜັນຂະຫຍາຍປະຕິບັດ​ “​ໂຄງການ​ກະທຳກ່ຽວກັບການຜັນຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ” ​ທີ່ໄດ້​ລົງ​ນາມ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Yoon Suk Yeol ​ໃນ​ເດືອນ ມີຖຸນາ ປີ 2023 ຢ່າງມີປະສິດທິຜົນ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ຍຸ​ຕິ​ທຳ ຫວຽດນາມ ເລ​ແທງ​ລອງ ໄດ້​ມີ​ການໂອ້ລົມ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ນິ​ຕິ​ບັນ​ຍັດ​ລັດ​ຖະ​ບານ ສ.ເກົາ​ຫຼີ, ທ່ານ LEE Wan-kyu.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດນາມ ເລ​ແທງ​ລອງ ໄດ້ແຈ້ງ​​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ​ຫວຽດ​ນາມ ໃນ 5 ເດືອນ​ຕົ້ນ​ປີ 2024 ໂດຍ​ຫຍໍ້​, ​ບັນ​ດາ​ນະ​ໂຍ​ບາຍ, ທິດ​ທາງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ໃນ​ຂົງ​ເຂດ​ກໍ່​ສ້າງ ແລະ ເຮັດສຳເລັດລັດແຫ່ງອຳນາດກົດໝາຍສັງ​ຄົມ​ນິ​ຍົມ ຕາມ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ​ແລະ ມະຕິ​ເລກທີ 27-NQ/TW ລົງ​ວັນ​ທີ 9 ພະຈິກ ປີ 2022 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ຊຸດ​ທີ 13, ​ເຊິ່ງກຳນົດ​ເປົ້າ​ໝາຍ​ຮອດ​ ປີ 2030 ຈະ​ສ້າງໄດ້ “ລະບົບກົດໝາຍປະຊາທິປະ​ໄຕ, ຍຸຕິທຳ, ມະນຸດສະທຳ, ສົມບູນ, ສະໝ່ຳສະເໝີ, ເປັນເອກະພາບ, ທັນການ, ມີຄວາມເປັນໄປໄດ້, ເປີດເຝີຍ, ໂປ່ງໃສ, ໝັ້ນຄົງ ແລະ ເຂົ້າເຖິງໄດ້ງ່າຍ, ເປີດທິດໃຫ້ແກ່ການປະດິດສ້າງ, ການພັດທະນາແບບຍືນຍົງ ແລະ ກົນໄກການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ".

​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ຈັດຕັ້ງປະຕິບັດ​ມະຕິ 27-NQ/TW ຈະ​ວາງອອກ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໃໝ່​ຫຼາຍ​ຢ່າງ​ໃຫ້​ແກ່​ລັດຖະບານ ຫວຽດນາມ ​ເວົ້າ​ລວມ, ກະຊວງ ​ແລະ ຂະ​ແໜງ​ຍຸຕິ​ທຳ ​ເວົ້າ​ສະ​ເພາະ, ພິເສດ​ແມ່ນ​ການ​ຫັນ​ເປັນ​ດີ​ຈີ​ຕອນ (​ໃນ​ທຸກ​ຂັ້ນຕອນ​ນັບ​ແຕ່​ການ​ສ້າງ​ກົດໝາຍ​ເຖິງ ອົງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ຫມາຍ ​ແລະ ​ການ​ຄຸ້ມ​ຄອງ​ລັດ​ຂອງຂະ​ແຫນງ​ການຈຳນວນໜຶ່ງ​ທີ່​ກະ​ຊວງ​ຍຸ​ຕິ​ທໍາ​ໄດ້ຮັບການ​​ມອບ​ຫມາຍ​ໃຫ້).

ສະນັ້ນ, ການຂະຫຍາຍ ແລະ ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການກັບບັນດາອົງການນິຕິບັນຍັດ ແລະ ຍຸຕິທຳຂອງບັນດາປະເທດທີ່ມີປະສົບການ ແລະ ພຶດຕິກຳຕົວຈິງທີ່ດີໃນດ້ານນີ້, ໃນນັ້ນມີກະຊວງນິຕິບັນຍັດລັດຖະບານ ສ.ເກົາຫຼີ ແມ່ນມີຄວາມຈຳເປັນຢ່າງພາວະວິໃສ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ຍຸ​ຕິ​ທຳ ຫວຽດນາມ ເລ​ແທງ​ລອງ ແລະ ທ່ານລັດ​ຖະ​ມົນ​ຕີ​​ກະ​ຊວງນິຕິບັນຍັດລັດ​ຖະ​ບານ ສ.ເກົາ​ຫຼີ LEE Wan-kyu ໄດ້​ລົງ​ນາມ​ໃນ​ຈົດ​ໝາຍ​ເຈດຈຳນົງການ​ຮ່ວມ​ມື ​ໄລ​ຍະ ປີ 2025-2029.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ຍຸ​ຕິ​ທຳ ຫວຽດນາມ ເລ​ແທງ​ລອງ ກໍ່​ເນັ້ນ​ໜັກ​ວ່າ ດ້ວຍ​ຈຳ​ນວນ​ຊາວ​ ຫວຽດ​ນາມ ຢູ່ ສ.ເກົາ​ຫຼີ ແລະ ຊາວ ສ.ເກົາ​ຫຼີ ທີ່​ພວມ​ອາ​ໄສ ແລະ ເຮັດ​ວຽກ​ຢູ່​ ຫວຽດ​ນາມ ເປັນຈຳນວນຫຼວງຫຼາຍ ມີ​ການ​ພົບ​ປະ​ແລກ​ປ່ຽນພົນລະເຮືອນ, ແຕ່ງ​ງານ ​- ຄອບ​ຄົວ, ການຄ້າ... ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ກໍ່ພ້ອມ​ກັບ​ບັນ​ຫາ​ດ້ານ​ກົດ​ໝາຍ​ຫຼາຍ​ຢ່າງ​ທີ່​ເກີດ​ຂຶ້ນໃໝ່.

ບົນ​ພື້ນຖານ​ນັ້ນ, ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິ​ທຳ​ຢ່າງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ, ​ສ້າງ​ພື້ນຖານເພື່ອຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ໃນ​ຂະນະ​ທີ່​ຮັບປະກັນ​ພື້ນຖານ​ການ​ພັດທະນາ​ຮ່ວມ​ລະຫວ່າງ​ສອງ​ປະເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ​ ຫວຽດນາມ ​ແລະ ກະຊວງ​ນິຕິບັນຍັດ​ລັດຖະບານ ສ.​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ເລ​ແທງ​ລອງ ​ໄດ້​ຕີ​ລາຄາ​ຢ່າງສູງ​ວ່າ ​ໃນ​ໄລຍະ​ຜ່ານມາ, ສອງ​ກະຊວງ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ເພື່ອ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ທີ່ລົງນາມໃນວັນທີ 28 ມິຖຸນາ ປີ 2012 ແມ່ນມີປະສິດທິຜົນດີພໍສົມຄວນ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຄະນະ​ຜູ້​ແທນ​ສອງ​ປະ​ເທດ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ຢູ່​ທີ່​ສຳນັກງານ​ກະຊວງ​ຍຸຕິ​ທຳ​ ຫວຽດນາມ.

ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ສະເໜີໃຫ້​ສອງ​ກະຊວງ​ສືບ​ຕໍ່​ຍູ້​ແຮງບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເພາະ​ຄື: ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຍົກສູງປະສິດທິ​ຜົນ​ຂອງ​ລະບົບ​ຂໍ້​ມູນ​ຂ່າວສານ​ກ່ຽວກັບກົດໝາຍ​ຢູ່ ​ຫວຽດນາມ ຕິດ​ພັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ເປັນດິ​ຈິ​ຕອນ​ໃນ​ການ​ສ້າງ​ກົດ​ຫມາຍ​ ແລະ​ ການ​ເຜີຍ​ແຜ່​ກົດ​ຫມາຍ​ຜ່ານບັນດາຮູບ​ແບບ​ທີ່ມີໄຫວພິບ; ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກົດໝາຍ.

ທ່ານ​ລັດຖະມົນຕີ Lee Wan-kyu ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລ​ແທງ​ລອງ ​ແລະ ຢືນຢັນ​ວ່າ: ທ່ານ ​ແລະ ກະຊວງ​ຍຸຕິ​ທຳ ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ບັນດາ​ເນື້ອ​ໃນ​ທີ່​ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີ ເລ​ແທງ​ລອງ ໄດ້ຍົກອອກ, ພິ​ເສດ​ແມ່ນ​ຊຸກ​ຍູ້ ແລະ ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ຍຸ​ຕິ​ທຳ, ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ​ຂອງ 2 ປະ​ເທດ​ ເວົ້າ​ສະ​ເພາະ ແລະ ຄວາມ​ປາດ​ຖະ​ໜາ​ຂອງການ​ນຳ​ຂັ້ນ​ສູງ 2 ປະ​ເທດໃນ​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ ເວົ້າລວມ.

ພາຍຫຼັງ​ສິ້ນ​ສຸດ​ການໂອ້ລົມ​ເຈລະຈາ, ລັດຖະມົນຕີ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຈົດໝາຍ​ເຈດຈຳນົງການຮ່ວມ​ມື (2025-2029) ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ຫວຽດນາມ ​ແລະ ກະຊວງ​ນິຕິບັນຍັດ​ລັດຖະບານ ສ.​ເກົາຫຼີ ກ່ຽວ​ກັບ​ການ​ກໍ່ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ​ທາງດ້ານກົດໝາຍ​ຢູ່​ ຫວຽດນາມ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.​ເກົາຫຼີ, ທ່ານ ຫວູວັນ​ຮວ່ານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ​ມິນ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດງານ​ໄປ​ຢ້ຽມຢາມ, ​ພົບ​ປະ​ແລກປ່ຽນ ​ແລະ ມອບ​ຕູ້​ປຶ້ມ​ພາສາ ​ຫວຽດນາມ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ມິງດຶກ

ເຫດການ
302 Found

Found

The document has moved here.